ອໍາລາຕໍາແໜ່ງໄປແລ້ວ ແຕ່ຕໍານານຍັງຄົງຢູ່ ດາວມີໄຊ ພະຈັນສິດທິ

96

ການປະກວດ ໃນເວທີ Miss Grand Laos 2022 ໄດ້ສິ້ນສຸດລົງໄປຢ່າງຈົບງາມ ແຕ່ຄວາມຮັກແພງ ແລະ ຄວາມຊື່ນຊົມໃນຜົນງານຜ່ານມາຍັງຄົງຢູ່ ໂດຍສະເພາະສາຍສະພາຍລາວ ໃນ Miss Grand Laos 2021 ແມ່ນໄດ້ສ້າງຕໍານານຫຼາຍຢ່າງໃຫ້ກັບລາວເຮົາໄດ້ເປັນທີ່ຈື່ຈໍາໃນເວທີລະດັບສາກົນຜ່ານມາ ນັ້ນກໍຄື ນ້ອງ ດາວ ດາວມີໄຊ ພະຈັນສິດທິ ນັ້ນເອງ ຫຼັງຈາກໄດ້ປະກາດຜູ້ໄດ້ຮັບຕໍາແໜ່ງຄົນໃໝ່ຜ່ານໄປ ປະທານກອງປະກວດ ທ່ານ ສາຍແກ້ວ ສີດາວົງ ກໍໄດ້ມີການໂພສຂໍ້ຄວາມສົ່ງຕໍ່ຈາກໃຈ ສົ່ງຕໍ່ຄວາມຮັກແພງ ແລະ ຫ່ວງໃຍໃຫ້ກັບ ດາວມີໄຊ ພະຈັນສິດທິ ມີສແກຣນລາວ 2021 ທີ່ເປັນອີກໜຶ່ງສາວງາມທີ່ປະທານໃຫຍ່ ຮັກແຮງແພງຫຼາຍ ເປັນແມ່ຍິງທີ່ເກັ່ງເຂັ້ມແຂງ ຮູ້ຈັກພັດທະນາຕົນເອງໄດ້ດີ.

ໂດຍຂໍ້ຄວາມທີ່ທ່ານ ສາຍແກ້ວ ສີດາວົງ ໄດ້ໂພສລົງໄປນັ້ນແມ່ນມີເນື້ອໃນໃຈຄວາມວ່າ: “ ສຳລັບອ້າຍແລ້ວ ການສ້າງນາງງາມຄົນໜຶ່ງຄິດວ່າຍາກແລ້ວ ແຕ່ການທີ່ຈະສ້າງໃຫ້ຖືກໃຈຫຼາຍຄົນ ມັນຍາກກ່ອນ ອ້າຍສ້າງນາງງາມຈາກທີ່ອ້າຍໄດ້ສຳຜັດ ໄດ້ຮຽນຮູ້ ໄດ້ປະສົບການຫຼາຍຢ່າງ ດາວມີໄຊ ພະຈັນສິດທິ Miss grand Laos 2021 ເປັນປີທີ່ເຮົາຕ້ອງສູ້ກັບພະຍາດລະບາດໂຄວິດ – 19 ການເດີນທາງຂ້ອນຂ້າງຍາກທີ່ສຸດ ບໍ່ມີຖ້ຽວບິນ ເຖິງແມ່ນວ່າປະເທດລາວ ແລະ ໄທ ຈະໃກ້ກັນ ຕ້ອງເດີນທາງຄົນດຽວ ຢູ່ຄົນດຽວໃນໄລຍະກັກຕົວ ເປັນໜຶ່ງໃນສາວງາມທີ່ອ້າຍເລັງເຫັນເຖິງສັກກະຍະພາບ ເປັນນາງງາມທີ່ມີຄວາມສາມາດ, ກ້າທີ່ຈະສະແດງອອກ, ເປັນນາງງາມທີ່ມີຄວາມພະຍາຍາມທີ່ສຸດ ເຖິງວ່າໂຈດທີ່ກອງໃຫ້ຈະບໍ່ເປັນຕົວຂອງນ້ອງເອງ ແຕ່ນ້ອງກໍສາມາດປັບປຸງໄດ້ ພາກພູມໃຈໃນແມ່ຍິງຄົນນີ້ທີ່ສຸດ ທີ່ໄດ້ສົ່ງນ້ອງໃຫ້ເຖິງຝັນໃນເວທີລະດັບໂລກ ໄດ້ໃສ່ສາຍສະພາຍລາວ ໄດ້ຮ້ອງຄຳວ່າLaos ໃຫ້ໂລກຮູ້ ວ່າເຮົາແມ່ຍິງລາວ ກໍມີຄວາມຮູ້, ຄວາມສາມາດ ບໍ່ແພ້ຊາດໃດໃນໂລກ ນ້ອງເຮັດໄດ້ດີຫຼາຍ ແລະ ເຮັດໃຫ້ Laos ເຮົາຍັບເຂົ້າໃກ້ມົງກຸດຫຼາຍທີ່ສຸດ ຊື່ນີ້ ດາວມີໄຊ ພະຈັນສິດທິ Miss grand Laos 2021ຈະຢູ່ໃນໃຈຄົນລາວຕະຫຼອດໄປ ປີນີ້ຝາກຄວາມຫວັງຂອງຄົນລາວທັງໝົດໄວ້ກັບ ພຸດສະຫວັນ ວົງຄໍາຊາວ Miss grand Laos 2022 ”.

ເປັນຂໍ້ຄວາມທີ່ຍ້ອງຍໍຊົມເຊີຍຕໍ່ຄວາມພະຍາຍາມທີ່ໄດ້ທຸ່ມເທມາໂດຍຕະຫຼອດຂອງ ດາວມີໄຊ ທີ່ເຮັດໃຫ້ປະທານ   ໃຫຍ່ເຫັນໄດ້ເຖິງສິ່ງທີ່ເຮັດນັ້ນ ແລະ ເຖິງແມ່ນວ່າ ດາວມີໄຊ ຈະອໍາລາຕໍາແໜ່ງແລ້ວ ແຕ່ເຊື່ອແນ່ນອນວ່າ ທຸກການກະທໍາທີ່ສ້າງ ຄວາມປະທັບໃຈ ທີ່ມີໃຫ້ແກ່ຄົນລາວທັງປະເທດຂອງນ້ອງນັ້ນ ຈະເປັນຕໍານານ ແລະ ຢູ່ໃນ ຄວາມຊົງຈໍາຂອງແຟນໆນາງງາມ ແລະ ຊາວລາວໃນທົ່ວປະເທດຕະຫຼອດໄປ.

ພາຍຫຼັງຈົບການປະກວດ ແລະ ໄດ້ອໍາລາຕໍາແໜ່ງຂອງ ດາວມີໄຊ ພະຈັນສິດທິ ນ້ອງເອງ ກໍໄດ້ມີການໂພສຂໍ້ຄວາມທີ່ອອກມາຈາກໃຈເຊັ່ນດຽວກັນ ໂດຍມີເນື້ອຫາວ່າ: “ ມີຫຼາຍຄົນຖາມດາວວ່າ ຖ້າຢ້ອນເວລາກັບໄປໄດ້ ຍັງຢາກເປັນນາງງາມຢູ່ບໍ? ຄໍາຕອບທີ່ດາວຕອບ ຄື: “ ດາວພູມໃຈທີ່ໄດ້ຮັບໂອກາດ ແລະ ຖືກແຕ່ງຕັ້ງໃຫ້ເປັນມິສແກຣນລາວປະຈໍາປີ 2021 ໄດ້ເປັນສ່ວນໜຶ່ງຂອງມິສແກຣນລາວ ”. ເວທີນີ້ປ່ຽນຄວາມຝັນຂອງແມ່ຍິງທໍາມະດາ ທີ່ຊື່ “ ດາວມີໄຊ ພະຈັນສິດທິ” ໃຫ້ກາຍເປັນແມ່ຍິງທີ່ພຽບພ້ອມທີ່ສຸດຄົນໜຶ່ງ.

ມື້ນີ້ ດາວດີໃຈທີ່ໄດ້ມາຢືນຢູ່ຈຸດນີ້ອີກຄັ້ງໜຶ່ງ ຈຸດທີ່ປ່ຽນແມ່ຍິງທໍາມະດາໃຫ້ໄດ້ເຂົ້າມາເປັນຄອບຄົວມິສແກຣນລາວ ແລະ  ຕະຫຼອດໄລຍະຂອງການດໍາລົງຕໍາແໜ່ງໜຶ່ງປີທີ່ຜ່ານມາ ເປັນເວລາທີ່ມີຄຸນຄ່າທີ່ສຸດໃນຊີວິດ ດາວໄດ້ຄວາມຊົງຈໍາຫຼາກຫຼາຍ, ໄດ້ປະສົບການທີ່ດາວຫາຈາກໃສບໍ່ໄດ້ ແລະ ທັງຊີວິດດາວຄືຊິບໍ່ມີໂອກາດໄດ້ຮັບມັນ.

ກ່ອນອື່ນຕ້ອງຂໍຂອບໃຈເວທີມິສແກຣນທີ່ໃຫ້ໂອກາດດາວໄດ້ພິສູດສັກກະຍະພາບ ແລະ ຄວາມສາມາດຂອງດາວ ຂອບໃຈປະທານ ທ່ານ ສາຍແກ້ວ ສີດາວົງ ເອື້ອຍຝົນຜູ້ທີ່ຢູ່ທັງເບື້ອງໜ້າ ແລະ ເບື້ອງຫຼັງ ທີ່ເລັງເຫັນສັກກະຍະພາບ ແລະ ແຕ່ງຕັ້ງດາວເພື່ອເປັນຕົວເເທນສາຍສະພາຍລາວ ໄປປະກວດໃນລະດັບເວທີສາກົນ, ຂອບໃຈທີມງານກອງປະກວດ ຜູ້ໃຫຍ່ທຸກທ່ານທີ່ຮ່ວມສະໜັບສະໜູນ, ສື່ມວນຊົນ, ໝູ່ເພື່ອນ, ກອງເຊຍ, ຜູ້ໃຫຍ່ ທີ່ຊົງຄຸນນະວຸດໃນຫຼາກຫຼາຍວົງການທີ່ໃຫ້ຄໍາແນະນໍາ, ທີມຊຸດປະຈໍາຊາດ, ດີຊາຍເນີ, ເຈົ້າຂອງແບຣນເສື້ອຜ້າ, ກະເປົ່າ, ເກີບ,  ຕະຫຼອດເຖິງທີມເມກອັບທຸກທ່ານ ແລະ ສິ່ງທີ່ສໍາຄັນຂໍຂອບໃຈຄອບຄົວຜູ້ຢູ່ເບື້ອງຫຼັງທີ່ໃຫ້ລູກໄດ້ເຮັດຕາມຄວາມຝັນໃນສິ່ງທີ່ລູກຮັກ. ສຸດທ້າຍນີ້ຂໍຂອບໃຈແຟນນາງງາມ, ຄົນລາວທຸກຄົນທີ່ຄອຍເຊຍ ແລະ ສົ່ງກໍາລັງໃຈໄປໃຫ້ດາວໃນການໄປປະກວດມິສແກຣນ ເພາະແຮງສະໜັບສະໜູນຂອງທຸກຄົນເປັນພະລັງອັນຍິ່ງໃຫຍ່ໃຫ້ດາວໄດ້ມີມື້ນີ້. ຫວັງວ່າແມ່ຍິງຄົນນີ້ ດາວມີໄຊ ພະຈັນສິດທິ Miss grand laos 2021 ຈະເປັນພາບຄວາມຊົງຈໍາໃຫ້ກັບທຸກໆຄົນຕະຫຼອດໄປ ຂໍຂອບໃຈ ”.

ນີ້ກໍແມ່ນຂໍ້ຄວາມຈາກໃຈທີ່ນ້ອງດາວມີໄຊ ໄດ້ສົ່ງຕໍ່ເພື່ອຂອບໃຈຜູ້ທີ່ຢູ່ເບື້ອງຫຼັງຄວາມສໍາເລັດຄັ້ງນີ້ທັງໝົດ ແລະ ທີມຂ່າວບັນເທີງເອງ ກໍຕ້ອງສະແດງ ຄວາມຊື່ນຊົມໃນຜົນສໍາເລັດຂອງນ້ອງໃນໄລຍະຜ່ານມາດ້ວຍ ແຕ່ກໍຕ້ອງຕິດຕາມສົ່ງກໍາລັງໃຈເຊຍຕໍ່ໃຫ້ກັບ Miss Grand Laos 2022 ຄົນຫຼ້າສຸດ ພຸດສະຫວັນ ວົງຄໍາຊາວ ໃນການປະກວດທີ່ເວທີສາກົນ Miss Grand international ທີ່ປະເທດອິນໂດເນເຊຍດ້ວຍ.