ທ່ານ ນາງ ລີຊ ທຣັດ ຂຶ້ນເປັນນາຍົກລັດຖະມົນຕີອັງກິດ ຄົນໃໝ່

33

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ນາງ ລີຊ ທຣັດ ( Liz Truss ) ລັດຖະມົນຕີ ກະຊວງການຕ່າງປະເທດອັງກິດ ໄດ້ຮັບການເລືອກເປັນຫົວໜ້າພັກອະນຸລັກນິຍົມ ຄົນໃໝ່ ເຊິ່ງເປັນພັກລັດຖະບານອັງກິດ ກາຍເປັນບາດກ້າວທີ່ສຳຄັນໃນການຂຶ້ນດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີຄົນໃໝ່ຂອງອັງກິດ ຄົນທີ 4 ຂອງພັກອະນຸລັກນິຍົມ ດ້ວຍຄະແນນສຽງສະໜັບສະໜູນ 81.326 ຄະແນນ ເອົາຊະນະ ທ່ານ ຣີ ຊີ ຊູຮານັກ ( Richie Suhanak ) ອະດີດລັດຖະມົນຕີກະຊວງການເງິນອັງກິດ.

May be an image of 1 person and standing

ການຊະນະການເລືອກຕັ້ງໃນພັກອະນຸລັກນິຍົມ ເຮັດໃຫ້ ທ່ານ ນາງ ລີຊ ທຣັດ ຂຶ້ນເປັນນາຍົກລັດຖະມົນຕີຂອງອັງກິດແທນ ທ່ານ ບໍຣີສ ຈອນສັນ ( Boris Johnson ) ທີ່ໄດ້ປະກາດລາອອກຈາກຕຳແໜ່ງຫົວໜ້າພັກອະນຸລັກນິຍົມ ແລະ ນາຍົກລັດຖະມົນຕີອັງກິດ.

May be an image of 1 person