ທໍາຄວາມຮູ້ຈັກສາວຄູສາຍພາສັງອັງກິດ ສຸດງາມ ແລະ ຫຼາກຫຼາຍຄວາມສາມາດ ລິ່ນດ້າ ຄໍາພູແສງ

166

ຫຼາຍໆຄົນອາດຈະເຄີຍເຫັນຜ່ານຕາມາແລ້ວ ໃນໂລກອອນລາຍ ສໍາລັບ ລິ່ນດ້າ ຄໍາພູແສງ ເຊິ່ງຈະຮູ້ຈັກກັນໃນນາມຂອງ ນັກສະແດງ. ແຕ່ສິ່ງສໍາຄັນສາວງາມຄົນນີ້ແມ່ນເປັນແມ່ພິມຂອງຊາດ ເຊິ່ງເປັນສາວຄູສຸດງາມທີ່ໂຮງຮຽນ ລິ່ນດ້າ ນະຄອນຫຼວງວຽງຈັນ ເຊິ່ງເປັນຄູພາສາອັງກິດນັ້ນເອງ.

ລິ່ນດ້າ ໄດ້ໃຫ້ສໍາພາດກັບຂ່າວເສດຖະກິດ – ການຄ້າ ວ່າ: ຈຸດເລີ່ມຕົ້ນທີ່ເຮັດອາຊີບຄູຍ້ອນວ່າຄອບຄົວມີໂຮງຮຽນເປັນຂອງຕົນເອງ ແລະ ຢາກສືບສານຕໍ່ ສະນັ້ນ, ຕົນເອງຈຶ່ງໄປຄຸກຄີຢູ່ທີ່ ໂຮງຮຽນແຫ່ງນີ້ຕັ້ງແຕ່ຍັງນ້ອຍ ໂດຍສະເພາະໃນໄລຍະພັກແລງກໍຈະໄປຊ່ວຍວຽກທີ່ໂຮງຮຽນ ແລະ ສຶກສາມາເລື້ອຍໆ ເລີ່ມແຕ່ຂຽນໃບບິນ ໄປຊ່ວຍເອົາເດັກນ້ອຍກັບອາຈານແຕ່ລະຫ້ອງ ແລະ ເຮົາຈະເບິ່ງກ່ຽວກັບເຕັກນິກໃນການເອົາເດັກນ້ອຍ ວ່າເປັນຫຍັງເຂົາເຈົ້າສອນແນວໃດຈຶ່ງຟັງຄວາມ ແລະ ສັງເກດການສອນຕ່າງໆ ເຊິ່ງໃນສະຖາບັນຕ່າງໆອາດຈະບໍ່ໄດ້ສອນເຮົາລະອຽດເທົ່າສາຍຕາເຮົາເບິ່ງເອງ ກໍເລີຍຮູ້ເຕັກນິກຈົນກະທັງມີໂອກາດມາຮຽນຕໍ່ທີ່ມະຫາວິທະຍາໄລແຫ່ງຊາດ ຄະນະສຶກສາສາດ ເຮົາກໍຍັງບໍ່ປ່ອຍປະລະເລີຍອາຊີບຄູ ພະຍາຍາມພັກດັນຕົນເອງເຂົ້າໄປໃນອາຊີບຄູ ແລະ ເຂົ້າໄປເກັບກ່ຽວປະສົບການໃຫ້ໄດ້ຫຼາຍທີ່ສຸດ ເພາະເກັບກໍາຕອນຈົບແລ້ວແມ່ນບໍ່ທັນ ແລະ ດີທີ່ມີໂອກາດຄຸກຄີຕັ້ງແຕ່ຍັງນ້ອຍ ແລະ ຕອນຮຽນຈົບມາແລ້ວເຮັດມັນອອກມາຂ້ອນຂ້າງໄດ້ຜົນດີໃນລະດັບໜຶ່ງ ເພາະຮູ້ເຕັກນິກມາແລ້ວ ແລະ ນີ້ກໍເປັນຄູເຕັມຕົວ ເປັນບາດກ້າວທີ່ດີ ແລະ ສໍາຄັນທີ່ສຸດໃນຊີວິດ.

ເຄີຍຕັ້ງຄໍາຖາມກັບຕົນເອງ ແລະ ເຄີຍຄິດວ່າ ເປັນຫຍັງຕ້ອງເມື່ອຍກັບເດັກນ້ອຍທັງທີ່ມີທາງເລືອກອື່ນ ແຕ່ກໍເລືອກອາຊີບຄູ ເຫດຜົນໜຶ່ງກໍຍ້ອນຮັກມັກ ແລະ ໜຶ່ງເລີຍກໍຍ້ອນຮັກແມ່ ເຫັນແມ່ເມື່ອຍ ແລະ ຢາກເຮັດໃຫ້ຄອບຄົວ ຢາກໃຫ້ແມ່ສະບາຍໃຈ ກໍເລີຍເລືອກຮຽນຄູ ເຖິງແມ່ນວ່າຈະເລືອກຮຽນບໍລິຫານອີ່ຫຍັງກໍໄດ້ ແຕ່ເພາະວ່າການທີ່ເຮົາຈະເປັນຜູ້ນໍາເຮົາຕ້ອງຮຽນຮູ້ສ້າງບຸກຄະລາກອນກ່ອນ, ເປັນບຸກຄະລາກອນກ່ອນ ຕ້ອງຜ່ານຈຸດນ້ອຍໆມາກ່ອນ ຈຶ່ງຮູ້ບໍລິຫານ ເຮົາຈະເປັນຫົວໜ້າຕ້ອງເປັນລູກນ້ອງມາກ່ອນ ເຮົາຕ້ອງຄຸກຄີກັບດ້ານນີ້ມາກ່ອນ ເຮົາຈຶ່ງຈະເຮັດມັນອອກມາໄດ້ດີ ເພາະແມ່ຈະສອນຄໍານີ້ຕະຫຼອດ.

ຈຸດເລີ່ມຕົ້ນຂອງການກ້າວເຂົ້າສູ່ວົງການບັນເທີງ ໃນຕອນນັ້ນທີ່ເປັນກະແສ ແມ່ນເລີ່ມຈາກມີເພຈມີຊື່ສຽງເພຈໜຶ່ງ ທີ່ໄດ້ນໍາຮູບທີ່ນ້ອງເອງໄປໃສ່ຊຸດນັກຮຽນລົງທີ່ເພຈ ແລະ ຈະມີຄ້າຍຕົ້ນຄໍາໂມເດວລິ້ງຕິດຕໍ່ມາ ເພື່ອເຂົ້າຮ່ວມງານໃນວົງການບັນເທີງ ແຕ່ທໍາອິດຕ້ອງກໍບອກວ່າບໍ່ຄ່ອຍຖະໜັດໃນດ້ານນີ້ ແຕ່ເພິ່ນກໍໃຫ້ລອງເບິ່ງກ່ອນ, ຈາກນັ້ນກໍໄດ້ມີງານເຂົ້າມາເລື້ອຍໆ ທາງສັງກັດກໍໄດ້ບອກສອນຕ່າງໆ ຕັ້ງແຕ່ການເຮັດວຽກ, ການວາງຕົວ ແລະ ຕັ້ງແຕ່ນັ້ນເປັນຕົ້ນມາ ຮູ້ສຶກວ່າມ່ວນກັບວຽກໃນວົງການ ຈາກທີ່ເປັນຄົນທີ່ເຮັດຫຍັງບໍ່ເປັນເລີຍ ຕັ້ງແຕ່ໂພສທ່າຕ່າງໆ, ຈາກນັ້ນກໍໄດ້ສຶກສາມາເລື້ອຍໆ. ຕໍ່ມາກໍມີຜູ້ໃຫຍ່ເຫັນໃນຄວາມສາມາດ ແລະ ໄດ້ເຂົ້າຮ່ວມສະແດງຊີຣີ ສະບາຍດີຊໍາເໜືອ ແລະ ເລື່ອງອື່ນໆຕໍ່ມາ ແລະ ງານຖ່າຍທໍາຊີຣີແມ່ນໃຊ້ເວລາຖ່າຍດົນ ເນື່ອງຈາກຄອບຄົວ, ໜ້າທີ່ການງານເວລາບໍ່ຄ່ອຍເໝາະສົມປານໃດ ເພາະຢາກໃຫ້ເຕັມທີ່ກັບການເປັນຄູຫຼາຍກວ່າ ແລະ ຕອນນີ້ແມ່ນຍັງຮັບງານ ແຕ່ຈະເປັນໄລຍະສັ້ນ ເຊັ່ນຖ່າຍແບບ, ເດີນແບບ, ຣີວິວສິນຄ້າຕ່າງໆເທົ່ານັ້ນ.

ໃນຕອນນີ້, ສາວຄູສຸດງາມຄົນນີ້ແມ່ນກໍາລັງທຸ່ມເທກັບການເປັນອາຊີບຄູ ເປັນແມ່ພິມຂອງຊາດຢ່າງເຕັມທີ່ໃນສາຍວິຊາພາສາອັງກິດ.

ສະນັ້ນ, ຂໍຝາກແຟນຂ່າວບັນເທີງຊ່ວຍຕິດຕາມຜົນງານຂອງສາວຄູຄົນເກັ່ງຫຼາກຫຼາຍຄວາມສາມາດຄົນນີ້ດ້ວຍ ຜ່ານຊ່ອງທາງສ່ວນຕົວ FB: Alina Dar.