Bigass ມາຫຼິ້ນຄອນເສີດຢູ່ ລາວ ບອກ “ພີ່ນ້ອງຊາວລາວ ທຸກຄົນສຸດຍອດຫຼາຍໆ ໄວເຈີກັນໃໝ່ ຮັກພວກເຈົ້າຫຼາຍ”

70

ໃຜບໍ່ໄດ້ໄປ ອາດພາດ Bigass ມາຫຼິ້ນຄອນເສີດຢູ່ ລາວ ບອກ “ພີ່ນ້ອງຊາວລາວ ທຸກຄົນສຸດຍອດຫຼາຍໆ ໄວເຈີກັນໃໝ່ ຮັກພວກເຈົ້າຫຼາຍ”

ມ່ວນມັນກັນສຸດໆ ໄວລຸ້ນລາວ ລວມໂຕກັນໃນງານ JUNGLE FESTIVAL ທີ່ ສູ້ການຄ້າລາວໄອເຕັກ ITECC VIENTIANE ຢູ່ລານຈອດລົດດ້ານລຸ່ມໃນວັນທີ 2 ກັນຍາ 2022 ທ່າມກາງບັນຍາກາດທີ່ຝົນເບິ່ງຄືຈະຕົກ ແຕ່ແລ້ວຟ້າເປີດ ຝົນບໍ່ຕົກ ແຟນຄຣັບຮ່ວມມ່ວນມັນໃນງານກັນສຸດໆ ກັບ ວົງ Bigass ວົງສິນລະປິນນັກຮ້ອງດັງ ສາຍລ໊ອກ ທີ່ມາເສີບຄວາມສຸກໃຫ້ຄົນລາວກັນແບບ ລືມຄົນມານໍາເລີຍແຫຼະ

ໂດຍ ນັກຮ້ອງນໍາ ໜຸ່ມຫຼໍ່ສຸດເທ້ Jeng Konalo ໄດ້ໂພສວ່າ “สุดยอด”เวียงจันทน์” ขอบคุณทุกๆท่าน
ຄືນນີ້ພີ່ນ້ອງຊາວລາວ ທຸກຄົນສຸດຍອດຫຼາຍໆ ເປັນຄອນເສີດທີ່ພວກເຮົາຈະຈົດຈຳຕະຫຼອດໄປ ໄວເຈີກັນໃໝ່ ຮັກພວກເຈົ້າຫຼາຍ”
ພ້ອມພາບ ແລະ ວິດີໂອທີ່ປະທັບໃຈສຸດໆ ໃຜມີຮູບພາບ ຫຼື ວິດີໂອ ເອົາມາໂພສອວດແນ່ເດີ້ ໃຕ້ຄອມເມັ້ນ

ນອກຈາກນັ້ນກໍຍັງມີບັນດາສິນລະປິນອື່ນໆ ຄົນລາວດ ວົງລາວມາຮ່ວມສ້າງຄວາມມ່ວນມັນໃຫ້ໄດ້ເຕັ້ນ ແລະ ຮ້ອງກັນຕະຫຼອດງານ ສາມາດໄປໄດ້ເດີ້ ມື້ນີ້ຍັງມີອີກ
ແລະ ມື້ນີ້ສໍາລັບແມ່ນວົງ Cocktail ໄປມ່ວນນໍາກັນໄດ້ເດີ້

ພາບຈາກ: Photos-Z-????????????????????????????????????????.z, Jeng Konalo