ແຕ່ງຕັ້ງຄະນະປະຕິຮູບ 9 ທ່ານ ເພື່ອຄົ້ນຄວ້າປັບໂຄງສ້າງລັດວິສາຫະກິດ ການບິນລາວ

269

ວັນທີ 18 ສິງຫາ 2022ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໄດ້ປະກາດການແຕ່ງຕັ້ງ ຄະນະປະຕິຮູບ ລັດວິສາຫະກິດ ການບິນລາວ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງການເງິນ, ມີຮອງລັດຖະມົນຕີກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຜູ້ອໍານວຍການໃຫຍ່ ລັດວິສາຫະກິດ ການບິນລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ໃນພິທີ, ທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍແຕ່ງຕັ້ງ ຄະນະປະຕິຮູບ ລັດວິສາຫະກິດ ການບິນລາວ ສະບັບເລກທີ 56/ນຍ, ລົງວັນທີ 13 ກໍລະກົດ 2022, ຊຶ່ງປະກອບມີ: ທ່ານ ປອ. ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ເປັນຫົວໜ້າຄະນະ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຮອງຫົວໜ້າຄະນະ, ທ່ານ ຄຳຫຼ້າ ພົມມະວັນ, ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ການບິນລາວ ເປັນຄະນະ, ທ່ານ ປອ. ນາງ ແສງອາລຸນ ອິນມີໄຊ ຮອງຫົວໜ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ກະຊວງການເງິນ, ທ່ານ ອາລຸນຈັນໃສ ບຸນໄຊທິບ ຮອງຫົວໜ້າກົມ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບຸນແຕ່ງ ສີມູນ ຮອງຫົວໜ້າກົມ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ວັນໄຊ ທອງສີທາວົງ ຮອງຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ , ທ່ານ ຮສ. ທອງເພັດ ຈັນທະພິວົງ ຮອງຄະນະບໍດີຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ກໍາມະການອິດສະຫຼະ ແລະ ທ່ານ ນາງ ພອນສະຫວັນ ສິດທິເດດ ຮອງຫົວໜ້າສູນຄົ້ນຄວ້ານະໂຍບາຍພັດທະນາວິສາຫະກິດ ແລະ ການເຊື່ອມໂຍງສາກົນ, ສະຖາບັນຄົ້ນຄວ້າເສດຖະກິດ-ສັງຄົມແຫ່ງຊາດ, ກຳມະການອິດສະຫຼະ ເປັນຄະນະ.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ຊົມເຊີຍຄະນະປະຮູບ ລັດວິສາຫະກິດ ການບິນລາວ ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້, ພ້ອມທັງໃຫ້ຮູ້ວ່າ: ຄະນະປະຕິຮູບ ຈະເຮັດວຽກທັງເປັນຄະນະປະຕິຮູບ ແລະ ສະພາບໍລິຫານ ເພື່ອຄົ້ນຄວ້າກຳນົດທິດທາງ ແລະ ແຜນການປະຕິຮູບຮອບດ້ານລັດວິສາຫະກິດການບິນລາວ ແລະ ຮັບປະກັນໃຫ້ແຜນການດັ່ງກ່າວຖືກຈັດຕັ້ງປະຕິບັດສໍາເລັດຕາມແຜນການ, ກຳນົດພາລະບົດບາດ, ສິດ ແລະ ໜ້າທີ່ຂອງບໍລິສັດທີ່ປຶກສາ ເພື່ອຄົ້ນຄວ້າແຜນການປັບໂຄງສ້າງລັດວິສາຫະກິດຮອບດ້ານ ຄື: ໂຄງສ້າງດ້ານການເງິນ-ການບັນຊີ, ການດຳເນີນທຸລະກິດ, ປັບປຸງກົງຈັກ-ບຸກຄະລາກອນ ແລະ ອື່ນໆ.

ກໍານົດຂັ້ນຕອນ, ວິທີການ, ດໍາເນີນການຄັດເລືອກ ແລະ ຈັດຈ້າງບໍລິສັດທີ່ປຶກສາ ແຕ່ລະດ້ານ, ຄົ້ນຄວ້າສ້າງກົນໄກການປະຕິຮູບ, ແຜນດຳເນີນງານ, ແຜນງົບປະມານ ແລະ ລາຍງານຕໍ່ຄະນະນຳກະຊວງການເງີນ ແລະ ລັດຖະບານ ເພື່ອຂໍການພິຈາລະນາຮັບຮອງ. ພ້ອມນັ້ນ, ທ່ານ ລັດຖະມົນຕີ ຍັງໄດ້ໃຫ້ທິດຊີ້ນໍາຕໍ່ຄະນະປະຕິຮູບ ໃຫ້ເອົາໃຈໃສ່ໃນການປັບປຸງລັດວິສາຫະກິດຫັນເຂົ້າສູ່ລະບົບກຸ້ມຕົນເອງ ຊຶ່ງຈໍາເປັນຕ້ອງໄດ້ຈ້າງແຮງງານທີ່ເປັນມືອາຊີບມາຊ່ວຍໃນການບໍລິຫານ ເພື່ອຈະໄດ້ຈັດຕັ້ງປະຕິບັດແຜນການ ແລະ ມາດຕະການປະຕິຮູບ ໃຫ້ສໍາເລັດຕາມລະດັບຄາດໝາຍ.