ນ້ຳຖ້ວມຢູ່ເມືອງໂພນໄຊເລີ້ມເຂົ້າສູ່ສະພາບປົກກະຕິ ແຕ່ການສັນຈອນຍັງອຳມະພາດ

92

ສະພາບນ້ຳ​ຖ້ວມ​ຊຸ​ຢູ່ ເມືອງ​ໂພນ​ໄຊ ແຂວງຫຼວງ​ພະ​ບາງ​ແມ່ນ​ມາ​ໄວ ແລະ​ແຫ້ງ​ໄວ ແຕ່​ມາ​ຮອດ​ຂະ​ນະ​ນີ້​ສະ​ພາບ​ຖະ​ໜົນ​ຫົນ​ທາງ​ຍັງ​ບໍ່​ສາ​ມາດ​ສັນ​ຈອນ​ໄປ​ມາ​ໄດ້​ຕາມ​ທີ່​ເປັນ​ຢູ່​ກ່ອນ​ເກີດ​ໄພ​ນ້ຳ​ຖ້ວມ, ປະ​ຊາ​ຊົນ​ບາງ​ຕຸດ​ຍັງ​ຖືກ​ຕັດ​ຂາດ​ຈາກ​ພາຍນອກ.


ຂ່າວ​ຈາກ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ: ນັບແຕ່ຕອນເຊົ້າຂອງວັນທີ 11 ສີງຫາ 2022 ນີ້ ຢູ່ເມືອງໂພນໄຊ ໄດ້ເກີດມີເຫດການນ້ຳປ່າໄຫຼຊຸ ເຮັດໃຫ້ປະຊາຊົນຢູ່ແຄມນ້ຳປາໄດ້ຮັບຜົນກະທົບ ຍ້ອນນ້ຳໄດ້ຍື່ງຂື້ນຖ້ວມບາງຈຸດ, ມາຮອດປັດຈຸບັນລະດັບນ້ຳໄດ້ເລີ້ມເຂົ້າສູ່ສະພາບປົກກະຕິ ແຕ່ການສັນຈອນຜ່ານເສັ້ນທາງ 2504 ເຊີ່ງເປັນທາງຫຼວງທ້ອງຖີ່ນ ໄລຍະທາງແຕ່ນະຄອນ ຫຼວງພະບາງ ຫາເມືອງໂພນໄຊຍັງບໍ່ສາມາດໄປມາຫາສູ່ກັນໄດ້.

ທ່ານ ທອງຈັນ ລັດຕະນະປະດິດ ເຈົ້າເມືອງໂພນໄຊ ໄດ້ໃຫ້ສຳພາດວ່າ: ປັດຈຸບັນໄດ້ລະດົມກຳລັງທະຫານ-ຕ່ຳຫຼວດ ແລະທີມງານປ້ອງກັນ-ຄວບຄຸມ ໄພພິບັດຂັ້ນເມືອງ ລົງຊ່ວຍເກັບມ້ຽນເຄື່ອງຂອງ ແລະຊ່ວຍອະນາໄມເຮືອນຂອງປະຊາຊົນທີ່ຖືກນ້ຳຖ້ວມ ເຊີ່ງສ່ວນໃຫຍ່ແມ່ນໄດ້ຮັບຜົນກະທົບເລັກນ້ອຍ ມີພຽງຕູບແຄມນ້ຳທີ່ເປັນບ່ອນບໍລິການຂອງຮ້ານອາຫານ ໄດ້ຖືກນ້ຳພັດ​ໄປ, ສ່ວນການແກ້ໄຂບັນຫາການສັນຈອນຕາມທ້ອງຖະໜົນ ລະບົບສັນຍານໂທລະສັບ ແລະລະບົບໄຟຟ້າ ພາກສ່ວນຮັບຜິດຊອບພວມເລັ່ງແກ້ໄຂ ເພື່ອໃຫ້ໄດ້ໃຊ້ງານເປັນປົກກະຕິ.


ທ່ານເຈົ້າເມືອງໂພນໄຊໃຫ້ຮູ້ຕື່ມວ່າ: ອົງການປົກຄອງເມືອງ ຈະສືບຕໍ່ລະດົມກຳລັງ ທະຫານ-ຕ່ຳຫຼວດ ແລະທີມງານປ້ອງກັນ-ຄວບຄຸມ ໄພພິບັດຂັ້ນເມືອງ ສືບຕໍ່ລົງຊ່ວຍປະຊາຊົນໃນການເກັບມ້ຽນເຄື່ອງຂອງ ແລະເກັບກຳຂໍ້ມູນຄວາມເສຍຫາຍເປັນລາຍລະອຽດ ເພື່ອວາງແຜນການໃຫ້ການຊ່ວຍເຫຼືອຜູ້ທີ່ຖືກຜົນກະທົບໃນຂັ້ນຕໍ່ໄປ.

ເສຍ​ຫາຍ​ສົມ​ຄວນ