ການມາຄັ້ງນີ້ຍິ່ງເຕັມທີ່ກວ່າຄັ້ງເກົ່າແນ່ນອນ ເອ ສຸພະວັນ ຕຸລາຄົມ MTL02

132

ພາຮູ້ຈັກເຖິງຄວາມຮູ້ສຶກຂອງນ້ອງອີກໜຶ່ງຄົນ ຜູ້ທີ່ມີ ຄວາມພ້ອມທັງຄວາມຮູ້ ແລະ ຄວາມສາມາດ ອີກທັງຍັງເປັນຕົວເຕັງໃນການປະກວດຕັ້ງແຕ່ຮອບແລ້ວ ທີ່ເຂົ້າຮ່ວມການປະກວດໃນເວທີ Miss Teen Laos 2022 ແລະ ເປັນໜຶ່ງໃນ 12 ນ້ອງໄວໃສ ທີ່ຈະເປັ່ງປະກາຍດວງດາວແຫ່ງຍຸກສະໄໝຄົນນີ້ ເອ ສຸພາວັນ ຕຸລາຄົມ MTL02 ເຊິ່ງພາຍຫຼັງທີ່ທາງກອງປະກວດ ໄດ້ອອກມາປະກາດໃນການຈັດແຂ່ງຂັນປະກວດອີກຄັ້ງ ຫຼັງຈາກປີ 2021 ໄດ້ໂຈະໄປຍ້ອນການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19 ນັ້ນເອງ.

ທີມຂ່າວເສດຖະກິດການຄ້າ ໄດ້ມີໂອກາດສໍາພາດນ້ອງ ໃນການເຂົ້າຮ່ວມປະກວດອີກຄັ້ງ ເຊິ່ງນ້ອງກໍໄດ້ບອກວ່າ: ສຳລັບເອ ແມ່ນຮູ້ສຶກດີໃຈຫຼາຍ ເພາະເອກໍເປັນຄົນໜຶ່ງທີ່ລໍຄ່ອຍເພື່ອຈະສານຝັນຂອງຕົນເອງໃຫ້ປະສົບຜົນສຳເລັດ ແລະ ທີ່ຜ່ານມາກ່ອນຈະພັກໂຄວິດ ເອ ກໍໄດ້ກຽມພ້ອມໃນຫຼາຍໆດ້ານເລີຍ ເພື່ອການປະກວດ ການກັບມາຄັ້ງນີ້ເອຈະເຕັມທີ່ ແລະ ມ່ວນກັບມັນ ເອສັນຍາວ່າຈະເຮັດໃຫ້ມັນດີທີ່ສຸດ.

ສໍາລັບການກຽມຕົວຄືຕອນນີ້ ເອ ກໍກຳລັງຝຶກຊ້ອມໃຫ້ໜັກຂຶ້ນ ບໍ່ວ່າຈະເປັນການເດີນແບບ, ການຕອບຄຳຖາມ, ການອອກກຳລັງກາຍ, ການຮຽນບຸກຄະລິກກະພາບ ແລະ ອື່ນໆ ອີກຫຼາຍຢ່າງເລີຍເພື່ອທີ່ຈະໄດ້ເປັນຄົນທີ່ເກັ່ງ ແລະ ພ້ອມທີ່ຈະເປັນ Miss Teen Laos 2022 ເພື່ອເປັນກະບອກສຽງໃຫ້ໄວໜຸ່ມລາວທຸກໆຄົນ.

ສ່ວນສິ່ງທີ່ທ້າທາຍສຳລັບເອທີ່ສຸດ ໃນການປະກວດກໍຄືການເອົາຊະນະໃຈຕົນເອງ ເພາະແຕ່ກີ້ເອເປັນຄົນໜຶ່ງທີ່ຂີ້ອາຍຫຼາຍ ແລະ ບໍ່ກ້າເຂົ້າສັງຄົມ; ສະນັ້ນເລີຍໄດ້ພະຍາຍາມຝຶກຊ້ອມຢ່າງໜັກເພື່ອການປະກວດນີ້ ເພາະມັນກໍຄືຄວາມຝັນອັນໜຶ່ງທີ່ເອຢາກປະສົບຜົນສຳເລັດ ແລະ ໄດ້ຮັບໃຊ້ ໄດ້ຊ່ວຍເຫຼືອສັງຄົມຢ່າງທີ່ເອຕັ້ງໃຈໄວ້.

ຄວາມສາມາດ ແລະ ສິ່ງທີ່ເອຈະສະແດງໃນການປະກວດຄັ້ງນີ້ ກໍຄືການຟ້ອນທີ່ບໍ່ຄືໃຜ ແລະ ບອກເລີຍວ່າຖ້າທຸກຄົນໄດ້ເຫັນຕ້ອງວ້າວແນ່ນອນ ຕອນນີ້ເອບອກໄດ້ພຽງສໍ່ານີ້ ເຊິ່ງຈະເປັນແນວໃດເຮົາມາລຸ້ນນຳກັນຕື່ມດີກວ່າໃນການປະກວດໃນປີນີ້.

ສຸດທ້າຍແລ້ວ ເອ ກໍຢາກຝາກທຸກໆຄົນຊ່ວຍເຊຍ ແລະ ເປັນກຳລັງໃຈໃຫ້ເອແດ່ເດີ ການກັບມາໃນຄັ້ງນີ້ເອຈະເຮັດໃຫ້ເຕັມທີ່ກັບການລໍຄອຍ ຜ່ານມາ ໄດ້ຝຶກຊ້ອມ ແລະ ພະຍາຍາມມາຫຼາຍ ເພື່ອເວທີອັນຊົງກຽດແຫ່ງນີ້ ຝາກ MTL02 ເອ ສຸພະວັນ ຕຸລາຄົມ ໄວ້ໃນອ້ອມອົກອ້ອມໃຈຂອງທຸກຄົນແດ່ເດີຂໍຂອບໃຈ.

ສາມາດເຂົ້າໄປຕິດຕາມຜົນງານ ແລະ ການເຄື່ອນໄຫວໃນວົງການບັນເທີງຂອງນ້ອງໄດ້ ຜ່ານຊ່ອງທາງເຟສ ບຸ໊ກສ່ວນຕົວ Aey Soupha vanh Toulakhome ນັ້ນເອງ.

ຮູບ

ຮູບ: ເອ ຕຸລາຄົມ]