ເດືອນພຶດສະພາ ຍີ່ປຸ່ນ ຂາດດຸນການຄ້າສູງສຸດໃນຮອບ 8 ປີ

65

ສຳນັກຂ່າວຣອຍເຕີລາຍງານວ່າໃນເດືອນພຶດສະພາ 2022 ຍີ່ປຸ່ນ ຂາດດຸນການຄ້າສູງທີ່ສຸດໃນຮອບ 8 ປີ ເນື່ອງຈາກລາຄາສິນຄ້າແພງຂຶ້ນ, ໃນຂະນະທີ່ເງິນເຢນອ່ອນຄ່າລົງ ເຮັດໃຫ້ລາຄາສິນຄ້ານຳເຂົ້າເພີ່ມຂຶ້ນ.

ກະຊວງການຄ້າຂອງຍີ່ປຸ່ນ ເປີດເຜີຍວ່າ: ມູນຄ່າການນຳເຂົ້າຂອງຍີ່ປຸ່ນ ເພີ່ມຂຶ້ນ 48,9% ເພີ່ມຂຶ້ນສູງກວ່າທີ່ຄາດການໄວ້ ໂດຍມູນຄ່າການນຳເຂົ້າສູງກວ່າມູນຄ່າການສົ່ງອອກເຖິງ 15,8% ໃນເດືອນພຶດສະພາ

ເຮັດໃຫ້ ຍີ່ປຸ່ນ ຂາດດຸນການຄ້າສູງເຖິງ 17,8 ພັນລ້ານໂດລາ ເຊິ່ງເປັນການຂາດດຸນສູງທີ່ສຸດໃນຮອບ 8 ປີ ແລະ ເປັນການຂາດດຸນການຄ້າເປັນເດືອນທີ 10 ຕິດຕໍ່ກັນແລ້ວ ເຊິ່ງສິ່ງດັ່ງກ່າວນັ້ນ ເປັນການຕອກຢ້ຳເຖິງອຸປະສັກທີ່ ຍີ່ປຸ່ນ ກຳລັງປະເຊີນໃນຂະນະນີ້ ເຊິ່ງບັນຫາຫຼັກໆແມ່ນການອ່ອນຄ່າຂອງສະກຸນເງິນເຢນ, ລາຄາພະລັງງານ ແລະ ລາຄາວັດຖຸດິບເພີ່ມສູງຂຶ້ນ.

ທັງນີ້, ການສົ່ງອອກຂອງຍີ່ປຸ່ນ ໄປຍັງ ສປ ຈີນ ເຊິ່ງເປັນຄູ່ຄ້າລາຍໃຫຍ່ທີ່ສຸດຂອງຍີ່ປຸ່ນ ຫຼຸດລົງ 0,2% ໃນເດືອນພຶດສະພາເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ, ຂະນະທີ່ການສົ່ງອອກໄປຍັງສະຫະລັດ ເພີ່ມຂຶ້ນ 13,6% ແຕ່ຕົ້ນທຶນລາຄາສິນຄ້ານຳເຂົ້າແພງຂຶ້ນ ບວກກັບການອ່ອນຄ່າຂອງເງິນເຢນ ຈຶ່ງເຮັດໃຫ້ຂາດດຸນການຄ້າສູງສຸດໃນຮອບ 8 ປີ.