ໃກ້ເຂົ້າມາແລ້ວກັບການປະກວດໃນເວທີສາກົນ ຂອງໜຸ່ມຕ້າ Mister Supranational Laos ທີ່ໂປແລນ

211

ພ້ອມກັນ ຫຼື ຍັງ! ກັບການສົ່ງແຮງເຊຍແຮງໃຈ ໃຫ້ການສະໜັບສະໜູນໜຸ່ມລາວ ກ້າວຂຶ້ນສູ່ເວທີສາກົນ ໃຫ້ທຸງລາວໂບກໂບຍສະບັດຢ່າງສະຫງ່າງາມ ແລະ ເປັນທີ່ປະຈັກຕາໃຫ້ບັນດານາໆປະເທດ ໂດຍຜ່ານຕົວແທນໄວໜຸ່ມລາວ ໃນການເຂົ້າຮ່ວມປະກວດໃນເວທີຄົ້ນຫາຊາຍງາມ ລະດັບສາກົນ ນັ້ນກໍຄືເວທີ Mister Supranational 2022 ນັ້ນເອງ ໂດຍຜູ້ຈະໄປເຜີຍແຜ່ຄວາມເປັນລາວໃນຄັ້ງນີ້ກໍຄື ຕ້າ ພີມມະສອນ ສິງສະຫວັນ Mister Supranational Laos 2021 – 2022 ນັ້ນເອງ.

ໃນໄວໆນີ້ ການປະກວດໃນເວທີສາກົນ ແມ່ນໄດ້ຈັດຂຶ້ນທີ່ປະເທດໂປແລນ ໂດຍໃນຕອນນີ້ໜຸ່ມຕ້າເອງ ກໍກໍາລັງກະກຽມຄວາມພ້ອມຂອງຕົນເອງຢູ່ ບໍ່ວ່າຈະເປັນການຟິດຫຸ່ນ, ການກະກຽມຄວາມພ້ອມດ້ານຕ່າງໆທັງພາສາ, ການເດີນແບບອື່ນໆ ເຊິ່ງເຮົາກໍຈະໄດ້ເຫັນການອັບເດດຜ່ານເຟສ ບຸ໊ກສ່ວນຕົວຂອງໜຸ່ມຕ້າ ເປັນປະຈໍາເລີຍ.

ສໍາລັບໜຸ່ມຕ້າ ປັດຈຸບັນແມ່ນອາຍຸ 24 ປີ ເຊິ່ງເປັນຊາຍແບບ ແລະ ນັກສະແດງ ຈາກສັງກັດ Tara academy ເວົ້າໄດ້ວ່າໜຸ່ມຄົນນີ້ເປັນທີ່ຖືກໃຈແຟນໆ ທີ່ຈະເປັນຕົວແທນຊາຍລາວໄປປະກວດໃນເວທີສາກົນ ເພາະຕັ້ງແຕ່ກ່ອນໄດ້ຮັບຕໍາແໜ່ງ ກໍມີແຟນໆເຊຍ ແລະ ໃຫ້ກໍາລັງໃຈໂດຍດີສະເໝີມາ. ພ້ອມນີ້, ໜຸ່ມຕ້າເອງ ໄດ້ມີຜົນງານໃນວົງການບັນເທີງລາວມາຫຼາຍຢ່າງ ບໍ່ວ່າຈະເປັນການຖ່າຍແບບ, ຊີຣີ, ການຖ່າຍໂຄສະນາສິນຄ້າ ແລະ ອື່ນໆ. ນອກຈາກນີ້, ຕ້າ ຍັງເຄີຍເຂົ້າຮ່ວມການປະກວດເວທີ Mister working men international ທີ່ປະເທດໄທ ໃນປີ 2019 ອີກດ້ວຍ.

ກິດຈະກຳຍາມວ່າງແມ່ນຫຼິ້ນກີຕ້າ ແລະ ການອອກກຳລັງກາຍທຸກໆວັນ ເຊິ່ງເຮົາກໍບໍ່ແປກໃຈເລີຍວ່າເປັນຫຍັງຈຶ່ງຮູບຮ່າງ ແລະ ສຸຂະພາບດີແບບນີ້ ສຸດທ້າຍນີ້ກໍຂໍຝາກທຸກຄົນເປັນກຳລັງໃຈໃຫ້ ແລະ ເອົາແຮງໃຈຊ່ວຍເຊຍໜຸ່ມສຸດຫຼໍ່ ຕົວແທນຊາຍງາມລາວຄົນນີ້ໃນເວທີສາກົນດ້ວຍ ແລະ ທີມຂ່າວບັນເທີງເອງ ກໍຂໍອວຍພອນໃຫ້ໜຸ່ມຕ້າ ຈົ່ງນໍາເອົາໄຊຊະນະ ແລະ ຄວາມພາກພູມໃຈມາສູ່ຄົນລາວທັງປະເທດດ້ວຍ. ທຸກຄົນສາມາດຕິດຕາມຜົນງານຂອງຕ້າໄດ້ທີ່ Facebook & Instagram Tar phimmasone singsavanh & tar_singsavanh.

ສ່ວນມື້ກະກຽມເດີນທາງແມ່ນຢູ່ໃນໄລຍະທ້າຍເດືອນມິຖຸນາ ເດີນທາງໄປແມ່ນວັນທີ 4 ກໍລະກົດ 2022 ແມ່ນໃຫ້ຮອດປະເທດໂປແລນ ຢ່າລືມຮ່ວມສົ່ງກໍາລັງໃຈໃຫ້ໜຸ່ມສຸດຫຼໍ່ຄົນນີ້ຫຼາຍໆເດີ ( ວັນເວລາອາດມີການປ່ຽນແປງ ) ເຊິ່ງຈະມີການນໍາສະເໜີເລື້ອຍໆ.

[  ຮູບ: Tar phimmasone singsavanh ]