ອີລອນ ມັສ ບັນລຸຂໍ້ຕົກລົງຊື້ທະວິດເຕີ 44 ຕື້ໂດລາ

65

ສຳນັກຂ່າວຕ່າງປະເທດລາຍງານວ່າ ຄະນະກຳມະການບໍລິຫານທະວິດເຕີ ( Twitter ) ໄດ້ບັນລຸຂໍ້ຕົກລົງກັບ ທ່ານ ອີລອນ ມັສ ມະຫາເສດຖີອັນດັບໜຶ່ງຂອງໂລກ ໃນການຈະຊື້ກິດຈະການຂອງທະວິດເຕີ ມູນຄ່າ 44 ພັນລ້ານໂດລາສະຫະລັດ.

May be an image of 1 person

ທັງນີ້, ອີລອນ ມັສ ໄດ້ສະເໜີຂໍຊື້ກິດຈະການທະວິດເຕີ ແຕ່ເບື້ອງຕົ້ນຖືກປະຕິເສດກ່ອນຄະນະກຳມະການບໍລິຫານຈະຕົກລົງຂາຍໃນວັນຈັນຜ່ານມາ.

May be a Twitter screenshot of 1 person

ທ່ານ ອີລອນ ມັສ ອອກຖະແຫຼງການວ່າ ເສລີພາບໃນການສະແດງຄວາມຄິດເຫັນຄືພື້ນຖານປະຊາທິປະໄຕທີ່ແທ້ຈິງ, ທະວິດເຕີຄືຊຸມຊົນດີຈີຕອນທີ່ມີຄວາມສຳຄັນເປັນຢ່າງຍິ່ງໃນການຕິດຕໍ່ສື່ສານ ແລະ ສະແດງຄວາມຄິດເຫັນຂອງຜູ້ຄົນຜ່ານໂຊຊຽວມີເດຍ.

May be an image of 1 person