ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ເຂົ້າຮ່ວມກອງປະຊຸມ ໂບອາວປະຈຳປີ 2022 ຜ່ານຮູບແບບວີດີໂອທາງໄກ

260

ວັນທີ 21 ເມສາ 2022 ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ, ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ), ພ້ອມດ້ວຍບັນດາທ່ານ ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າກົມຂົນສົ່ງ, ຫົວໜ້າກົມທາງລົດໄຟ, ວ່າການຫົວໜ້າຫ້ອງການກະຊວງ, ຕາງໜ້າກົມແຜນການ ແລະ ການເງິນ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໂບອາວປະຈຳປີ 2022 (Boao Forum for Asia 2022) , ໃນຫົວຂໍ້ເສວະນາ ກ່ຽວກັບ ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ : ຮູບແບບວິທີການໃໝ່ໃນການຮ່ວມມືເພື່ອການພັດທະນາ (Belt and Road Initiative: A New Practice of Cooperation Development) ຜ່ານຮູບແບບວີດີໂອທາງໄກ.


ກອງປະຊຸມໂບອາວ ປະຈຳປີ 2022 ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 20-22 ເມສາ 2022 ທີ່ແຂວງ ຫາຍນານ ສປ ຈີນ ມີຈຸດປະສົງແນໃສ່ປຶກສາຫາລື ເພື່ອລະດົມຄວາມຄິດ ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບ ການໝູນໃຊ້ທ່າແຮງທັນສະໄໝ ເພື່ອຟື້ນຟູເສດຖະກິດພາຍຫຼັງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. ນອກຈາກນີ້ ກໍເພື່ອສົ່ງເສີມ ແລະ ແລກປ່ຽນບົດຮຽນໃນການດຳເນີນທຸລະກິດໃນຍຸກດິຈີຕອນ ເພື່ອຊອກຮູ້ກາລະໂອກາດ ແລະ ສິ່ງທ້າທາຍໃນການພັດທະນາເສດຖະກິດໃຫ້ມີຄວາມຈະເລີນກ້າວໜ້າ ແລະ ທັນສະໄໝ ແລະ ເພື່ອສ້າງຄວາມສາມັກຄີປອງດອງ ໃຫ້ມີຄວາມແໜ້ນແຟ້ນຂຶ້ນກ່ວາເກົ່າ.

ເວທີດັ່ງກ່າວ ແມ່ນເປັນໂອກາດໃນການລະດົມແນວຄວາມຄິດ (Think Tanks) ທີ່ເຕົ້າໂຮມເອົາບັນດາຜູ້ນຳ, ອະດີດຜູ້ນຳ, ບຸກຄົນທີ່ມີຊື່ສຽງ ແລະ ມີຄຸນວຸດທິ ທັງພາກລັດ ແລະ ເອກະຊົນ ເພື່ອແລກປ່ຽນວິໄສທັດຕໍ່ບັນຫາຮີບດ່ວນຂອງພາກພື້ນ ແລະ ໃນໂລກ ໂດຍສະເພາະບັນຫາພົ້ນເດັ່ນໃນອາຊີ. ເວທີໂບອາວຍັງເປັນເວທີສົ່ງເສີມການເຊື່ອມໂຍງເສດຖະກິດພາກພື້ນ ແລະ ເຕົ້າໂຮມບັນດາປະເທດໃນທະວີບອາຊີ ໃນການບັນລຸເປົ້າໝາຍດ້ານການພັດທະນາ.


ໃນນາມທີ່ຖືກຮັບເຊີນເປັນໜຶ່ງໃນ ເສວະນາກອນ ພາຍໃຕ້ຫົວຂໍ້ ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ : ຮູບແບບວິທີການໃໝ່ໃນການຮ່ວມມືເພື່ອການພັດທະນາ ສິ່ງທ້າທາຍຈາກສະພາບຂອງໂລກໃນປັດຈຸບັນ ທີ່ກະທົບໃສ່ ໂຄງການ BRI ໃນ ສປປ ລາວ, ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມີຄໍາເຫັນແລກປ່ຽນ, ເຊິ່ງມີບາງຕອນທີ່ສຳຄັນ ດັ່ງນີ້: ສະພາບການສະລໍຕົວຂອງເສດຖະກິດໂລກ ແມ່ນສົ່ງຜົນກະທົບບໍ່ໜ້ອຍກໍ່ຫຼາຍ ຕໍ່ບັນດາໂຄງການລົງທຶນໃນກອບ BRI, ທັງໂຄງການທີ່ກຳລັງກໍ່ສ້າງ ແລະ ຢູ່ໃນແຜນ. ສາເຫດກໍເນື່ອງມາຈາກ ຄວາມຕ້ອງການໃນການລົງທຶນໃນຫຼາຍປະເທດຖືກສະລໍຕົວ. ສະນັ້ນ, ມັນມີຄວາມຈໍາເປັນທີ່ສຸດວ່າບັນດາປະເທດສະມາຊິກ BRI ຈະຕ້ອງໄດ້ສຸມໃສ່ສ້າງຜົນປະໂຫຍດສູງສຸດຈາກໂຄງການທີ່ສຳເລັດແລ້ວ ເພື່ອສະໜັບສະໜູນການເຕີບໂຕຂອງບັນດາກິດຈະກຳດ້ານເສດຖະກິດ.


ໃນກໍລະນີຂອງໂຄງການຍຸດທະສາດ, ສັນຍາລັກການຮ່ວມມືຂອງ 2 ຊາດລາວ-ຈີນ ກໍຄືໂຄງການລົດໄຟລາວ-ຈີນນັ້ນ, ສິ່ງທ້າທາຍ ກໍຄືກາລະໂອກາດ ເຊັ່ນດຽວກັນແມ່ນການຮ່ວມມືກັບບັນດາປະເທດໃນຂອບພະວິພາຄີ ແລະ ພະຫຸພາຄີ ເພື່ອຈັດຕັ້ງປະຕິບັດຂະບວນການຂົນສົ່ງຂ້າມແດນ ແລະ ຜ່ານແດນ ໃຫ້ມີປະສິດທິພາບສູງກວ່າເກົາ ເພື່ອຮັບມືກັບຄວາມຕ້ອງການຂົນສົ່ງຜ່ານເສັ້ນທາງລົດໄຟລາວ-ຈີນ ທີ່ນັບມື້ນັບຫຼາຍຂຶ້ນ ເພື່ອໃຫ້ບັນລຸຄາດໝາຍການຫຼຸດຜ່ອນເວລາ ແລະ ຕົ້ນທຶນໃນການຂົນສົ່ງ ຂອງອະນຸພາກພື້ນ ແລະ ພາກພື້ນຜ່ານ ສປປ ລາວ.


ຖ້າເຮັດໄດ້ແນວນັ້ນ, ຂ້າພະເຈົ້າເຊື່ອວ່າ ໂຄງການລົດໄຟລາວ-ຈີນ ຈະບໍ່ພຽງແຕ່ສ້າງຜົນປະໂຫຍດດ້ານເສດຖະກິດໃຫ້ກັບຂະແໜງການບໍລິການໂລຊິດສະຕິກ ແລະ ຜູ້ບໍລິໂພກ, ແຕ່ຍັງຈະຊ່ວຍກະຕຸ້ນການຂະຫຍາຍຕົວຂອງການຄ້າ ລະຫວ່າງ ສປ ຈີນ, ສປປ ລາວ, ສສ ຫວຽດນາມ, ໄທ ແລະ ປະເທດສະມາຊິກອາຊຽນອື່ນໆ.