ຕາມນີ້ຫຼວງພຣະບາງແຈ້ງ ບຸນປີໃໝ່ລາວ ບໍ່ມີກິດຈະກຳແບບມວນຊົນເດີ້ !

343

ວັນທີ31 ມີນາ 2022 ເຈົ້ານະຄອນຫຼວງພະບາງ ແຂວງຫຼວງພະບາງ ໄດ້ອອກແຈ້ງການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2565 ໂດຍມີເນື້ອໃນລາຍລະອຽດດັ່ງນີ້:

 

1. ກໍານົດເອົາ ວັນພັກທາງລັດຖະການເພື່ອສະເຫຼີມສະຫຼອງປີໃຫມ່ລາວ ໂດຍເປັນເອກະພາບໃນວັນທີ 13, 14,15 ແລະ 16 ເມສາ 2022. ວັນພຸດ ທີ 13 ເມສາ 2022 ເປັນວັນພັກຊົດເຊີຍປີໃຫມ່ລາວ ພສ 2565ທົດແທນ ວັນເສົາ ທີ 16 ເມສາ 2022 ເຊິ່ງເປັນວັນພັກລັດຖະການ.

2. ການສະເຫຼີມສະຫຼອງບຸນປີໃຫມ່ລາວ ພສ 2565 ຄສ 2022 ແມ່ນບໍ່ໄດ້ຈັດກິດຈະກໍາແບບມວນຊົນເຂົ້າຮ່ວມ ເນື່ອງຈາກມີຄວາມຈໍາເປັນຕ້ອງໄດ້ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ເຊິ່ງຈະມີພຽງແຕ່ພິທີຂອບໄຂວທາງສາສະຫນາ ຕາມຮີດຄອງປະເພນີເທົ່ານັ້ນ.


3. ພິທີອັງເຊີນພະພຸດທະຮູບລົງຫົດສົງ ຢູ່ແຕ່ລະວັດພາຍໃນນະຄອນຫຼວງພະບາງ ອະນຸຍາດໃຫ້ຈັດໃນລະຫວ່າງວັນທີ 14 – 19 ເມສາ 2022 ແລະ ຜູ້ທີ່ມີຈຸດປະສົງທີ່ຈະເຂົ້າຮ່ວມສົ່ງນນໍ້າພະ ຕາມສະຖານທີ່ຕ່າງໆທີ່ມີຈໍານວນຄົນຫຼາຍ ແລະ ມີຄວາມແອອັດ ຕ້ອງໃສ່ຜ້າປິດປາກປິດດັງ ແລະ ລ້າງມືຂ້າເຊື້ອພະຍາດດ້ວຍເຈວທຸກຄັ້ງ.

4. ການຈັດພິທີສູດເຮືອນ, ບາສີສູ່ຂວັນປີໃຫມ່ ໃຫ້ຈັດຢູ່ໃນຂອບເຂດຮີດຄອງປະເພນີ ແລະ ຂະນົບທໍານຽມອັນດີງາມ ເຊິ່ງຈັດຂຶ້ນຢູ່ພາຍໃນຄອບຄົວ ແລະ ບ້ານ ຂອງໃຜລາວ (ຫ້າມບໍ່ໃຫ້ມີການເຕົ້າໂຮມ ຄົນເປັນຈໍານວນຫຼວງຫຼາຍ).

5. ການຫົດນໍ້າອວຍພອນເຊິ່ງກັນ ແລະ ກັນ ຕ້ອງນໍາໃຊ້ນໍ້າທີ່ສະອາດ ກ່ອນຈະຫົດສົງນໍ້າບຸກຄົນໃດຫນຶ່ງຕ້ອງເຄົາລົບສິດທິສ່ວນບຸກຄົນ ດ້ວຍການຂໍອະນຸຍາດເສຍກ່ອນແລ້ວຈຶ່ງຫົດ ການຫຼິ້ນນໍ້າບໍ່ໃຫ້ກາຍ 17:00 ໂມງ.

6. ມອບໃຫ້ຄະນະສະເພາະກິດຂັ້ນນະຄອນສືບຕໍ່ສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ,ເອົາໃຈ ໃສ່ປະຕິບັດຫນ້າທີ່ຂອງຕົນດ້ວຍມາດຕະການດ້ານຕ່າງໆ ເພື່ອຮັບປະກັນບໍ່ໃຫ້ມີການແຜ່ລະບາດຂອງ ລະບາດ.