ຍີ່ປຸ່ນ ກຽມອອກລະບຽບໃໝ່ໃຫ້ບໍລິສັດ ເປີດເຜີຍຄ່າຈ້າງຕາມເພດ ຫວັງຫຼຸດຄວາມແຕກໂຕນ

46

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມີນາຜ່ານມາວ່າ: ລັດຖະບານຍີ່ປຸ່ນ ກຳລັງພິຈາລະນາອອກກົດລະບຽບໃໝ່ ໂດຍໃຫ້ບັນດາບໍລິສັດຕ່າງໆຕ້ອງສະແດງບົດລາຍງານປະຈຳປີທີ່ເປີດເຜີຍເຖິງຄ່າຈ້າງ ຫຼື ລາຍຮັບສະເລ່ຍຂອງຕຳແໜ່ງງານຕ່າງໆ

ລະຫວ່າງເພດຊາຍ ແລະ ເພດຍິງ ໂດຍແບ່ງເປັນເພດ ແລະ ຕຳແໜ່ງລະດັບຜູ້ຈັດການທີ່ເປັນເພດຍິງ ແລະ ຊາຍ ຄາດວ່າຈະມີຜົນບັງຄັບໃຊ້ໃນໄວໆນີ້.

ກົດລະບຽບດັ່ງກ່າວ ຫວັງຫຼຸດຊ່ອງວ່າງທາງລາຍໄດ້ລະຫວ່າງເພດຊາຍ ແລະ ເພດຍິງ ເພື່ອບັນລຸການກະຈາຍລາຍໄດ້ຢ່າງເທົ່າທຽມ. ນອກຈາກນີ້, ຍັງຈະໃຫ້ເພດຊາຍໃຊ້ສິດລາພັກ ເພື່ອລ້ຽງລູກນ້ອຍ ເພື່ອໃຫ້ຜູ້ຊາຍມີໜ້າທີ່ໃນການລ້ຽງລູກ ຫຼັງພັນລະຍາເກີດລູກເຊັ່ນດຽວກັບເພດຍິງ.