ສະຫະລັດ ຂາດດຸນບັນຊີເດີນສະພັດເພີ່ມຂຶ້ນເປັນປະຫວັດການ

109

ສຳນັກຂ່າວຕ່າງປະເທດລາຍງານວ່າ ກະຊວງການຄ້າຂອງສະຫະລັດອາເມຣິກາ ເປີດເຜີຍວ່າ ຕົວເລກຂາດດຸນບັນຊີເດີນສະພັດຂອງສະຫະລັດ ຫຼຸດລົງ 0,9% ສູ່ລະດັບ 217,9 ຕື້ໂດລາ ໃນໄຕມາດ 4 ຂອງປີ 2021 ແລະ ຕ່ຳກວ່ານັກວິເຄາະຄາດການໄວ້.

ແຕ່ເມື່ອພິຈາລະນາລວມກັນໝົດປີ 2021 ບັນຊີຂາດດຸນເດີນສະພັດຂອງສະຫະລັດ ເພີ່ມຂຶ້ນ 33,4% ສູ່ລະດັບ 821,6 ຕື້ໂດລາ ເຊິ່ງເປັນລະດັບສູງສຸດເປັນປະຫວັດການ ຫຼື ເທົ່າກັບ 3,6% ຂອງ GDP ແລະ ເພີ່ມຂຶ້ນ 2,9% ເມື່ອທຽບກັບປີ 2020.

ການເພີ່ມຂຶ້ນຂອງຕົວເລກຂາດດຸນບັນຊີເດີນສະພັດມີສາເຫດມາຈາກການນຳເຂົ້າສິນຄ້າເພີ່ມຂຶ້ນ ເຊິ່ງພາກທຸລະກິດຕ້ອງເພີ່ມການນຳເຂົ້າ ເພື່ອຮອງຮັບການໃຊ້ຈ່າຍຂອງຜູ້ບໍລິໂພກ. ທັງນີ້, ການນຳເຂົ້າສິນຄ້າທະລຸ 2,85 ລ້ານລ້ານໂດລາ ໃນປີ 2021, ຂະນະທີ່ການສົ່ງອອກບັນລຸ 1,76 ລ້ານລ້ານໂດລາ.