ສະຫະລັດ ຂະຫຍາຍເວລາຍົກເວັ້ນພາສີສິນຄ້ານຳເຂົ້າຈາກຈີນ 350 ກວ່າລາຍການ

71

ສຳນັກຂ່າວຣອຍເຕີລາຍງານໃນວັນທີ 25 ມີນາ 2022 ວ່າ ສຳນັກງານຜູ້ແທນການຄ້າຂອງສະຫະລັດ ( USTR ) ເປີດເຜີຍວ່າ ສະຫະລັດຈະຄືນສະຖານະຍົກເວັ້ນພາສີສິນຄ້ານຳເຂົ້າຈາກຈີນ 352 ລາຍການ

ໂດຍສ່ວນໃຫຍ່ເປັນສິນຄ້າອຸດສາຫະກຳ ເຊັ່ນ: ປ້ຳນ້ຳ, ມໍເຕີໄຟຟ້າ, ຊິ້ນສ່ວນລົດຍົນ, ສິນຄ້າອຸປະໂພກ – ບໍລິໂພກ ແລະ ອື່ນໆ ໂດຍມີຜົນຢ້ອນຫຼັງແຕ່ວັນທີ 12 ຕຸລາ 2021 ເຖິງ 31 ທັນວາ 2022 ໂດຍຄວບຄຸມສິນຄ້ານຳເຂົ້າຈາກຈີນ ມູນຄ່າ 370.000 ລ້ານໂດລາ ທີ່ລັດຖະບານຍຸກປະທານາທິບໍດີ ໂດນັລ ທຣັມ ປັບຂຶ້ນອັດຕາພາສີຈາກ 7,5% ເປັນ 25%.

ດ້ານໂຄສົກກະຊວງການຄ້າຂອງຈີນເປີດເຜີຍວ່າ ການຕັດສິນໃຈຂອງສະຫະລັດຈະເປັນປະໂຫຍດໃນການຮັກສາລະດັບການຄ້າໃນກຸ່ມສິນຄ້າດັ່ງກ່າວ ແລະ ຫວັງວ່າການຮ່ວມມືດ້ານການຄ້າລະຫວ່າງ ຈີນ ກັບ ສະຫະລັດ ຈະກັບຄືນສູ່ປົກກະຕິ.