ການເລືອກ “ຜະລິດຕະພັນທີ່ຖືກຕ້ອງເໝາະສົມ” ເພື່ອສົ່ງອອກໄປສະຫະພາບເອີຣົບ (EU) ໂດຍນໍາໃຊ້ລະບົບສິດທິພິເສດທາງດ້ານອັດຕາພາສີສໍາລັບທຸກສິນຄ້າຍົກເວັ້ນອາວຸດສົງຄາມ EBA

73

ແຜນງານປັດຈຸບັນໃນການນໍາໃຊ້ລະບົບສິດທິພິເສດທາງດ້ານອັດຕາພາສີສໍາລັບການສົ່ງອອກທຸກສິນຄ້າ ຍົກເວັ້ນອາວຸດສົງຄາມ ຫຼື ໂຄງການ EBA ໄປສະຫະພາບເອີຣົບ ( EU ) ໄດ້ສະໜອງຫຼາຍໆທາງເລືອກໃຫ້ແກ່ຜູ້ປະກອບການໃນການສົ່ງອອກ. ເຖິງຢ່າງໃດກໍຕາມ, ການເລືອກຜະລິດຕະພັນທີ່ເໝາະສົມທີ່ສຸດໃນການສົ່ງອອກຈາກ ສປປ ລາວ ພາຍໃຕ້ໂຄງການ EBA ແມ່ນເປັນໜ້າວຽກທີ່ສັບຊ້ອນ. ເນື່ອງຈາກວ່າອັດຕາພາສີຂອງສະຫະພາບເອີຣົບໃນປັດຈຸບັນແມ່ນຂ້ອນຂ້າງຕໍ່າ ແລະ ມີສ່ວນແບ່ງໃນຕະຫຼາດທີ່ມີທ່າແຮງໃນການສົ່ງອອກເປັນຫຼັກ ແມ່ນລ້ວນແຕ່ໄດ້ຮັບຜົນປະໂຫຍດຈາກການປອດພາສີໃຫ້ບັນດາປະເທດທີ່ມີເງື່ອນໄຂໄດ້ຮັບສິດທິພິເສດຫຼາຍທີ່ສຸດ ຫຼື MFN ທີ່ນໍາໃຊ້ສໍາລັບທຸກໆການສົ່ງອອກ.
ເອກະສານມາດຕານີ້ ໄດ້ລະບຸກ່ຽວກັບ 3 ລະບົບພາສີທີ່ຜູ້ປະກອບການລາວນໍາໃຊ້ໃນການສົ່ງອອກໄປສະຫະພາບເອີຣົບ ເຊິ່ງລວມມີ: ( i ) ລະບົບຊໍາລະພາສີ MFN ຂອງສະຫະພາບເອີຣົບທີ່ໄດ້ຖືກນໍາໃຊ້; ( ii ) ລະບົບປອດພາສີ MFN ແລະ ( iii ) ລະບົບຍົກເວັ້ນອັດຕາພາສີພາຍໃຕ້ໂຄງການ EBA, ລວມທັງການໃຫ້ຄໍາແນະນໍາກ່ຽວກັບວິທີການທີ່ ສປປ ລາວ ສາມາດນໍາໃຊ້ຜົນປະໂຫຍດຈາກການຍົກເວັ້ນພາສີສູງສຸດພາຍໃຕ້ໂຄງການ EBA.

▶ ການສົ່ງອອກໄປຕະຫຼາດສະຫະພາບເອີຣົບ ຈາກ ສປປ ລາວ – 3 ລະບົບພາສີ

ໃນປີ 2020, ສປປ ລາວ ໄດ້ສົ່ງອອກສິນຄ້າໄປສະຫະພາບເອີຣົບ ມີມູນຄ່າທັງໝົດ 351 ລ້ານໂດລາສະຫະລັດ ເຊິ່ງຜະລິດຕະພັນດັ່ງກ່າວແມ່ນໄດ້ຮັບການສົ່ງອອກພາຍໃຕ້ບັນດາລະບົບພາສີຕ່າງໆ ຄື:
1). ການສົ່ງອອກໂດຍຍົກເວັ້ນພາສີ ພາຍໃຕ້ໂຄງການ EBA: ໂຄງການ EBA ສະໜອງການເຂົ້າເຖິງການຍົກເວັ້ນພາສີສໍາລັບສິນຄ້າທຸກຢ່າງຍົກເວັ້ນອາວຸດສົງຄາມ ຈາກ ສປປ ລາວ ໄປຕະຫຼາດສະຫະພາບເອີຣົບ. ໃນປີ 2020 ເກືອບ 80% ຂອງການສົ່ງອອກຈາກ ສປປ ລາວ ແມ່ນໄດ້ຮັບການປະຕິບັດພາຍໃຕ້ໂຄງການ EBA ເຊິ່ງກວມເອົາສິນຄ້າທີ່ຢູ່ພາຍໃຕ້ລະຫັດສາລະບານ HS ທີ 10 ( ອີງໃສ່ຮູບທີ 5 ) ເຊິ່ງໝາຍຄວາມວ່າ ຜູ້ສົ່ງອອກແມ່ນໄດ້ປະຕິບັດຕາມຂໍ້ກໍານົດທາງດ້ານເຕັກນິກ ແລະ ລະບຽບການ ເພື່ອທີ່ຈະສາມາດໄດ້ຮັບຜົນປະໂຫຍດຈາກການເຂົ້າເຖິງການຍົກເວັ້ນພາສີພາຍໃຕ້ໂຄງການ EBA.
2). ການສົ່ງອອກພາຍໃຕ້ລະບົບປອດພາສີ MFN: ລະບົບພາສີ MFN ແມ່ນເປັນອັດຕາພາສີທີ່ໄດ້ມີການນໍາໃຊ້ໂດຍບັນດາສະມາຊິກຂອງອົງການການຄ້າໂລກ ( WTO ) ລວມທັງບັນດາສະມາຊິກຂອງສະຫະພາບເອີຣົບ ໃນການນໍາເຂົ້າຈາກບັນດາຄູ່ຄ້າ, ເວັ້ນເສຍແຕ່ໄດ້ມີການສະໜອງສັນຍາການໃຫ້ສິດທິພິເສດທາງການຄ້າໃນການກໍານົດອັດຕາພາສີທີ່ໜ້ອຍລົງ ຫຼື ການໃຫ້ສິດທິພິເສດທາງດ້ານອັດຕາພາສີຝ່າຍດຽວ ( ຕົວຢ່າງ: ພາຍໃຕ້ໂຄງການ EBA, GSP+ ຫຼື GSP ) ທີ່ໄດ້ຮັບອະນຸຍາດ. ໃນຂະນະທີ່ສະມາຊິກຂອງອົງການການຄ້າໂລກແມ່ນມີອັດຕາຄົງທີ່ “ ຜູກມັດ ” ເຊິ່ງນໍາໃຊ້ອັດຕາພາສີສູງສຸດທີ່ອາດຮຽກເກັບໃນການເຂົ້າເຖິງຕະຫຼາດ ແລະ ອື່ນໆ ເຊິ່ງບໍ່ສາມາດຮຽກຮ້ອງຫຼາຍກວ່ານັ້ນ ເຊິ່ງໄດ້ມີການເຂົ້າເຖິງອັດຕາ “ ທີ່ໄດ້ມີການນໍາໃຊ້ ” ເຊິ່ງອາດຫຼຸດລົງຮອດອັດຕາທີ່ເທົ່າກັບສູນ.
ຜະລິດຕະພັນສ່ວນໃຫຍ່ຂອງ ສປປ ລາວ ທີ່ມີທ່າແຮງໃນການສົ່ງອອກທີ່ສູງ, ຕົວຢ່າງ: ກາເຟ ( HS 09 ); lac, ເນື້ອເຫຍື່ອຈາກທໍາມະຊາດ, ຂີ້ຊີ ແລະ ຕົ້ນໄມ້ທີ່ມີນໍ້າຫອມ ( HS 013 ); ເພັດ ( HS 14 ); ກ້ອງໂທລະທັດ ( HS 85 ) ແລະ ອື່ນໆ ແມ່ນໄດ້ຮັບຜົນປະໂຫຍດຈາກອັດຕາພາສີ MFN ທີ່ເທົ່າກັບສູນໃນຕະຫຼາດສະຫະພາບເອີຣົບ.
ໃນປີ 2020,15% ຂອງການສົ່ງອອກຂອງ ສປປ ລາວ ທັງໝົດ ( ທີ່ມີມູນຄ່າ 54 ລ້ານໂດລາສະຫະລັດ ) ແມ່ນໄດ້ສົ່ງອອກພາຍໃຕ້ລະບົບປອດພາສີ MFN ທີ່ກວມເອົາບັນດາຜະລິດຕະພັນໃນ 14 ໝວດຂອງລະຫັດສາລະບານ HS. ສໍາລັບຜະລິດຕະພັນດັ່ງກ່າວ, ບໍ່ຈໍາເປັນຈະຕ້ອງໄດ້ນໍາໃຊ້ໂຄງການ EBA ແລະ ບໍ່ມີຄວາມຈໍາເປັນ ເນື່ອງຈາກວ່າໄດ້ຮັບຜົນປະໂຫຍດຈາກການເຂົ້າເຖິງການຍົກເວັ້ນພາສີຢູ່ແລ້ວ.
3). ການສົ່ງອອກພາຍໃຕ້ລະບົບຊໍາລະພາສີ MFN ຂອງສະຫະພາບເອີຣົບ: ສ່ວນທີ່ເຫຼືອ 5% ຂອງການສົ່ງອອກ ສປປ ລາວ ( ເຊິ່ງມີມູນຄ່າປະມານ 16 ລ້ານໂດລາສະຫະລັດ ) ແມ່ນໄດ້ຮັບການສົ່ງອອກໄປສະຫະພາບເອີຣົບໂດຍການຊໍາລະພາສີຕາມລະບອບ MFN.

▶ ການຊອກຫາ “ຜະລິດຕະພັນທີ່ເໝາະສົມ” ໃນການສົ່ງອອກພາຍໃຕ້ແຜນ
ງານ EBA

ສັງເກດເຫັນໄດ້ວ່າ: ລະບົບອັດຕາພາສີ MFN ຂອງສະຫະພາບເອີຣົບ ໂດຍທົ່ວໄປແມ່ນຂ້ອນຂ້າງຕໍ່າ ໂດຍສະເພາະມີພຽງແຕ່ 4 ໝວດຂອງສາລະບານ HS ຂອງສະຫະພາບເອີຣົບ ລວມມີ: ອາຫານສໍາເລັດຮູບ ແລະ ເຄື່ອງດື່ມ ( HS IV ); ແຜ່ນແພ ແລະ ວັດສະດຸທີ່ກ່ຽວຂ້ອງກັບແຜ່ນແພ ( HS XI ); ໄຂມັນ ແລະ ນໍ້າມັນ ( HS III ); ເກີບ, ໝວກ, ຄັນຮົ່ມ ແລະ ອື່ນໆ ( HS XII ) ແມ່ນອີງຕາມອັດຕາພາສີສະເລ່ຍໃນລະບອບ MFN ທີ່ນໍາໃຊ້ອັດຕາທີ່ສູງເກີນ 5% ອີງຕາມລາຄາ ( ອີງໃສ່ຮູບທີ 3 ).

ຮູບທີ 4 ໄດ້ສະແດງໃຫ້ເຫັນມູນຄ່າການສົ່ງອອກຈາກ ສປປ ລາວ ພາຍໃຕ້ໂຄງການ EBA ແລະ ອັດຕາພາສີໃນລະບົບ MFN ທີ່ກ່ຽວຂ້ອງກັນ ເຊິ່ງສາມາດນໍາໃຊ້ໃນກໍລະນີທີ່ຜູ້ສົ່ງອອກບໍ່ໄດ້ນໍາໃຊ້ຜົນປະໂຫຍດຈາກການຍົກເວັ້ນພາສີພາຍໃຕ້ແຜນງານ EBA. ຜູ້ສົ່ງອອກຈາກ ສປປ ລາວ ມີແຮງຈູງໃຈທີ່ຈະນໍາໃຊ້ແຜນງານ EBA. ສະນັ້ນ, ແມ່ນສາມາດປະຕິບັດໄດ້ໃນກໍລະນີທີ່ຜະລິດຕະພັນດັ່ງກ່າວ ແມ່ນມີອັດຕາພາສີສະເລ່ຍຂອງລະບົບ MFN ເຊິ່ງມີອັດຕາລະຫວ່າງ 2.5% ອີງຕາມລາຄາ ເຖິງ 13.1% ອີງຕາມລາຄາ. ຈຶ່ງຊີ້ໃຫ້ເຫັນວ່າຜູ້ສົ່ງອອກຈາກ ສປປ ລາວ ແມ່ນໄດ້ມີການນໍາໃຊ້ສິດທິພິເສດພາຍໃຕ້ໂຄງການ EBA ໃນທາງທີ່ມີປະສິດທິພາບ. ແຫຼ່ງຂໍ້ມູນ; Author, UNCTAD data

ໂດຍການນໍາໃຊ້ຜົນປະໂຫຍດຈາກແຜນງານ EBA, ໃນຂະແໜງການທີ່ນໍາໃຊ້ ອັດຕາພາສີໃນລະບົບ MFN ຕໍ່າ, ພົບວ່າການນໍາໃຊ້ຜົນປະໂຫຍດຂອງ EBA ແມ່ນຍັງໜ້ອຍຫຼາຍ, ຕົວຢ່າງ: ‘ໜັງສັດ, ໜັງ’ (HS VII) ແມ່ນມີອັດຕາພາສີ MFN ທີ່ 2.6%. ການສົ່ງອອກຜະລິດຕະພັນດັ່ງກ່າວສ່ວນຫຼາຍແມ່ນຈາກ ສປປ ລາວ ແມ່ນມີການຊໍາລະພາສີພາຍໃຕ້ລະບົບ MFN ຫຼາຍກວ່າການນໍາໃຊ້ຜົນປະໂຫຍດຈາກການຍົກເວັ້ນພາສີພາຍໃຕ້ໂຄງການ EBA. ຜູ້ສົ່ງອອກອາດເລືອກທີ່ຈະສົ່ງອອກພາຍໃຕ້ອັດຕາພາສີໃນລະບອບ MFN ຫຼາຍກວ່າ ການປະຕິບັດຕາມຂັ້ນຕອນທີ່ໄດ້ກໍານົດພາຍໃຕ້ໂຄງການ EBA ແລະ ມູນຄ່າທີ່ເກີດຂື້ນ.
ໃນການກ້າວໄປຂ້າງໜ້າ, ໃນການເຕີບໂຕຂອງການສົ່ງອອກຂອງ ສປປ ລາວ ໄປຫາ ສະຫະພາບເອີຣົບ ຄວນປະຕິບັດຄື:
(ກ) ຂະຫຍາຍການສົ່ງອອກຜະລິດຕະພັນທີ່ນໍາໃຊ້ຜົນປະໂຫຍດທີ່ໄດ້ຮັບການຍົກເວັ້ນພາສີພາຍໃຕ້ ໂຄງການ EBA– ໃນການບັງຄັບໃຊ້ຈຸດຢືນທີ່ຢູ່ໃນຕະຫຼາດ ແລະ ການໄດ້ຮັບຜົນປະໂຫຍດສູງສຸດຈາກການເຂົ້າເຖິງຕະຫຼາດໂດຍການໄດ້ຮັບການຍົກເວັ້ນພາສີ ເຊັ່ນ: ແຜ່ນແພ, ຕັດຫຍິບ ແລະ ເກີບ, ລວມທັງ ຜະລິດຕະພັນກະສິກໍາ ແມ່ນເປັນການສົ່ງອອກທີ່ໃຫຍjສຸດຂອງ ສປປ ລາວ ໄປຍັງ ສະຫະພາບເອີຣົບ (ຮູບທີ 5) ແລະ ໄດ້ຮັບຜົນປະໂຫຍດຈາກໂຄງການ EBA ຢູ່ແລ້ວ. ການລົງເລິກລະອຽດໃນເມື່ອກ່ອນ (ລິ້ງລາຍລະອຽດ https://dtp.moic.gov.la/home/eu-eba-business-guide/ ) ແມ່ນໄດ້ອະທິບາຍກ່ຽວກັບຂອບເຂດທີ່ ສປປ ລາວ ສາມາດເຕີບໂຕໄດ້ຕື່ມກ່ຽວກັບການສົ່ງອອກຂອງຕົນ.

ນອກນັ້ນ, ຜົນປະໂຫຍດສະເພາະ ຈາກການສົ່ງອອກໄມ້ ແລະ ວັດຖຸທີ່ກ່ຽວຂ້ອງກັບໄມ້ (HS IX), ນໍ້າມັນ ແລະ ໄຂມັນ (HS III), ພລາສ໌ຕິກ ແລະ ຢາງ (HS VII). ເຖິງແມ່ນວ່າ ການສົ່ງອອກທີ່ມີຢູ່ແມ່ນໄດ້ມີການນໍາໃຊ້ໂຄງການ EBA ທີ່ມີປະສິດທິພາບ, ຄ່າໃຊ້ຈ່າຍກ່ຽວກັບການສົ່ງອອກທັງໝົດແມ່ນຍັງບໍ່ທັນມີຫຼາຍ. (ອີງໃສ່ ຮູບທີ 5)

(ຂ) ກໍານົດບູລິມະສິດກ່ຽວກັບຜະລິດຕະພັນທີ່ອັດຕາພາສີພາຍໃຕ້ລະບົບ MFN ທີ່ເປັນອັດຕາທີ່ສູງ – ເນື່ອງຈາກ ຂະໜາດຂອງຕະຫຼາດແຮງງານໃນ ສປປ ລາວ ທີ່ນ້ອຍ, ເຊິ່ງເຮັດໃຫ້ມີຂໍ້ຈໍາກັດໃນການສົ່ງອອກຂະໜາດໃຫຍ່, ສປປ ລາວ ອາດພິຈາລະນາກ່ຽວກັບການກໍານົດບູລິມະສິດການສົ່ງອອກຜະລິດຕະພັນທີ່່ມີອັດຕາພາສີສູງ, ເຊິ່ງຈະເປັນການເພີ່ມຜົນປະໂຫຍດສູງສຸດໃນການໄດ້ຮັບການຍົກເວັ້ນພາສີພາຍໃຕ້ໂຄງການ EBA.
ຕົວຢ່າງ, ອັດຕາສະເລ່ຍພາສີພາຍໃຕ້ລະບົບ MFN ຂອງ ສະຫະພາບເອີຣົບ ສໍາລັບ “ອາຫານສໍາເລັດຮູບ, ເຄື່ອງດື່ມ ແລະ ອື່ນໆ. (HS IV)” ແມ່ນ 13.1% ຕາມມູນຄ່າຈິງ. (ອີງໃສ່ ຮູບທີ 4 ແລະ 5). ຜູ້ຜະລິດຈາກ ສປປ ລາວ ທີ່ສົ່ງອອກຜະລິດຕະພັນດັ່ງກ່າວໄປ ສະຫະພາບເອີຣົບ ພາຍໃຕ້ໂຄງການ EBA ອາດສາມາດຮັກສາອັດຕາພາສີທີ່ສູງດັ່ງກ່າວ ໂດຍການນໍາໃຊ້ຜົນປະໂຫຍດທີ່ໄດ້ຮັບການຍົກເວັ້ນພາສີພາຍໃຕ້ໂຄງການ EBA. ເມື່ອປຽບທຽບກັນແລ້ວ ຜູ້ສົ່ງອອກຈາກປະເທດທີ່ບໍ່ແມ່ນກຸ່ມປະເທດດ້ອຍພັດທະນາ (Non LDC) ບໍ່ໄດ້ຮັບຜົນປະໂຫຍດຈາກສິດທິພິເສດໃດໜຶ່ງຈະຕ້ອງໄດ້ຊໍາລະອັດຕາພາສີພາຍໃຕ້ລະບົບ MFN ໃນອັດຕາ 13.1% ຂອງຜະລິດຕະພັນດັ່ງກ່າວ ອາດເຮັດໃຫ້ການແຂ່ງຂັນຜະລິດຕະພັນໃນຕະຫຼາດໜ້ອຍລົງ.
(ຄ) ຊອກຫາວິທີກ່ຽວກັບທ່າແຮງໃນການສ້າງຄວາມຫຼາກຫຼາຍຂອງການສົ່ງອອກໃນໝວດໝູ່ພາຍໃຕ້ລະຫັດສາລະບານ HS ທີ່ມີການນໍາໃຊ້ໜ້ອຍພາຍໃຕ້ອັດຕາພາສີຂອງລະບົບ MFN – ເຄື່ອງຈັກ ແລະ ເຄື່ອງໃຊ້ໄຟຟ້າ (HS XVI); ເຄື່ອງມືກ່ຽວກັບແວ່ນຕາ ແລະ ປະເພດເຄື່ອງມືກ່ຽວກັບເເສງ ເເລະ ເຄື່ອງມືການຖ່າຍຮູບ (HS XVIII), ປະເພດຫີນ, ເເກ້ວ ເເລະ ເຄື່ອງປັ້ນດິນເຜົາ (HS XIII) ຫຼື ອຸປະກອນທີ່ໃຊ້ຂົນສົ່ງ (HS XVII) – ເຊິ່ງເປັນຜະລິດຕະພັນທີ່ໄດ້ຮັບການສົ່ງອອກໜ້ອຍຈາກ ສປປ ລາວ ໄປຍັງ ສະຫະພາບເອີຣົບ. ເຊິ່ງຜະລິດຕະພັນດັ່ງກ່າວ ແມ່ນໄດ້ຮັບການສົ່ງອອກໂດຍການຊໍາລະອັດຕາພາສີເຕັມພາຍໃຕ້ລະບົບ MFN (ໃຫ້ເບິ່ງ ຮູບທີ 2).
ຈະຕ້ອງມີການສະໜັບສະໜູນການນໍາໃຊ້ສິດທິພິເສດພາຍໃຕ້ໂຄງການ EBA ສໍາລັບຂະແໜງການດັ່ງກ່າວ ແລະ ຈະເປັນການປະກອບສ່ວນເຂົ້າໃນການເພີ່ມຄວາມສາມາດໃນການແຂ່ງຂັນຂອງຜະລິດຕະພັນຈາກ ສປປ ລາວ ໃນຕະຫຼາດຂອງ ສະຫະພາບເອີຣົບ.
ບັນດາຄໍາແນະນໍາຂ້າງເທິງແມ່ນສາມາດເຮັດໃຫ້ ສປປ ລາວ ສາມາດຄົ້ນພົບທ່າແຮງທີ່ມີໃນຕະຫຼາດສະຫະພາບເອີຣົບສໍາລັບຜະລິດຕະພັນຈາກ ສປປ ລາວ ໂດຍການນໍາໃຊ້ສິດທິພິເສດໃນການໄດ້ຮັບການຍົກເວັ້ນພາສີ ພາຍໃຕ້ໂຄງການ EBA. ການປະຢັດອັດຕາພາສີຜ່ານໂຄງການ EBA ແມ່ນສາມາດສ້າງຄວາມເຂັ້ມແຂງດ້ານການແຂ່ງຂັນຂອງຜະລິດຕະພັນຈາກ ສປປ ລາວ. ໃນທາງກັບກັນ, ອາດມີການເສີມໂດຍການສົ່ງອອກຜະລິດຕະພັນທີ່ມີຄວາມຕ້ອງການສູງ ແລະ ມີທ່າແຮງສູງ ແລະ ອີງຕາມ ອັດຕາປອດພາສີທີ່ເທົ່າສູນພາຍໃຕ້ລະບົບອັດຕາພາສີ MFN ເພື່ອເປັນການສ້າງຄວາມເຂັ້ມແຂງດ້ານການສົ່ງອອກຈາກ ສປປ ລາວ ໄປຍັງຕະຫຼາດອີຢູູ.