ຄາດການຟື້ນຕົວຂອງເສດຖະກິດໂລກອາດບັນລຸພຽງ 4,4%ຈາກເບື້ອງຕົ້ນ 4,9

76

ສະພາບການໂດຍລວມໃນທົ່ວໂລກປີ 2021 ການລະບາດຂອງພະຍາດໂຄວິດ-19ແມ່ນຍັງສືບຕໍ່ເພີ່ມຂຶ້ນ ແຕ່ຍ້ອນຄວາມຄືບໜ້າຂອງການສັກວັກຊິນ ເຮັດໃຫ້ຫຼາຍປະເທດຫັນມານຳໃຊ້ມາດຕະການຜ່ອນຜັນຢູ່ຮ່ວມກັບໂຄວິດ ເພື່ອຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດ ໃນນີ້ປະເທດທີ່ພົ້ນເດັ່ນ ຄື ສປ ຈີນ ແມ່ນນຳໃຊ້ນະໂຍບາຍໂຄວິດເປັນ “ສູນ” ກໍ່ຄືປິດເມືອງຢ່າງເຂັ້ມງວດ ເພື່ອໃຫ້ຕົວເລກເປັນ 0 ນັ້ນເຮັດໃຫ້ຫຼາຍກິດຈະກຳສຳຄັນທາງເສດຖະກິດ-ສັງຄົມ ສາມາດໄປໄດ້ດີພໍສົມຄວນພາຍໃຕ້ວິຖີໃໝ່ ໄດ້ສົ່ງຜົນໂດຍກົງໃຫ້ເສດຖະກິດໃນປີ 2021 ແລະ 2022 ມີທ່ວງທ່າຟື້ນຕົວຂຶ້ນຈາກສະພາບເສດຖະກິດຖົດຖອຍໃນປີ 2020.


ເຖິງຢ່າງໃດກໍ່ຕາມ, ຕາມການວິເຄາະຂອງສະຖາບັນຄົ້ນຄວ້າເສດຖະກິດ ມະຫາພາກໃຫ້ຮູ້ວ່າ ການຟື້ນຕົວຂອງເສດຖະກິດໂລກໃນປີ2022 ອາດຈະບໍ່ໄວຄືດັັ່ງທີ່ຄາດການໄວ້ເບືື້ອງຕົ້ນ ຍ້ອນຫາຍປັດໄຈສ່ຽງເຊັ່ນ: ການກາຍພັນຂອງພະຍາດໂຄວິດ-19 ເຖິງຈະເຮັດໃຫ້ມີຄວາມຮຸນແຮງຫນ້ອຍລົງ ແຕ່ກໍ່ຍັງບໍ່ທັນເປັນທີ່ໄວ້ວາງໃຈໄດ້, ສະພາບເງິນເຟີີ້ທີ່ກໍາລັງເພີ່ມສູງຂຶ້ນຍ້ອນການອັດສີດເງິນເຂົ້າລະບົບຫຼາຍໃນໄລຍະການລະບາດຫນັກຂອງພະຍາດໂຄວິດ-19 ແລະ ການເພີື່ມຂຶ້ນຢ່າງຕໍ່ເນືື່ອງຂອງລາຄານໍ້າມັນໃນຕະຫຼາດໂລກ ຍ້ອນຄວາມຕ້ອງການທີ່ເພີ່ມຂຶ້ນຢ່າງໄວວາຈາກການຟື້ນຕົວຂອງບັນດາກິດຈະກໍາທາງເສດຖະກິດ.


ໃນຂະນະທີ່ ບັນດາສະມາຊິກຂອງກຸ່ມໂອເປັກ (OPEC) ຍັງບໍ່ເພີ່ມກໍາລັງການຜະລິດຂຶ້ນໃຫ້ສົມຄູ່ກັບຄວາມຕ້ອງການ ລວມທັງ ສະພາບການປະຕິບັດການພິເສດທາງການທະຫານຂອງ ຣັດເຊຍ-ອູແກຣນ. ສະນັ້ນ, ຈິື່ງເຮັດໃຫ້ກອງທຶນການເງິນລະຫວ່າງປະເທດ ຫຼື IMF ໃນເບືື້ອງຕົ້ນ ໄດ້ມີການປັບຫຼຸດຕົວເລກຄາດຄະເນເສດຖະກິດໂລກໃນປີ2022 ຈາກ 4.9% (ໃນເດືອນຕຸລາ 2021) ມາເປັນ 4.4% (ໃນເດືອນ ມັງກອນ 2022).


ຍິ່ງໄປກວ່ານັ້ນ, ຖ້າສະຖານະການສົງຄາມລະຫວ່າງຣັດເຊຍ ແລະ ອູແກຣນ ຍັງແກ່ຍາວ ແລະ ການໃຊ້ມາດຕະການຂວໍ້າບາດທາງດ້ານເສດຖະກິດ-ການເງິນຕໍ່ກັນ ລະຫວ່າງຣັດເຊຍ ແລະ ບັນດາປະເທດສະມາຊິກອົງການ NATO ຫຼາຍຂຶ້ນກໍ່ຍິ່ງກະທົບຕໍ່ຕ່ອງໂສ້ການຜະລິດ ແລະ ການສະຫນອງຂອງໂລກ ຊຶ່ງຈະເພີ່ມຄວາມກົດດັນຕໍ່ການຟື້ນຕົວຂອງເສດຖະກິດໂລກ ແລະ ພາກພືື້ນໃນປີ 2022.


ການຟື້ນຕົວທາງເສດຖະກິດຂອງບັນດາປະເທດໃນໂລກ ສົ່ງຜົນໃຫ້ເງິນຕາຕ່າງປະເທດເລີ່ມແຂງຄ່າ ແລະອັດຕາເງິນເຟີີ້ເພີ່ມຂຶ້ນ ເປັນຕົ້ນແມ່ນ ສະຫະລັດອາເມລິກາ, ອັດຕາເງິນເຟີີ້ຂອງອາເມລິກາ ເພີ່ມຂຶ້ນສູງສຸດໃນຮອບ40 ປີ ເຮັດໃຫ້ທະນາຄານກາງສະຫະລັດ ຈະຕ້ອງດໍາເນີນນະໂຍບາຍເງິນຕາແບບຮັດກຸມ (QT: Quantitative Tightening) ດ້ວຍການປັບຂຶ້ນອັດຕາດອກເບ້ຍ; ສ່ວນຄ່າເງິນບາດເລີ່ມກັບມາແຂງຄ່າ ຈາກການຟຶື້ນຕົວຂອງເສດຖະກິດ ແລະ ການເປີດຮັບນັກທ່ອງທ່ຽວຕ່າງປະເທດເຂົ້າມາໄທຫຼາຍຂຶ້ນ ສໍາລັບ ສປ ຈີນ ໄດ້ດໍາເນີນນະໂຍບາຍເງິນຕາແບບຜ່ອນຜັນ ເຊິ່ງໄດ້ເຮັດໃຫ້ເງິນຢວນ ເປັນສະກຸນເງິນຫນຶ່ງທີ່ແຂງຄ່າຫຼາຍທີ່ສຸດໃນອາຊີ.


ສະພາບດັັ່ງກ່າວນີ້ລ້ວນແຕ່ສ້າງຄວາມກົດດັນຕໍ່ຄ່າເງິນກີບ ທີ່ອ່ອນຄ່າຢູ່ແລ້ວໃນປັດຈຸບັນ ແລະ ຈະສົ່ງຜົນຕໍ່ລາຄາສິນຄ້າໃນປະເທດເພີ່ມສູງຂຶ້ນຕໍ່ໄປອີກ. ດ້ານຫນຶ່ງອີກ, ການແພ່ລະບາດຂອງພະຍາດໂຄວິດ-19 ຍັງເຮັດໃຫູ້ສະພາບຫນີ້ສິນທົ່ວໂລກເພີ່ມສູງຂຶ້ນຢູ່ໃນລະດັບສູງສຸດໃນຮອບຫຼາຍທົດສະວັດ.

ເຊິ່ງຕໍ່ກັບບັນຫາດັັ່ງກ່າວ ກອງປະຊຸມ G20 ກໍ່ໄດ້ມີການລິເລີ່ມຫາຂໍ້ຕົກລົງຮ່ວມກັນເພືື່ອແກ້ໄຂບັນຫາຫນີ້ສິນໃນກຸ່ມປະເທດກໍາລັງພັດທະນາ, ແຕ່ການຈັດການບັນຫາໜີ້ສິນຕາມຂໍ້ຕົກລົງຮ່ວມກັນແມ່ນຍັງບໍ່ທັນມີຄວາມຄືບຫນ້າ ແລະ ໃນຕໍ່ຫນ້າຈະປະເຊີນກັບຄວາມທ້າທາຍຈາກທ່າອ່ຽງຂອງອັດຕາດອກເບ້ຍທົ່ວໂລກກັບມາເປັນຂາຂຶ້ນ ສະພາບການດັັ່ງກ່າວ ອາດກະທົບຕໍ່ຄວາມອາດສາມາດໃນການຊໍາລະຫນີ້ຕ່າງປະເທດຂອງບັນດາປະເທດທີ່ມີຫນີ້ສິນ ເຊິ່ງລວມທັງ ສປປ ລາວນຳ.