ອີກຮອບ ຜູ້ຕິດເຊື້ອໂຄວິດຮອດຫຼັກພັນ ພົບໃໝ່ມື້ນີ້ເພີ່ມທົບເທົ່າ

83

ສະຖານະການໂຄວິດ-19 ຢູ່ປະເທດເຮົາ ມາຮອດເດືອນນີ້ເຫັນວ່າກັບສູ່ຂາຂຶ້ນ ມື້ນີ້ເພີ່ມຂຶ້ນເທົ່າຕົວທຽບໃສ່ວັນທີ 16 ມີນາ, ຄະນະສະເພາະກິດຝາກທຸກຄົນເປັນເຈົ້າການຮ່ວມກັນປະຕິບັດມາດຕະການປ້ອງກັນຢ່າໄດ້ເຫຼີງຖ້າຢາກຫຼິ້ນປີໃໝ່ໃນເດືອນໜ້າ.


ຕາມການຖະແຫຼງຂ່າວຂອງ ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່ຽວກັບສະພາການລະບາດພະຍາດ COVID-19 ໃນ ສປປ ລາວ ປະຈໍາວັນທີ 18 ມີນາ 2022 ໃຫ້ຮູ້ວ່າ: ມາຮອດ ວັນທີ 17 ມີນາ 2022 ວ່າໃນ ສປປ ລາວ ມີຜູ້ຕິດເຊື້ອໂຄວິດສະສົມ ຮອດປະຈຸບັນ ແມ່ນ 150.639 ຄົນ, ເສຍຊີວິດສະສົມ 643 ຄົນ (ໃນນີ້ເສຍຊີວິດ ໃໝ່ 0 ຄົນ), ຈຳນວນຕົວເລກ ການຕິດເຊືື້ອໃໝ່ໃນວັນທີ 17 ມີນາ 1.508 ຄົນ.


ໃນນັ້ນ ນະຄອນຫຼວງ 902 ຄົນ (895 ພາຍໃນ), ສະຫວັນນະເຂດ 200 ຄົນ (191 ພາຍໃນ), ຊຽງຂວາງ 76 ຄົນ, ຫົວພັນ 25 ຄົນ, ແຂວງວຽງຈັນ 32 ຄົນ, ບໍລິຄໍາໄຊ 22 ຄົນ (ນໍາເຂົ້າ 2 ຄົນ), ຄໍາມ່ວນ 50 ຄົນ, ຫຼວງພະບາງ 20 ຄົນ, ອຸດົມໄຊ 31 ຄົນ ອັດຕະປື 21 ຄົນ, ຈໍາປາສັກ 21 ຄົນ (ນໍາເຂົາ 9 ຄົນ), ບໍ່ແກ້ວ 27 ຄົນ ຫຼວງນໍ້າທາ 12 ຄົນ ໄຊຍະບູລີ 55 ຄົນ ຜົ້ງສາລີ 5 ຄົນ ເຊກອງ 6ຄົນ, ໄຊສົມບູນ 3 ຄົນ ສ່ວນແຂວງສາລະວັນແມ່ນບໍ່ມີຜູ້ຕິດເຊື້ອ.


ເພື່ອເປັນການເຝົ້າລະວັງ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໂດຍສະເພາະ ສາຍພັນໂອໄມຄຣອນ ບໍ່ໃຫ້ລະບາດເປັນວົງກວ້າງ ໃນປະເທດຂອງພວກເຮົາທຸກຄົນ ຕ້ອງມີສະຕິລະວັງຕົວໃຫ້ສູງກວ່າເກົ່າ ພ້ອມທັງ ເອົາໃຈໃສ່ປະຕິບັດບັນດາມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ແລະ ທົ່ວເຖິງ ໂດຍການເພິ່ມທະວີມາດຕະການປ້ອງກັນຕົນເອງ ຢ່າງເຂັ້ມງວດ ເຮັດໃຫ້ເປັນປະຈຳ ແລະ ໃຫ້ກາຍເປັນຄວາມຊິນເຄິີຍ.


ປຸກລະດົມໃຫ້ທຸກຄົນໃນ ໃນສັງຄົມໄປຮັບ ວັກຊີນປ້ອງກັນພະຍາດໂຄວິດ-19 ໂດຍສະເພາະ ຜູ້ທີ່ນອນຢູ່ໃນກຸ່ມສ່ຽງ ລວມທັງ ການສັກເຂັມກະຕຸ້ນ ເພື່ອຫຼຸດຜ່ອນອາການເຈັບເປັນຂັ້ນຮຸນແຮງ ແລະກ້າວໄປເຖິງຂັ້ນ ເສຍຊີວີດ ເມື່ອມີການຕິດເຊື້ອໂຄວີດ19.