ອຸຕຸແຈ້ງເຕືອນຝົນຕົກໜັກ ລົມພັດແຮງ ພາກເໜືອ-ກາງມີສະຕິ

127

ລະດູການເຝົ້າລະວັງມາຮອດແລ້ວ ທຸກປີເມື່ອຮອດເດືອນມີນາມັກຈະເກີດນ້ຳຖ້ວມກະທັນຫັນ ອັນເນື່ອງມາຈາກຟ້າລົມຝົນຕົກໜັກ ທຸກຄົນຕ້ອງມີສະຕິຕໍ່ໄພທຳມະຊາດ, ຕາມແຈ້ງເຕືອນຫຼ້າສຸດຈາກກົມອຸຕຸນິຍົມໃນເຊົ້າວັນທີ 7 ມີນານີ້ໃຫ້ຮູ້ວ່າ ຈະຝົນຕົກໜັກ ແລະ ລົມພັດແຮງ ໃຫ້ພາກເໜືອ ແລະພາກກາງກຽມພ້ອມຮັບມື.


ແຈ້ງການລະບຸວ່າ ມວນອາກາດເຢັນທີ່ປະເທດຈີນໄດ້ເພີ່ມກໍາລັງແຮງຂື້ນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

ດັ່ງນັ້ນຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນແຂວງພາກເໜືອ ແລະ ພາກກາງ ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ຟ້າຮ້ອງ – ຟ້າເຫຼື້ອມ, ໝາກເຫັບຕົກ ແລະ ລົມພັດແຮງທີ່ຈະເຮັດໃຫ້ມີ ຕົ້ນໄມ້, ເສົາໄຟຟ້າ, ປ້າຍໂຄສະນາຫັກລົ້ມ ແລະ ຫຼັງຄາເຮືອນເປ່ເພ່. ພ້ອມນີ້ກໍຂໍໃຫ້ຕິຕາມສະພາບອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.