ຕໍ່ສະພາບການເຫນັງຕີງລາຄານ້ໍາມັນເຊື້ອໄຟໃນຕະຫຼາດໂລກ ຮຽກຮ້ອງໃຫ້ທຸກຄົນ ປະຢັດມັດທະຍັດໃຊ້ຈ່າຍໃນສິ່ງທີ່ຈໍາເປັນ

110

ນີ້ເປັນບົດຄວາມກ່ຽວກັບສະພາບການເຫນັງຕີງລາຄານ້ໍາມັນເຊື້ອໄຟໃນຕະຫຼາດໂລກ ແລະ ການປັບລາຄາຂາຍຍົກ-ຂາຍຍ່ອຍນໍ້າມັນເຊື້ອໄຟ ຈາກກົມການຄ້າພາຍໃນ, ນະຄອນຫຼວງວຽງຈັນ ລົງວັນທີ 24 ກຸມພາ 2022 ທີ່ລະບຸວ່າ


ເນໍື່ອງຈາກວ່ານໍ້າມັນເຊື້ອໄຟທີ່ຊົມໃຊ້ພາຍປະເທດ ຄັ້ງວັນທີ 24 ກຸມພາ 2022 ແມ່ນນໍາເຂົ້າຈາກໄທ ແລະ ສສ ຫວຽດນາມ ເປັນ ຫຼັກ ແລະ ການກໍານົດລາຄານໍາເຂົ້າ ແມ່ນໄດ້ກໍານົດຕາມການເຫນັງຕີງຂຶ້ນ-ລົງຂອງຕະຫຼາດໂລກໃນແຕ່ລະໄລຍະ ເຊີ່ງ ພາຍໃນປະເທດ ແມ່ນມີການປັບລາຄານ້ໍາມັນເຊື້ອໄຟທຸກ 15 ວັນ.


ມາຮອດປະຈຸບັນ, ອີງຕາມການຕິດຕາມການເຫນັງຕີງລາຄານ້ໍາມັນເຊື້ອໄຟໃນຕະຫຼາດໂລກ ເວົ້າລວມ, ເວົ້າສະເພາະ ນ້ໍາມັນເຊື້ອໄຟສໍາເລັດຮູບຕະຫຼາດສິງກະໂປ ແມ່ນ ຍັງປັບຂຶ້ນຕໍ່ເນື່ອງ ໂດຍສົມທຽບລາຄາ CIF ຄັ້ງວັນທີ 22 ກຸມພາ 2002 (ສະເລ່ຍ ຄັ້ງວັນທີ 08 – 22 ກຸມພາ 2022) ກັບ ລາຄາ CIF ປະຕິບັດຄັ້ງວັນທີ 12 ກຸມພາ 2022 ເຊິ່ງເມື່ອນໍາມາຄິດໄລ່ໃນໂຄງປະກອບລາຄານ້ໍາມັນ ເຊື້ອໄຟ ທີ່ປະກອບດ້ວຍ (1) ພາສີ, (ຂ) ອາກອນຊົມໃຊ້ (ອກຊ), (3) ອາກອນມູນຄ່າເພີ່ມ (ອມພ) ສະບັບປັງປຸງໃ ຫມ່, (4) ກອງທຶນບູລະນະທາງຫຼວງ (ກທ ທາງ), (5) ຄັ້ງແຮ ແລະ (6) ລາຍຮັບ-ລາຍຈ່າຍຂອງພາກທຸລະກິດ (ຄ່າ ບໍລິການ) ຈະເຮັດໃຫ້ລາຄາຂາຍຍ່ອຍນ້ໍາມັນແອັດຊັງພິເສດ ປັບຂຶ້ນ 740 ກີບ/ລິດ, ລາຄານ້ໍາມັນແອັດຊັງທໍາມະດາ ປັບຂຶ້ນ 670 ກີບ/ລິດ ແລະ ລາຄານ້ໍາມັນກາຊວນ ປັບຂຶ້ນ 400 ກີບລິດ.


ປັດໄຈທີ່ເຮັດໃຫ້ລາຄານ້ໍາມັນເຊື້ອໄຟສໍາເລັດຮູບ ເຫນັງຕີງຂຶ້ນສູງ ແມ່ນເກີດຈາກບາງປັດໄຈ ເຊັ່ນ: ຄວາມບໍ່ ເອກະພາບໃນການຜະລິດຂອງກຸ່ມປະເທດຜະລິດນ້ໍາມັນ ໂດຍສະເພາະ ກຸ່ມ OPEC ແລະ ບັນດາປະເທດຜູ້ ຜະລິດນ້ໍາມັນ (ລາຍໃຫຍ່), ບັນຫາຄວາມຂັດແຍ່ງກັນຂອງຫຼາຍປະເທດ ເຊິ່ງມີຄວາມເປັນໄປໄດ້ທີ່ທ່າອ່ຽງລາຄານ້ໍາ ມັນໃນຕະຫຼາດໂລກ ຍັງຈະສືບຕໍ່ປ່ຽນແປງຂຶ້ນໃນອັດຕາທີ່ສູງສຸດໃນຮອບ 08 ປີ.


ນັບຕັ້ງແຕ່ຕົ້ນປີ 2022 ເປັນຕົ້ນມາ, ລາຄານ້ໍາມັນເຊື້ອໄຟ ໃນຕະຫຼາດໂລກ ແມ່ນມີການເຫນັງຕີງຂຶ້ນສູງຖ້າ ທຽບໃສ່ປີຜ່ານມາ, ດັ່ງນັ້ນ, ພາກລັດ ຈຶ່ງພ້ອມກັນຄົ້ນຄວ້າວິທີການແກ້ໄຂ ໂດຍນັບແຕ່ຕົ້ນປີ 2022 ເປັນຕົ້ນມາ ໄດ້ ຫຼຸດອາກອນມູນຄ່າເພີ່ມ (ອມພ) ລົງເຫຼືອ 7 % (ຈາກ 10 %) ແລະ ໄດ້ຫຼຸດຄັງແຮນ້ໍາມັນເຊື້ອໄຟ ທຸກຊະນິດລົງເປັນ ແຕ່ລະໄລຍະ ເຊິ່ງມາຮອດປະຈຸບັນລັງແຮນ້ໍາມັນເຊື້ອໄຟທຸກຊະນິດ ແມ່ນເຫຼືອ ໐ ກີບ/ລິດ ທັງນີ້ກໍເພື່ອບໍ່ໃຫ້ສົ່ງຜົນ ກະທົບຕໍ່ສະພາບເສດຖະກິດໂດຍລວມຂອງຊາດ ກໍຄືຕໍ່ການດໍາລົງຊີວິດປະຈໍາວັນຂອງສັງຄົມ, ການຂົນສົ່ງສິນຄ້າ, ອັດຕາເງິນເຟີ້, ຄ່າຄອງຊີບ ຫຼາຍເກີນໄປ;


ແຕ່ເນື່ອງຈາກປະຈຸບັນ ຄັງແຮນ້ໍາມັນເຊື້ອໄຟແມ່ນເຫຼືອ ໐ ກີບ/ລິດ ໃນການ ປັບລາຄານ້ໍາມັນເຊື້ອໄຟ ຄັ້ງວັນທີ 24 ກຸມພາ 2009 ນີ້ ຈຶ່ງມີຄວາມຈໍາເປັນຕ້ອງລາຄານ້ໍາມັນເຊື້ອໄຟທຸກຊະນິດຂຶ້ນ ຕາມການເຫນັງຕີງຂອງຕະຫຼາດ ເຊີ່ງຖ້າທຽບໃສ່ບັນດາປະເທດໃກ້ຄຽງ ເຊັ່ນ: ສສ ຫວຽດນາມ ຫຼື ໄທ ເຫັນວ່າ ເຂົາເຈົ້າເອງ ກໍໄດ້ປັບລາຄານ້ໍາມັນເຊື້ອໄຟຂຶ້ນຕາມການເຫນັງຕີງຂອງຕະຫຼາດ


ໂດຍສະເພາະ ສສ ຫວຽດນາມ ແມ່ນ ໄດ້ປັບລາຄານ້ໍາມັນເຊື້ອໄຟ ທຸກ 15 ວັນ ແລະ ແຕ່ຕົ້ນປີ 2022 ແມ່ນປັບຂຶ້ນແລ້ວ 04 ຄັ້ງ (ເວົ້າສະເພາະນ້ໍາມັນກາ ຊວນ ໄດ້ປັບຂຶ້ນຄື: ປັບຂຶ້ນ 660 ດົງ/ລິດ, 670 ດົງ/ລິດ, 960 ດົງ/ລິດ ແລະ 940 ດົງ/ລິດ ລວມ 04 ຄັ້ງ 3.230 ດົງ/ລິດ ຫຼື 1.680 ກີບ/ລິດ).


ຕໍ່ສະພາບດັ່ງກ່າວ, ຈຶ່ງຮຽກຮ້ອງມາຍັງທະຫານ, ຕໍາຫຼວດ, ພະນັກງານ ຕະຫຼອດຮອດພໍ່ແມ່ປະຊາຊົນ ບັນດາເຜົ່າ ຈົ່ງມີສະຕິ, ປະຢັດມັດທະຍັດໃຊ້ຈ່າຍໃນສິ່ງທີ່ຈໍາເປັນ ໂດຍສະເພາະ ແມ່ນການຊົມໃຊ້ຍານພາຫະນະ ຫຼື ຫັນໄປໃຊ້ຍານພາຫະນະທາງເລືອກ;
ໃນຂະນະດຽວກັນ ກໍຮຽກຮ້ອງມາຍັງບັນດາຜູ້ປະກອບການທຸລະກິດຕ່າງໆ ຈົ່ງ ຢ່າໄດ້ສວຍ ໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ແລະ ກັກຕຸນສິນຄ້າ ກໍຄືນ້ໍາມັນເຊື້ອໄຟ ໃນໄລຍະລາຄານ້ໍາມັນ ເຊື້ອໄຟເຫນັງຕີງຂຶ້ນ, ຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າ ແມ່ນຈະໄດ້ໃຊ້ມາດຕະການຕາມກົດຫມາຍ ແລະ ລະບຽບການ.


ຫາກພົບເຫັນ ການສວຍໂອກາດຂຶ້ນລາຄາສິນຄ້າ ທ່ານສາມາດ ໂທແຈ້ງສາຍດ່ວນ 1510 ແລະ ເວັບໄຊປົກ ປ້ອງຜູ້ຊົມໃຊ້ www.lcp.gov.la ໄດ້.
ຈາກ: ກົມການຄ້າພາຍໃນ