ເຈັບເສັ້ນນຳໂຈນ! ສຸດແຕ່ການປ້ອງກັນທາງລົດໄຟ, ເດືອນດຽວມີເຫດເກີດຂຶ້ນຕັ້ງ 37 ເລື່ອງ

242

ການທີ່ປະເທດເຮົາມີເສັ້ນທາງລົດໄຟ ຖືເປັນທ່າແຮງໃໝ່ໃນການຊ່ວຍຍູ້ໜູນການພັດທະນາປະເທດລາວໃຫ້ມີສະພາບເສດຖະກິດດີຂຶ້ນ ລາວຈະໄດ້ຜົນກະໂຫຍດມະຫາສານຈາກການເປັນປະເທດທາງຜ່ານ ແຕ່ປະຊາຊົນລາວຈຳນວນໜຶ່ງຍັງບໍເຂົ້າໃຈ ແລະເອົາຄວາມຄິດສ່ວນຕົວເປັນຫຼັກຈິ່ງເປັນທີ່ມາຂອງຄວາມອະຄະຕິ ແລະການລັກເລັກຂະໂມຍນ້ອຍຕາມເສັ້ນທາງລົດໄຟ ເຊິ່ງເກີດເຫດໃຫ້ເຫັນຕະຫຼອດມາ ນັບແຕ່ມື້ເປີດນຳໃຊ້ບໍລິການຂົນສົ່ງທາງລົດໄຟ ລາວ-ຈີນ ວັນທີ 4 ທັນວາ 2021 ເປັນຕົ້ນມາ.

ຕາມຂ່າວລາຍງານວ່ານັບແຕ່ເປີດບໍລິການລົດໄຟລາວ-ຈີນ 4 ທັນວາ 2021ຮອດ ວັນທີ 31 ມັງກອນ 2022 ມີສະພາບປະກົດການຫຍໍ້ທໍ້ ແລະ ການກໍ່ອາຊະຍາກໍາເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ມີທ່າອ່ຽງຂະຫຍາຍຕົວເພີ່ມຂຶ້ນໃນແຕ່ລະວັນ ເປັນຕົ້ນແມ່ນການລັກ ແລະ ທຳລາຍວັດຖຸອຸປະ ກອນຄວາມປອດໄພທາງລົດໄຟເກີດຂຶ້ນທັງໝົດ 37 ເລື່ອງ.


ພັອ ໄກສອນ ແກ້ວມະນີ ຫົວໜ້າກົມຕໍາຫຼວດທາງລົດໄຟ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ກ່າວໃນກອງປະຊຸມສະຫຼຸບວຽກງານປ້ອງກັນໂຄງການກໍ່ສ້າງທາງລົດໄຟ 5 ປີ, ສະຫຼຸບປ້ອງກັນການຂົນສົ່ງລົດໄຟ ລາວ-ຈີນ 1 ເດືອນ ແລະ ວາງທິດທາງແຜນການໃນຕໍ່ໜ້າ ໃນວັນທີ 10 ກຸມ ພາ 2022 ວ່າ: 1 ເດືອນຜ່ານມາ ຢູ່ເສັ້ນທາງລົດໄຟລາວຈີນມີປະກົດການຫຍໍ້ທໍ້ເກີດຂຶ້ນທັງ ໝົດ 37 ເລື່ອງ; ໃນນີ້, ລັກຕັດສາຍໄຟ, ໝໍ້ແຈກໄຟຟ້າຕາມແລວທາງລົດ ໄຟ 12 ເລື່ອງ (ແກ້ໄຂໄດ້ 5 ເລື່ອງ), ລັກຕັດຮົ້ວແລວທາງລົດໄຟ 4 ເລື່ອງ, ສາຍສັນຍານການເດີນລົດໄຟ 2 ເລື່ອງ, ລັກໝໍ້ຕູ້ແຈກໄຟຟ້າຢູ່ອຸໂມງ 2 ເລື່ອງ, ທູບທໍ່ອັດ ສາຍໄຟ 3 ເລື່ອງ (ຈັບຜູ້ກໍ່ເຫດບໍ່ທັນໄດ້), ລັກ ເຄື່ອງກໍ່ສ້າງບໍລິສັດ 10 ເລື່ອງ (ແກ້ໄຂໄດ້ 3 ເລື່ອງ ກັກຜູ້ກະທໍາຜິດໄດ້ 9 ຄົນ ຍິງ 2 ຄົນ), ລົດໄຟຕໍາສັດເຂົ້າມາທາງລົດໄຟ 3 ຄັ້ງ (ໝາ, ແບ້), ຄົນນອນຢູ່ລາງລົດໄຟ 1 ເລື່ອງ, ລົດຈັກເສຍຢູ່ສະຖານີ້ເມືອງໄຊ ແຂວງອຸດົມໄຊ 1 ຄັນ (ກັກ ຄົນຮ້າຍຍັງບໍ່ທັນໄດ້).

ຈາກປະກົດການຫຍໍ້ທໍ້ທີ່ ເກີດຂຶ້ນສ້າງຜົນເສຍຫາຍມີ: ສາຍ ໄຟຟ້າ 400 ກິໂລກຼາມ, ປອກຮັດເຫຼັກຄໍ້າແບບ 186 ອັນ, ເຫຼັກປອກ 10 ມັດ, ເຫຼັກແຜ່ນ 15 ແຜ່ນ, ເຫຼັກກົມຍາວ 13 ເສັ້ນ, ເຫຼັກກົມສັ້ນ 29 ເສັ້ນ, ນ໋ອດຈັບໃດນໍ້າ ຈໍານວນ 6 ໂຕ, ສາຍໄຟທີ່ປອກເເລ້ວ 200 ກິໂລກຼາມ, ສາຍໄຟຖືກຕັດ 9 ເສັ້ນ ມີຄວາມຍາວ 279 ແມັດ, ສາຍໄຟເປັນທ່ອນຍາວ 120 ຊັງຕີ ແມັດ, ຍັງບໍ່ໄດ້ປະເມີນມູນຄ່າການເສຍຫາຍ; ເຄື່ອງຂອງກາງມີ: ໂທລະສັບ 6 ໜ່ວຍ, ລົດຮຸ່ນໄດ 3 ຄັນ, ລົດໄຖນາ 1 ຄັນ, ລົດຈັກ 3 ຄັນ, ສາຍໄຟຖືກຕັດ ຈຳນວນ 8 ເສັ້ນມີຄວາມຍາວ 690 ເມັດ, ເລື່ອຍ ຕັດເຫຼັກ 2 ອັນ, ໃບເລື່ອຍ 11 ໃບ, ຄີມ 4 ອັນ, ມີດ 3 ດວງ, ໂຄມໄຟ 3 ອັນ, ເຫຼັກຈັບລາງ 80 ອັນ, ເຫຼັກຄໍ້ 4 ເສັ້ນ, ພ້າ 1 ດວງ, ປືນປະດິດ 1 ກະບອກ, ລູກປືນຄົກ 1 ລູກ, ລູກປືນ AK ຈຳ ນວນ 155 ລູກ, ຢາບ້າ 8 ເມັດ, ນ໋ອດຈັບໄດນໍ້າ 20 ໂຕ.


ສະພາບພົນເດັ່ນທີ່ເກີດຂຶ້ນມີດັ່ງນີ້: ວັນທີ 6 ທັນວາ 2021 ໄດ້ມີຄົນຮ້າຍລັກຕັດສາຍໄຟຟ້າຢູ່ເຂດບ້ານໜອງບົວ ຫ່າງຈາກສະຖານີໂພນໂຮງ ຫາ ເມືອງຫີນເຫີບ ແຂວງວຽງຈັນ ປະມານ 4 ກິ ໂລແມັດ ເຮັດໃຫ້ລົດໄຟທີ່ແລ່ນແຕ່ຫຼວງພະບາງ ຕ້ອງຢຸດພັກຢູ່ສະຖານີວັງວຽງ ເພື່ອລໍຖ້າການ ສ້ອມແປງເປັນເວລາ 54 ນາທີ, ຜ່ານການກວດກາເກັບກຳຂໍ້ມູນມາຮອດວັນທີ 7 ທັນວາ 2021 ສາມາດກັກຕົວຜູ່ຖືກຫາໄດ້ຈໍານວນ 4 ຄົນ.


ເວລາ 22:00 ໂມງ ຂອງວັນທີ 11 ທັນວາ 2021, ເຈົ້າໜ້າທີ່ປ້ອງກັນຈຸດບ້ານ ຜິກນ້ອຍ ນະຄອນຫຼວງພະບາງ ໄດ້ກັກຄົນຮ້າຍ 6 ຄົນ ທີ່ຈະມາລັກເຄື່ອງອຸປະກອນກໍ່ສ້າງເສັ້ນທາງ ລົດໄຟ ລາວ-ຈີນ ຢູ່ເຂດດັ່ງກ່າວ ພ້ອມອຸປະກອນ ແລະ ພາຫະນະກໍ່ເຫດຄື: ໂທລະສັບ 6 ໜ່ວຍ, ພາເວີແບ້ງ 1 ໜ່ວຍ, ເລື່ອຍ ຕັດ ເຫຼັກ 2 ອັນ, ໃບເລື່ອຍ 11 ໃບ, ຄີມ 2 ອັນ, ມີດ 3 ດວງ, ໂຄມໄຟ 3 ອັນ, ລົດຈັກ 3 ຄັນ, ລົດໄຖນາ 1 ຄັນ, ຕຳຫຼວດລົດໄຟໄດ້ມອບໃຫ້ພະແນກສືບ ສວນ-ສອບສວນ ແຂວງຫຼວງພະບາງ ໄປດໍາເນີນຄະດີຕາມກົດໝາຍ.


ນອກນີ້, ກວດພົບເຄື່ອງຕ້ອງຫ້າມຈຳນວນ 60 ຊະນິດ, ຢູ່ສະຖານີນະຄອນ ຫຼວງວຽງຈັນ 13 ຊະນິດ, ວັງວຽງ 6 ຊະນິດ, ຫຼວງພະບາງ 16 ຊະນິດ, ເມືອງໄຊ 20 ຊະນິດ, ບໍ່ເຕັນ 5 ຊະນິດ, ປືນສັ້ນ 8 ບອກ, ກະເປົາເຄື່ອງຜູ້ໂດຍສານຫຼົງ 2 ໜ່ວຍ (ສົ່ງຄືນເຈົ້າຂອງແລ້ວ), ຂາຕັ້ງກ້ອງຖ່າຍຮູບ 1 ອັນ (ບໍ່ສາມາດເກັບກູ້ໄດ້); ສາເຫດທີ່ພາໃຫ້ພົບເຄື່ອງຕ້ອງຫ້າມ ຍ້ອນຢູ່ແຕ່ລະສະຖານີຜູ້ໂດຍສານສ່ວນຫຼາຍຍັງບໍ່ທັນຮັບຮູ້ 7 ຂໍ້ຫ້າມກ່ຽວກັບອາວຸດຍຸດໂທປະກອນ, ວັດຖຸເຄື່ອງຂອງທີ່ບໍ່ອະນຸຍາດເຂົ້າໄປສະຖານີ ແລະ ຂຶ້ນຂະບວນລົດໄຟ ຈຶ່ງພາເກີດມີຄວາມບໍ່ເປັນລະບຽບຮຽບຮ້ອຍເຮັດໃຫ້ເກີດຄວາມຫຍຸ້ງຍາກສັບ ສົນໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ຜູ້ມາ ໃຊ້ບໍລິການ.

ໂດຍ: ຈັນສະໝອນ