ຄິດແນວໃດໄປຂຸດ ພຣະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄຳ ບໍ່ມີຄຳດອກ

219

ມີຄົນບໍ່ດີຈຳນວນໜຶ່ງໄດ້ໄປລັກຂຸດເອົາພະເຈົ້າໃຫຍ່ສຸວັນນະໂຄມຄຳ ບໍ່ຮູ້ຈຸດປະສົງຂຸດເພື່ອເອົາຫຍັງ ຄົງໄດ້ຍິນຄຳວ່າ ຄຳໆແລ້ວໄປຂຸດເອົາຄຳຫຼືບໍ ເຮັດໃຫ້ພະເກົ່າແກ່ແຫ່ງເມືອງຕົ້ນເຜິ້ງເສຍຫາຍໄປຫຼາຍຈຸດສົມຄວນ ຕ້ອງໄດ້ໃຊ້ງົບສ້ອມແປງຄືນໃໝ່ໃຫ້ກັບມາຢູ່ໃນສະພາບເດີມ.


ຂ່າວລາຍງານວ່າ ພາຍຫຼັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ພະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄຳ ຖືກຂຸດເຈາະ ເຮັດໃຫ້ແຕ່ລະສີນສ່ວນທີ່ຖືກຂຸດເຈາະຫັກພັງລົງມາ, ຕອນເຊົ້າ ວັນທີ 14 ກຸມພາ 2022 ນີ້ ໜ່ວຍງານກ່ຽວຂ້ອງຂອງຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ເມືອງ ຕົ້ນເຜິ້ງ ນໍາໂດຍ ທ່ານ ແສງເງິນ ອຳພອນໄຊ ຮັກສາການຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານວິຊາການ ແລະ ຫ້ອງການທີ່ກ່ຽວຂ້ອງ ຈຶ່ງໄດ້ລົງກວດກາສະພາບຄວາມເສຍຫາຍຕົວຈິງ.

ຈາກການກວດສອບພົບວ່າພຣະພຸດອົງດັ່ງກ່າວໄດ້ຖືກຂູດເຈາະຕາມທີ່ໄດ້ຮັບແຈ້ງແທ້ ເຊິ່ງສ່ວນທີ່ຖືກຂຸດເຈາະແມ່ນບໍລິເວນກົກຂາກໍ້າຂວາ, ບໍລິເວນຫລັງຖືກເຈາະເປັນຮູທະລຸໃສ່ໜ້າເອິກບໍລິເວນໃຈພະເຈົ້າທີ່ຖືກກຸ່ມຄົນບໍ່ດີເຈາະເອົາຂອງມີຄ່າມາກ່ອນໜ້ານີ້ຫຼາຍສີບປີແລ້ວ ແລະ ບາງສ່ວນຂອງພະໜັງດ້ານຫຼັງອົງພຣະພຸດທະຮູບຖືກຂຸດເຈື່ອນພັງລົງມາ.


ສຳລັບກຸ່ມຄົນບໍ່ດີທີ່ລັກລອບຂຸດເຈາະພຣະຮູບອົງດັ່ງກ່າວ ທາງຫ້ອງການ ຖວທ ເມືອງ ແລະ ອຳນາດການປົກຄອງບ້ານ, ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດຕິດຕາມໄດ້ວ່າເປັນບຸກຄົນ ຫຼື ກຸ່ມຄົນໃດ ຖ້າຫາກສາມາດຕິດຕາມໄດ້ທາງຫ້ອງການ ຈະໄດ້ສົມທົບກັບອໍານາດການປົກຄອງບ້ານ ແລະ ເຈົ້າໜ້າທີ່ ນໍາຕົວບຸກຄົນ ຫຼື ກຸ່ມຄົນບໍ່ດີມາດຳເນີນຕາມລະບຽບກົດໝາຍ ເນື່ອງຈາກການກະທຳດັ່ງກ່າວຖືວ່າເປັນການລະເມີດກົດໝາຍວ່າດ້ວຍ ມໍລະດົກແຫ່ງຊາດ.

ເຊິ່ງລະບຸໄວ້ໃນໝວດທີ 3 ມາດຕາ 42 ຂອງກົດໝາຍດັ່ງກ່າວວ່າ: ຫ້າມບຸກຄົນ ຫຼື ການຈັດຕັ້ງ ກໍ່ຄວາມເສຍຫາຍແກ່ມໍລະດົກແຫ່ງຊາດທາງດ້ານວັດທະນະທຳ ແລະ ປະຫວັດສາດ ເຊັ່ນ: ການທຳລາຍພຣະພຸດທະຮູບ, ບູຮານສະຖານ, ປູຊະນິຍະສະຖານ, ສະຖານທີ່ປະຫວັດສາດ, ການບຽດຍຶດ, ການຈັບຈອງທີ່ດິນເຂດອະນຸລັກມໍລະດົກແຫ່ງຊາດ, ການປ່ຽນແປງສະພາບເດີມຂອງມໍລະດົກ ໄປສູ່ສະຖານະອື່ນ, ການບິດເບືອນເນື້ອໃນປະຫວັດສາດຖ້າບຸກຄົນ ຫຼື ການຈັດຕັ້ງ ຫາກໄດ້ລະເມີດຈະຖືກສຶກສາອົບຮົມ, ຖືກປັບໃໝ, ໃຊ້ແທນທາງແພ່ງ ຫຼື ລົງໂທດທາງອາຍາ ແລ້ວແຕ່ກໍລິນີໜັກ ຫຼື ເບົາ.


ພາບ – ຂ່າວ: ອຸໄທ ພູມມາ