ທ່ານ ຮອງນາຍົກຊີ້ນຳໃຫ້ປວງຊົນຖືການປົກປັກຮັກສາເສັ້ນທາງລົດໄຟເປັນໜ້າທີ່ຂອງໝົດທຸກຄົນ

172

ວັນທີ 14 ກຸມພາ 2022 ນີ້, ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບຜົນສໍາເລັດ ວຽກງານປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ 5 ປີ (2016-2021) ແລະທິດທາງແຜນການປີ (2022-2026) ໂດຍເປັນປະທານຂອງ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນໍາກະຊວງກ່ຽວຂ້ອງ, ຄະນະຊີ້ນໍາປ້ອງກັນເສັ້ນທາງລົດໄຟລາວ-ຈີນ, ຄະນະບັນຊາ ກອງພົນ-ກອງບັນຊາການທະຫານນະຄອນຫຼວງ-ແຂວງ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.

ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ຫົວໜ້າຄະນະຊີ້ນໍາການປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໃຫ້ຮູ້ວ່າ: ຄະນະຮັບຜິດຊອບໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ແຕ່ບໍເຕັນ ຮອດນະຄອນຫຼວງວຽງໄດ້ຖືສຳຄັນຕໍ່ກັບ ວຽກງານສຶກສາອົບຮົມການເມືອງ-ແນວຄິດຕໍ່ພະນັກງານ – ນັກຮົບຂອງຕົນຢູ່ແຕ່ລະຈຸດ ສາມາດຮັກສາໄດ້ຄວາມສະຫງົບປອດໄພ, ຄວາມເປັນ ລະບຽບຮຽບຮ້ອຍຂອງສັງຄົມ ແລະເຂດກໍ່ສ້າງຕ່າງໆເຮັດສຳເລັດຕາມຄາດໝາຍທີ່ໄດ້ກໍານົດ, ໄດ້ປະສານສົມທົບແໜ້ນກັບ ບໍລິສັດທາງລົດໄຟລາວ – ຈີນ ແລະບັນດາ ບໍລິສັດ ຮັບເໝົາກໍ່ສ້າງ ໄດ້ໃຫ້ການຮ່ວມມື ພ້ອມທັງອຳນວບຄວາມສະດວກໃຫ້ກໍາລັງເຄື່ອນໄຫວ ປະຕິບັດໜ້າທີ່ປ້ອງກັນເປັນຢ່າງດີ ທີ່ພົ້ນເດັ່ນແມ່ນຄະນະຮັບຜິດຊອບ ບໍລິສັດ ລົດໄຟ ລາວ – ຈີນ ໃຫ້ການຊ່ວຍ ເຫຼືອ ຫຼາຍດ້ານ ເຮັດໃຫ້ວຽກງານປ້ອງກັນບັນລຸຄາດໝາຍ.

ຜ່ານການຈັດຕັ້ງປະຕິບັດຕົວຈິງ ມີກົມກອງ ແລະບຸກຄົນ ໄດ້ຮັບການຍ້ອງຍໍປະເພດ ຫຼຽນໄຊພິລະອາດຫານຊັ້ນ I ຈຳນວນ 1 ກົມກອງ, ຊັ້ນ II ຈຳນວນ 15 ກົມກອງ, ບຸກຄົນ 54 ທ່ານ, ຊັ້ນ III 19 ກົມກອງ, ບຸກຄົນ 241 ທ່ານ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 5 ກົມກອງ, ບຸກຄົນ 452 ທ່ານ, ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 571 ທ່ານ.

ໂອກາດນີ້, ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດວຽກງານປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ພ້ອມທັງເນັ້ນໃຫ້ຄະນະຮັບຜິດຊອບແຕ່ລະຂັ້ນສຶບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດເປັນກົກ ໃຫ້ປະຊາຊົນບັນດາເຜົ່າເຂົ້າໃຈແຈ້ງຕໍ່ແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານເປັນໜ້າທີ່ຂອງໝົດທຸກຄົນ.

ສຸມໃສ່ວຽກງານປ້ອງກັນເສັ້ນທາງລົດໄຟໃຫ້ມີຄວາມປອດໄພ, ສຶບຕໍ່ ປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດໃຫ້ກວ້າງຂວາງ, ພ້ອມທັງອໍານວຍຄວາມສະດວກໃຫ້ແກ່ການຄຸ້ມຄອງເສັ້ນທາງລົດໄຟລາວ-ຈີນ ໃນທຸກດ້ານ ແນໃສ່ສ້າງເສັ້ນທາງຍຸດທະສາດໜື່ງແລວໜື່ງເສັ້ນທາງ ໃຫ້ມັ່ງຄັ່ງເຂັ້ມແຂງຈະເລີນກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ: ສົມພອນ ສຸວັນທອນ-ພາບ:ໄຊຍະສອນ ລັດຕະນະວົງ.