ກຽມຈັດມະຫະກໍາສົ່ງເສີມສີມືແຮງງານລາວ 16-20 ມີນາ 2022

150

ພິທີຖະແຫຼງຂ່າວມະຫະກໍາສົ່ງເສີມສີມືແຮງງານລາວ Lao Employment 2022 ຈັດຂຶ້ນໃນວັນທີ 10ກຸມພາ 2022 ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ(ສຄອຊ) ເປັນປະທານຮ່ວມຂອງທ່ານ ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ ມີທ່ານ ສຸລິສັກ ສຸພັນທອງ ຮອງຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານແລະສະຫວັດດີການສັງຄົມ, ທ່ານ ວັນນະເລກ ເຫຼື້ອງ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະກິລາ ແລະ ທ່ານ ນາງ ຈັນເພັນ ມະນີແສງ ຫົວໜ້າກົມປົກປ້ອງແຮງງານ ສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄຊບັນດິດ ຣາຊະພົນ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້, ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບ ບັນດາແຮງງານທີ່ຫວ່າງງານ ແລະ ຫົວໜ່ວຍທຸລະກິດ ທີ່ໄດ້ຮັບຜົນກະທົບ ຈາກການແຜ່ລະບາດຂອງເຊື້ອໄວຣັດ COVID-19 ເປົ້າໝາຍຫຼັກ ເພື່ອເປັນງານເປີດກວ້າງ ໃຫ້ຜູ້ປະກອບການ ແລະ ແຮງງານໄດ້ມາພົບກັນ; ສົ່ງເສີມການສ້າງວຽກເຮັດງານທຳ ໃຫ້ກັບແຮງງານທີ່ຫວ່າງງານ; ຍົກລະດັບສີມືການເຮັດວຽກຂອງແຮງງານດ້ວຍການຝຶກອົບຮົມຕ່າງໆ; ເປັນເວທີແລກປ່ຽນປະສົບການ ແລະ ເຜີຍແຜ່ແນວທາງໃນການພັດທະນາສີມືແຮງງານ ຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ; ເປັນເວທີໃຫ້ນັກສຶກສາໄດ້ມີການແລກປ່ຽນບົດຮຽນ ເພື່ອກຽມເຂົ້າສູ່ຕະຫຼາດແຮງງານໃນອະນາຄົດ ແລະ ເພື່ອຮັບຮູ້ຂໍ້ມູນຂ່າວສານຕະຫຼາດແຮງງານ ແລະ ນະໂຍບາຍທີ່ຕິດພັນການຈ້າງງານ.


ສໍາລັບກິດຈະກໍາຫຼັກ ໃນງານແມ່ນຮ່ວມສົນທະນາ / ຝຶກອົບຮົມ (ໃຫ້ຄວາມຮູ້, ສ້າງແຮງບັນດານໃຈ); ນັກສຶກສາກຽມເຂົ້າສູ່ຕະຫຼາດແຮງງານ; ຊ່ວຍເຫຼືອໃນການພັດທະນາທັກສະດ້ານແຮງງານ ແລະ ຍົກລະດັບສີມືແຮງງານ; ງານວາງສະແດງ ແລະ ສາທິດທັກສະດ້ານສີມືແຮງງານ, ເວທີສ້າງສ້າງຄວາມຮັບຮູ້ແກ່ສັງຄົມ; ການແຂ່ງຂັນສີມືແຮງງານ ແລະ ປະກາດໂຄງການສົ່ງເສີມສີມືແຮງງານຕ່າງໆ; ການພົບປະລະຫວ່າງອົງກອນ, ເຂດເສດຖະກິດ, ຫົວໜ່ວຍທຸລະກິດ ກັບຜູ້ຫວ່າງງານ,ແຮງງານທີ່ສົນໃຈ ແບບເປີດກວ້າງ ແລະ ການສະໜັບສະໜູນທຶນການສຶກສາ ເພື່ອສ້າງແຮງງານຄຸນນະພາບ.

ທ່ານ ສຸລິສັກ ສຸພັນທອງ ກ່າວວ່າ: ມະຫະກຳສົ່ງເສີມສີມືແຮງງານລາວ ໃນປີ 2022  ເປັນອີກຂະບວນການໜຶ່ງໃນການ ຈັດຕັ້ງປະຕິບັດທິດທາງ ແລະ ນະໂຍບາຍຂອງຊາດ ໃນການຊຸກຍູ້ ແລະ ສົ່ງເສີມ ການພັດທະນາກຳລັງແຮງງານ, ການຊອກຫາວຽກເຮັດງານທຳ, ການສ້າງຄວາມສອດຄ່ອງ ລະຫວ່າງ ຄວາມຕ້ອງການແຮງງານ ແລະ ການສະໜອງແຮງງານ ເຊິ່ງສອດຄ່ອງກັບກົດໝາຍວ່າດ້ວຍແຮງງານ ທີ່ໄດ້ກຳນົດມາດຕະຖານ, ເງື່ອນໄຂ, ພັນທະ, ການປະສານສົມທົບ ແລະ ການຮ່ວມມືລະຫວ່າງພາກສ່ວນຕ່າງໆ ລະຫວ່າງພາກລັດ, ເອກະຊົນ, ອົງການຈັດຕັ້ງ ແລະ ໂຄງການລົງທຶນ ໃນວຽກງານ ພັດທະນາສີມືແຮງງານ ແລະ ຈັດຫາງານ.

ມະຫະກຳສົ່ງເສີມສືມືແຮງງານລາວ Lao Employment 2022 ຈະຈັດຂຶ້ນໃນລະຫວ່າງ ວັນທີ 16-20 ມີນາ 2022 ທີ່ສູນການຄ້າ ວຽງຈັນເຊັນເຕີ້, ນະຄອນຫຼວງວຽງຈັນ.