ບໍລິການລົດໄຟຄືກຄື້ນ ມີຜູ້ໂດຍສານບໍ່ຕ່ຳກວ່າມື້ລະ 1.700 ຄົນ

142

ຂະບວນລົດໄຟລາວ-ຈີນ ນັບແຕ່ເປີດໃຫ້ບໍລິການເປັນຕົ້ນມາ ເອີ້ນວ່າເປັນໄປໄດ້ດີສົມການລໍຄອຍສ້າງຄວາມພາກພູມໃຈ ແລະ ເປັນປະກົດການໃໝ່ໃນສັງຄົມລາວໄປແລ້ວ ຈົນເຖິງປັດຈຸບັນມີຜູ້ໂດຍສານໄປໃຊ້ບໍລິການບໍ່ຕ່ຳກວ່າ 1.700 ຄົນໃນແຕ່ລະວັນ ສັງລວມເວລາ 2 ເດືອນມີປະຊາຊົນໄປຂຶ້ນລົດໄຟຈຳນວນ 113.000 ຄົນ.

ໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ພ້ອມຄະນະ ໄດ້ລົງເຄື່ອນໄຫວກວດກາ ແລະ ຊີ້ນໍາວຽກງານບໍລິສັດທາງລົດໄຟລາວ-ຈີນຈໍາກັດ ໃນວັນທີ 8 ກຸມພາ 2022 ທີ່ຜ່ານມານີ້ ທ່ານ ຢວນ ໝິງ ຮາວ ຜູ້ອໍານວຍກການບໍລິສັດລົດໄຟລາວ-ຈີນ ຈໍາກັດ ໄດ້ລາຍງານວ່າ: ທາງລົດໄຟລາວ-ຈີນ ຊ່ວງບໍ່ເຕັນຫານະຄອນຫລວງວຽງຈັນ ມີສະຖານີຂົນສົ່ງໂດຍສານທັງໝົດ 10 ສະຖານີ, ສະຖານີ ທີ່ໄດ້ເປີດໃຫ້ມີການຂົນສົ່ງໂດຍສານແລ້ວ 7 ສະຖານີ ຄື: ສະຖານີນະຄອນຫລວງວຽງຈັນ, ໂພນໂຮງ, ວັງວຽງ, ຫລວງພະບາງ, ເມືອງໄຊ ນາເຕີຍ, ບໍ່ເຕັນ ໃນນີ້, ໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າແລ້ວ 3 ສະຖານີ ຄື: ສະຖານີວຽງຈັນໃຕ້, ສະຖານີວັງວຽງ ແລະ ສະຖານີນາເຕີຍ.

ພ້ອມນັ້ນ, ສະພາບການຂົນສົ່ງໂດຍສານ ແຕ່ມື້ເປີດໃຫ້ບໍລິການຈົນເຖິງວັນທີ 7 ກຸມພາ ໂດຍສານໄດ້ແລ່ນລົດທັງໝົດ 119 ຄູ່ ປະລິມານການຂົນສົ່ງຜູ້ໂດຍສານ 113.827 ຄົນ ສະເລ່ຍ ຂົນສົ່ງຜູ້ໂດຍສານຕໍ່ມື້ 1.721 ຄົນ ແລະ ການຂົນສົ່ງຜູ້ໂດຍສານສູງສຸດຕໍ່ມື້ແມ່ນ 2.804 ຄົນ, ມີລາຍຮັບປະມານ 12,98 ລ້ານຢວນ.

ສ່ວນການຂົນສົ່ງສິນຄ້າໄດ້ແລ່ນລົດທັງໝົດ 130,5 ຄູ່ ປະລິມານສິນຄ້າສະສົມທີ່ຂົນສົ່ງ 139.422 ກວ່າໂຕນ, ສະເລ່ຍຂົນສົ່ງສິນຄ້າ 2.112 ໂຕນຕໍ່ມື້ ມີການຂົນສົ່ງສິນຄ້າສູງສຸດຕໍ່ມື້ 6.748 ໂຕນ ສະເລ່ຍລາຍຮັບໃນສອງເດືອນ/ 48,84 ລ້ານຢວນ.

ນອກນີ້ໄດ້ລາຍງານວຽກງານການບໍລິການຂົນສົ່ງໂດຍສານ ມາດຕະການຮັບປະກັນຄວາມປອດໄພໃນການຂົນສົ່ງທີ່ນໍາໃຊ້ນັບແຕ່ມື້ເປີດໃຫ້ບໍລິການເປັນຕົ້ນມາ, ເປັນຕົ້ນແມ່ນ ບັນຫາຄວາມສະດວກໃນການແຈ້ງພາສີ ຢູ່ດ່ານເຂົ້າ-ອອກເມືອງ ສະພາບແວດລ້ອມຄວາມປອດໄພພາຍນອກ ລຽບຕາມເສັ້ນທາງລົດໄຟ ດ້ານພາສີອາກອນ ໂດຍສະເພາະສະເໜີໃຫ້ປະສານງານເລັ່ງການອະນຸມັດລາຍການຍົກເວັ້ນພາສີນໍາເຂົ້າວັດສະດຸ ແລະ ອຸປະກອນຂອງບໍລິສັດທາງລົດໄຟລາວ-ຈີນ ການອະນຸມັດປ່ຽນປ້າຍທະບຽນລົດຊົ່ວຄາວ ໃນໄລຍະການກໍ່ສ້າງມາເປັນທະບຽນລົດຖາວອນ ອອກໜັງສືຢັ້ງຢືນການຍົກເວັ້ນອາກອນມູນຄ່າເພີ່ມ ສ່ວນບັນຫາການຊໍາລະດ້ວຍຫລາຍສະກຸນເງິນ ສະເໜີໃຫ້ທະນາຄານແຫ່ງ ສປປ ລາວ ອະນຸມັດໃຫ້ບໍລິສັດ ສາມາດຮັບເງິນຄ່າປີ້ລົດໄຟຄ່າຂົນສົ່ງ ແລະ ຄ່າທໍານຽມຕ່າງໆ ເປັນເງິນຕາຕ່າງປະເທດ ໂດຍອີງໃສ່ອັດຕາແລກປ່ຽນຂອງຕະ ຫລາດ.

ນອກນັ້ນ, ໄດ້ສະເໜີກ່ຽວກັບການຊົມເຊີຍໃນການຍົກຍ້າຍ ຫລື ເວນຄືນທີ່ດິນປະຕິບັດບໍ່ຄົບຖ້ວນ ກຳມະສິດທີ່ດິນບາງສ່ວນບໍ່ມີການກໍານົດແຈ້ງເຖິງບັນຫາ ການເປີດຮັບສະໝັກພະນັກງານ ການຝຶກອົບຮົມໃຫ້ແກ່ແຮງງານລາວ ການວາງແຜນພັດທະນາລຽບຕາມເສັ້ນທາງລົດໄຟ ການສ້າງຫ້າງຊັບພະສິນຄ້າ ການພັດທະນາກວມລວມໃນສະຖານີລົດໄຟ ເພື່ອດໍາເນີນກິດຈະການບໍລິການລູກຄ້າທີ່ຕ້ອງການຝ່າຍລັດຖະບານລາວໃຫ້ຄວາມຮ່ວມມື ແລະ ສະໜັບສະໜູນ ການເພີ່ມທະວີແກ້ໄຂບັນຫາການໂຄສະນາທາງລົບຕໍ່ໂຄງການ ແລະ ມາດຕະການຊ່ວຍເຫລືອ ແລະ ອື່ນໆ.