ພາສ່ອງ 10 ປະເທດຄູ່ຄ້າລາຍໃຫຍ່ຂອງລາວ ແລະໂອກາດຂະຫຍາຍການຕະຫຼາດ

99

ໃນທຸກວັນນີ້ ລະບົບການຂົນສົ່ງສະດວກສະບາຍມີຫຼາຍທາງເລືອກ ແລະໂອກາດການຄ້າຂາຍກໍ່ກວ້າງຂຶ້ນ ໃນນັ້ນມື້ນີ້ຈະພາແຟນຂ່າວມາຮູ້ຈັກກັບ 10 ປະເທດ ຄູ່ຄ້າລາຍໃຫຍ່ທີ່ລາວເຮົາໄດ້ສົ່ງອອກ ແລະນຳເຂົ້າຫຼາຍທີ່ສຸດ ເຊິ່ງແນ່ນອນ ສປ ຈີນແມ່ນຕະຫຼາດທີ່ຮັບຊື້ນສິນຄ້າຈາກລາວຫຼາຍສຸດ ຍິ່ງເປີດເສັ້ນທາງລົດໄຟແລ້ວ ຍິ່ງເປັນໂອກາດດີ ທີ່ຈະຊ່ວຍຂັບເຄື່ອນການຄ້າຂາຍຮ່ວມກັນຂອງລາວເຮົາກັບ ສປ ຈີນຫຼາຍຂຶ້ນ.

ສະເພາະການຂົນສົ່ງຜ່ານເສັ້ນທາງລົດໄຟ ໃນທ້າຍເດືອນທີ່ຜ່ານມາກໍ່ໄດ້ມີການເປີດເຜີຍຕົວເລກບໍ່ເຖິງ 2 ເດືອນແຕ່ສາມາດ ເຮັດສະຖິຕິຫຼາຍເຖິງ 59.500 ໂຕນ ເທົ່າກັບ ໜຶ່ງຕື້ 68 ລ້ານຢວນແລ້ວ ໃນນັ້ນທາງສາຍນີ້ແມ່ນ ບໍ່ພຽງແຕ່ສອງປະເທດເທົ່ານັ້ນ ແຕ່ຈະສາມາດສົ່ງສິນຄ້າໄປໄດ້ 10 ປະເທດທີ່ຢູ່ຕາມແລວທາງໜຶ່ງແລວທາງໜຶ່ງເສັ້ນທາງເປັນການເພີ່ມພະລັງຂັບເຄື່ອນໃຫ້ກັບການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບລາວໄດ້ຫຼາຍຂຶ້ນກວ່າທີ່ເຄີຍເປັນມາ.

ກ່ຽວກັບປະເທດຄູ່ຄ້າຮ່ວມກັບ ສປປ ລາວໃນປີ 2021 ຜ່ານມາ ຕາມລາຍງານຈາກສູນຂໍ້ມູນຂ່າວສານການຄ້າ ກະຊວງອຸດສາຫະກຳ ແລະການຄ້າ ແມ່ນລາວໄດ້ສົ່ງອອກສິນຄ້າເປັນມູນຄ່າທັງໝົດ ມູນຄ່າການສົ່ງອອກ ມີປະມານ 7.000 ລ້ານໂດລາສະຫະລັດ ໃນນັ້ນຕະຫຼາດຮັບຊື້ຫຼັກໆປະກອບມີ ສປ ຈີນ 2.221 ລ້ານໂດລາສະຫະລັດ, ໄທ 2.187 ລ້ານໂດລາສະຫະລັດ, ຫວຽດນາມ 1.220 ລ້ານໂດລາສະຫະລັດ, ອົດສະຕາລີ 348 ລ້ານໂດລາສະຫະລັດ ແລະ ສະວິດເຊີແລນ 116 ລ້ານໂດລາສະຫະລັດ.

ຂະນະທີ່ບັນດາປະເທດທີ່ລາວ ນໍາເຂົ້າສິນຄ້າມາຫຼາຍທີ່ສຸດໄດ້ແກ່ປະເທດໄທ 3.000 ລ້ານໂດລາສະຫະລັດ, ຈີນ 1.255 ລ້ານໂດລາສະຫະລັດ, ຫວຽດນາມ 499 ລ້ານໂດລາສະຫະລັດ, ສ ອາເມລິກາ 250 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ 148 ລ້ານໂດລາສະຫະລັດ.