ປີ 2021ມູນຄ່າການນໍາເຂົ້າ ຂອງລາວ ທະລຸ 6.000 ລ້ານໂດລາສະຫະລັດ

80

ໃນໄລຍະຜ່ານມາ ເຖິງແມ່ນວ່າລັດຖະບານຈະພະຍາມຍາມຊຸກຍູ້ການຜະລິດພາຍໃນໃຫ້ຫຼາຍ ເພື່ອຫຼຸດຜ່ອນການນນຳເຂົ້າ ແຕ່ເນື່ອງຈາກສະພາບເສດຖະກິດຂອງລາວຍັງອ່ອນນ້ອຍ ແລະກຳລັງສ້າງສາພັດທະນາໃນທຸກຂະແໜງການ ເຮັດໃຫ້ຄວາມຕ້ອງການຊົມໃຊ້ສິນຄ້າຈາກຕ່າງປະເທດມີຈຳນວນຫຼາຍ ໃນປີ 2021 ປີດຽວລາວເຮົາໄດ້ນຳເຂົ້າສິນຄ້າເປັນມູນຄ່າຫຼາຍເຖິງ 6.000 ລ້ານໂດລາ.

ໂດຍໃນປີ 2021 ທີ່ຜ່ານມາ ການນຳເຂົ້າສິນຄ້າຂອງສປປ ລາວ ທີ່ມີມູນຄ່າສູງກວ່າໝູ່ໝົດ ປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ແກ້ວປະເສີດ ຫຼື ເຄິ່ງປະເສີດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ຜະລິດຕະພັນການຢາ (ເພສັດຊະກໍາ), ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ສາຍໄຟຟ້າ/ເຄເບີ້ລ, ນ້ຳມັນແອັດຊັງ, ແອັດຊັງພິເສດ, ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ, ອຸປະກອນຖ່າຍພາບ, ໄມ້ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍໄມ້.

ໃນຈຳນວນສິນຄ້ານໍາເຂົ້າຫຼັກດັ່ງກ່າວນັ້ນ ສະເລ່ຍເປັນມູນຄ່າປະມານ 6.000 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) ມີມູນຄ່າປະມານ 463 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ມີມູນຄ່າປະມານ 448 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 372 ລ້ານໂດລາສະຫະລັດ, ແກ້ວປະເສີດ ຫຼື ເຄິ່ງປະເສີດ ມີມູນຄ່າປະມານ 271 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) ມີມູນຄ່າປະມານ 220 ລ້ານໂດລາສະຫະລັດ.

ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມີມູນຄ່າປະມານ 217 ລ້ານໂດລາສະຫະລັດ, ຜະລິດຕະພັນການຢາ (ເພສັດຊະກໍາ) ມີມູນຄ່າປະມານ 209 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມີມູນຄ່າປະມານ 187 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມີມູນຄ່າປະມານ 175 ລ້ານໂດລາສະຫະລັດ, ສາຍໄຟຟ້າ/ເຄເບີ້ລ ມີມູນຄ່າປະມານ 146 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ, ແອັດຊັງພິເສດ ມີມູນຄ່າປະມານ 132 ລ້ານໂດລາສະຫະລັດ, ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ ມີມູນຄ່າປະມານ 123 ລ້ານໂດລາສະຫະລັດ, ອຸປະກອນຖ່າຍພາບ ມີມູນຄ່າປະມານ 109 ລ້ານໂດລາສະຫະລັດ ແລະ ໄມ້ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍໄມ້ ມີມູນຄ່າປະມານ 100 ລ້ານໂດລາສະຫະລັດ.

ຈາກ: ສູນຂໍ້ມູນຂ່ານສານທາງດ້ານການຄ້າຂອງ ສປປ ລາວ.