ອຸງ ທົດສະພອນ ສິດພະໄຊ ນາຍແບບ,ນັກສະແດງ ອວຍພອນວັນສ້າງຕັ້ງກຳມະບານລາວ ຄົບຮອບ 66ປີ

235

ເຮົາມາທໍາຄວາມຮູ້ຈັກນໍາກັນວ່າ ການມີອາຊີບເປັນດາລາ, ນັກສະແດງ ຫຼື ແມ່ນແຕ່ທຸກອາຊີບທີ່ເຮັດວຽກກ່ຽວກັບວົງການບັນເທີງລາວ ແມ່ນເປັນແນວໃດ ແລ້ວອາຊີບນີ້ພາໃຫ້ເຂົ້າເຈົ້າປະສົບຜົນສໍາເລັດແບບໃດ! ມື້ນີ້ທີມຂ່າວບັນເທີງໄດ້ມີໂອກາດ ສໍາພາດໜຸ່ມຫຼໍ່ ທີ່ມີສື່ສຽງ ແລະ ເປັນຂັວນໃຈສາວໆເລີຍກໍວ່າໄດ້ ສໍາລັບໜຸ່ມຄົນນີ້ ທົດສະພອນ ສິດພະໄຊ ຫຼື  ອຸງ ປັດຈຸບັນມີອາຊີບ ເປັນນັກສະເເດງ, ນາຍເເບບຈາກສັງກັດ First Modeling.

ໂດຍໃນໂອກາດວັນສ້າງຕັ້ງສະຫະພັນກໍາມະບານລາວ ອຸງເອງຢາກບອກວ່າ ອາຊີບນັກສະແດງ, ນາຍແບບ ກໍແມ່ນອາຊີບໜຶ່ງທີ່ຕ້ອງໃຊ້ແຮງງານ ແລະ ຄວາມສາມາດ ໂດຍໜຸ່ມອຸງ ໄດ້ໃຫ້ສໍາພາດວ່າ: ສຳລັບການເປັນດາລາ, ນັກສະເເດງ ອຸງຄິດວ່າ ເຮົາສາມາດຍຶດເປັນອາຊີບເສີມໄດ້ ເເຕ່ເປັນອາຊີບຫຼັກ ໜ້າຈະຍັງບໍ່ໄດ້ ເພາະວົງການບັນເທີງລາວເຮົາ ຍັງບໍ່ທັນໄດ້ເປີດກວ້າງ ຫຼື ຂະຫຍາຍເທົ່າປະເທດອ້ອມຂ້າງ ເວົ້າອີກຢ່າງໜຶ່ງກໍຄື ວຽກໃນວົງການຍັງບໍ່ມີຄວາມຫຼາກຫຼາຍ.

ສຳລັບອາຊີບນີ້ ອຸງຮູ້ສຶກວ່າ ເຮັດໃຫ້ຝັນຂອງເຮົາເປັນຈິງ ນັ້ນກໍຄືໄດ້ມີໂອກາດສະເເດງ ຄວາມສາມາດ ຜ່ານການສະ ແດງໃນຊີຣີ້ຕ່າງໆ ສາມາດເຮັດໃຫ້ເຮົາໄດ້ເຮັດໃນສິ່ງທີ່ເຮົາຢາກເຮັດ ບໍ່ວ່າຈະເປັນການເດີນເເບບ, ຖ່າຍເເບບ ເເລະ ເປັນ presenter ເເບຣນຕ່າງໆ ເເຕ່ນັ້ນກໍບໍ່ເເມ່ນຈຸດສຸດທ້າຍຂອງສາຍງານນີ້ ເຮົາຍັງຕ້ອງໄດ້ບືນຕົວ ເເລະ ພັດທະນາຕົນເອງຢູ່ສະເໝີ ເເລະ ຕ້ອງກຽມພ້ອມທຸກເວລາອີກດ້ວຍ.

ຄວາມຍາກງ່າຍຂອງ ວຽກສາຍນີ້ ຄວາມງ່າຍ: ກໍແມ່ນມີການເປີດກວ້າງຫຼາຍຂຶ້ນ, ມີຄົນໃຫ້ຄວາມສົນໃຈ ແລະ ສະໜັບສະໜູນສິນລະປິນລາວຫຼາຍຂຶ້ນ ສໍາລັບ ຄວາມຍາກ: ກໍຄືຕະຫຼາດວົງການບັນເທີງຍັງໜ້ອຍຢູ່, ຊ່ອງທາງການ promote ຫຼື ນຳສະເໜີຜົນງານຕ່າງໆ ຍັງມີໜ້ອຍ ເເລະ ມາດຕະຖານຄວາມສາມາດຂອງຄົນໃນວົງການລາວຍັງມີຂີດຈຳກັດ

ເນື່ອງໃນໂອກາດ ວັນສ້າງຕັ້ງກຳມະບານລາວໃນປີນີ້ ຄົບຮອບ 66ປີນີ້… ອຸງ ເອງໃນນາມທີ່ເປັນພົນລະເມືອງລາວ ຊົນຊັ້ນຜູ້ອອກເເຮງງານຜູ້ໜຶ່ງ ກໍຂໍອວຍພອນໄຊ ຊາວຜູ້ອອກເເຮງງານທຸກຄົນ ຈົ່ງມີເເຕ່ ຄວາມຈະເລີນກ້າວໜ້າ ມີພະລະນາໄມທີ່ດີ ມີເເຕ່ສິ່ງດີໆເຂົ້າມາ.

ຝາກຕິດຕາມຜົນງານ ແລະ ການເຄື່ອນໄຫວຕ່າງໆຂອງໜຸ່ມຄົນນີ້ໄດ້ ບໍ່ວ່າຈະເປັນງານເດິນເເບບ Lao Fashion Week ທີ່ຈະມາເຖິງນີ້ 5-6 ກຸມພາ, ຊີຣີ້ “ຄຽງຂ້າງເຈົ້າ“ Beside You the Series ທີ່ຈະ on air ໄວໆນີ້ ແລະ ໄດ້ເປັນ brand ambassador/ presenter ຂອງແບຣນຕ່າງໆ ພ້ອມນີ້, ອາດຈະມີຜົນງານເພງ ໃຫ້ທຸກຄົນໄດ້ຟັງ ກາງປີນີ້ດ້ວຍ ຜ່ານຊ່ອງທາງເຟສບຸກ  Oung Thotsaphone Sitphaxay.

[ ຮູບ: Oung Thotsaphone Sitphaxay ]