ສະຫະລັດ-ອັງກິດ-ການາດາ ອອກມາດຕະການຂວ້ຳບາດມຽນມາຮອບໃໝ່

86

ສະຫະລັດອາເມຣິກາ, ອັງກິດ ແລະ ການາດາ ໄດ້ອອກມາດຕະການຂວ້ຳບາດເຈົ້າໜ້າທີ່ຂອງມຽນມາອີກຮອບ ຫຼັງຄົບຮອບ 1 ປີການເຂົ້າຢຶດອຳນາດຂອງກອງທັບມຽນມາ (1 ກຸມພາ 2021-1 ກຸມພາ 2022) ເຮັດໃຫ້ປະເທດເຂົ້າສູ່ຄວາມວຸ້ນວາຍຈົນເຖິງຂະນະນີ້ ຍັງບໍ່ມີທ່າທີວ່າຈະຜ່ອນຄາຍລົງ, ຂະນະທີ່ເສດຖະກິດໄດ້ຮັບ ຄວາມເສຍຫາຍຢ່າງໜັກໜ່ວງ.

ໃນຖະແຫຼງການຮ່ວມຂອງ 3 ປະເທດໄດ້ປະກາດຂວ້ຳບາດເພີ່ມເຕີມໂດຍເນັ້ນໄປທີ່ເຈົ້າໜ້າທີ່ຂະບວນຍຸຕິທຳຂອງມຽນມາທີ່ມີສ່ວນກ່ຽວຂ້ອງກັບການຟ້ອງຮ້ອງດຳເນີນຄະດີຕໍ່ທ່ານ ນາງ ອອງຊານ ຊູຈີ ປະທານພັກສັນນິບາດ ເພື່ອປະຊາທິປະໄຕ (LND).

ກະຊວງການເງິນຂອງສະຫະລັດເປີດເຜີຍວ່າ ໄດ້ເພີ່ມລາຍຊື່ບຸກຄົນ 7 ຄົນ ແລະ ບໍສັດອີກ 2 ແຫ່ງເຂົ້າໃນບັນຊີລາຍຊື່ທີ່ຖືກຂວ້ຳບາດໃນວັນທີ 31 ມັງກອນຜ່ານມາ ເຊິ່ງມີທັງໄອຍະການສູງສຸດ ທີ່ມີສ່ວນໃນການຕັ້ງຂໍ້ຫາທີ່ມີແຮງຈູງໃຈທາງການເມືອງຕໍ່ ທ່ານ ນາງ ຊູຈີ, ນອກຈາກນີ້ ຍັງມີປະທານສານສູງສຸດ, ປະທານຄະນະກຳມະການປາບປາມການສໍ້ລາດບັງຫຼວງ ເຊິ່ງມີສ່ວນກ່ຽວຂ້ອງຕໍ່ການດຳເນີນຄະດີຕໍ່ ນາງ ຊູຈີ.

ນອກຈາກນີ້ ຍັງປະກາດຂວ້ຳບາດຕໍ່ສຳນັກງານຈັດຊື້-ຈັດຈ້າງອາວຸດ ທີ່ຖືກລະບຸວ່າ ເປັນກົນໄກໃນການຈັດຫາອາວຸດຈາກຕ່າງປະເທດໃຫ້ແກ່ມຽນມາ ເຊິ່ງມີທັງບໍລິສັດຜູ້ຄ້າອາວຸດ 2 ແຫ່ງ, ທັງນີ້ ບຸກຄົນ ແລະ ບໍລິສັດທີ່ຢູ່ໃນບັນຊີລາຍຊື່ດັ່ງກ່າວຈະຖືກອາຍັດຊັບສິນໃນສະຫະລັດ ແລະ ຫ້າມບໍ່ໃຫ້ຊາວອາເມຣິກາຕິດຕໍ່ກັບບຸກຄົນ ແລະ ບໍລິສັດເຫຼົ່ານີ້.