ມາເລເຊຍ ອອກມາດຕະການຄວບຄຸມລາຄາ ອາຫານ ຫຼັງເງິນເຟີ້ເພີ່ມຂຶ້ນ

94

ສຳນັກຂ່າວ CNBC ລາຍງານວ່າ ທ່ານ ອາເລັກຊານເດີ ນັນທາ ລິງກີ ລັດຖະມົນຕີກະຊວງການຄ້າ ແລະ ກິດຈະການຜູ້ບໍລິໂພກຂອງມາເລເຊຍ ເປີດເຜີຍວ່າ: ເມື່ອພິຈາລະນາຈາກທ່າອ່ຽງທົ່ວໂລກແລ້ວ ມາເລເຊຍອາດຈະໄດ້ຮັບແຮງກົດດັນຈາກອັດຕາເງິນເຟີ້.

ກ່ອນໜ້ານີ້ ສຳນັກງານສະຖິຕິແຫ່ງຊາດມາເລເຊຍເປີດເຜີຍວ່າ: ດັດສະນີລາຄາຜູ້ບໍລິໂພກ (CPI) ຂອງມາເລເຊຍເພີ່ມຂຶ້ນ 3,2% ໃນເດືອນທັນວາປີຜ່ານມາ ເມື່ອທຽບປີຕໍ່ປີ ເນື່ອງຈາກລາຄາອາຫານ ແລະ ເຊື້ອເພີງເພີ່ມຂຶ້ນ, ຂະນະທີ່ອັດຕາເງິນເຟີ້ໃນປີ 2021 ເພີ່ມຂຶ້ນ 2,5% ເມື່ອທຽບໃສ່ປີ 2020.

ເພື່ອເປັນການບັນເທົາແຮງກົດດັນພາວະເງິນເຟີ້ ລັດຖະບານມາເລເຊຍຈຶ່ງໄດ້ອອກມາຕະການຕ່າງໆ ເພື່ອຮັກສາສະພາບຂອງລາຄາສິນຄ້າ ໂດຍສະເພາະລາຍການສິນຄ້າທີ່ເປັນອາຫານ ເຊັ່ນ: ເຂົ້າ, ຊີ້ນ ແລະ ອື່ນໆ, ລັດຖະບານຂໍໃຫ້ປະຊາຊົນໝັ້ນໃຈວ່າ ຈະສາມາດຊື້ອາຫານ ແລະ ສິ່ງຂອງທີ່ຈຳເປັນ ໃນລາຄາທີ່ເໝາະສົມ, ນອກຈາກນີ້ ລັດຖະບານຈະຈັດສັນເງິນອຸດໜູນ ແລະ ການຊ່ວຍເຫຼືອດ້ານອື່ນໆແກ່ປະຊາຊົນ. ໂດຍເມື່ອທ້າຍອາທິດຜ່ານມາ ລັດຖະບານໄດ້ຈັດສັນງົບປະມານ 680 ລ້ານຣິງກີດ ເພື່ອສ້າງສະຖຽນລະພາບລາຄາສິນຄ້າທີ່ຈຳເປັນ.

ລັດຖະມົນຕີກະຊວງການຄ້າ ແລະ ກິດຈະການພາຍໃນ ກ່າວອີກວ່າ: ໃນຊ່ວງ 2 ປີຜ່ານມາ ທົ່ວໂລກປະເຊີນກັບການລະບາດຄັ້ງໃຫຍ່ ສົ່ງຜົນກະທົບຕໍ່ຫ່ວງໂສ້ອຸປະທານ, ອາຫານ ເຮັດໃຫ້ພາກການຜະລິດບໍ່ສາມາດເດີນເຄື່ອງໄດ້ເຕັມເມັດເຕັມໜ່ວຍ ຈຶ່ງເຮັດໃຫ້ລາຄາສິນຄ້າທົ່ວໂລກມີທ່າອ່ຽງເພີ່ມຂຶ້ນ.