ເຟດ ອາດປັບຂຶ້ນອັດຕາດອກເບ້ຍເຖິງ 5 ຄັ້ງໃນປີນີ້

126

ໂກແມນ ແຊັກ ຄາດການວ່າ ທະນາຄານກາງສະຫະລັດ (ເຟດ) ອາດປັບຂຶ້ນອັດຕາດອກເບ້ຍເຖິງ 5 ຄັ້ງ, ຈາກເດີມຄາດວ່າ ຈະປັບຂຶ້ນ 4 ຄັ້ງ ສູ່ລະດັບ 1,25% ຫາ 1,50% ໃນທ້າຍປີນີ້ ຫຼັງຈາກນັ້ນ ຈະປັບຂຶ້ນອີກ 3 ຄັ້ງໃນປີໜ້າຈົນຈຸລະດັບ 2,50 ຫາ 2,75% ໃນປີ 2024.

ໂກແມັນ ແຊັກ ຄາດວ່າ ເຟດຈະເລີ່ມປັບຂຶ້ນອັດຕາດອກເບ້ຍໃນເດືອນມີນາຈະເຖິງນີ້, ຫຼັງຈາກທີ່ໃນອາທິດຜ່ານມາ ທ່ານ ເຈີໂຣມ ພາວເວລ ປະທານເຟດ ໄດ້ອອກມາເປີດເຜີຍວ່າ ເຟດອາດຈະປັບຂຶ້ນອັດຕາດອກເບ້ຍໃນເດືອນມີນານີ້ ແລະ ຢືນຢັນແຜນຢຸດຕິໂຄງການຊື້ພັນທະບັດຕາມມາດຕະການຜ່ອນຄາຍເຊີງປະລິມານ (QE) ໃນເດືອນດຽວກັນ ເຊິ່ງປະທານເຟດລະບຸວ່າ ເປັນແຜນທີ່ເໝາະສົມ ເພື່ອຄວບຄຸມອັດຕາເງິນເຟີ້.

ປະທານເຟດ ກ່າວອີກວ່າ: ຫຼັງຈາກກອງປະຊຸມຄະນະກຳມະການກຳນົດນະໂຍບາຍການເງິນ (FOMC) ໃນອາທິດຜ່ານມາ, ເຟດໄດ້ຕັດສິນໃຈວ່າ ຈະຫຼຸດປະລິມານການຊື້ພັນທະບັດລັດຖະບານ ແລະ ກາສານໜີ້ທີ່ມີສິນເຊື່ອເປັນທີ່ຢູ່ອາໄສ ເປັນຫຼັກປະກັນການຈຳນອງ (NBS).

ນັກເສດຖະສາດຈາກໂກແມັນ ແຊັກ ຄາດການວ່າ ເຟດຈະປັບຂຶ້ນອັດຕາດອກເບ້ຍໃນເດືອນມີນາ ແລະ ເດືອນພຶດສະພາ ແລະ ຈະປະກາດຫຼຸດງົບດຸນລົງໃນເດືອນມິຖຸນາ 2022, ຈາກນັ້ນຈະປັບຂຶ້ນອັດຕາດອກເບ້ຍອີກຄັ້ງໃນເດືອນກໍລະກົດ ແລະ ເດືອນກັນຍາ ກ່ອນຈະຫວນຄືນສູ່ການດຳເນີນການລາຍໄຕມາດໃນໄຕມາດ 4 ຂອງປີນີ້ ແລະ ຈະປັບຂຶ້ນອັດຕາດອກເບ້ຍອີກ 1 ຄັ້ງໃນເດືອນທັນວາ ໂດຍອັດຕາດອກເບ້ຍໃນຊ່ວງທ້າຍປີນີ້ ຈະຢູ່ໃນລະດັບ 1,25-1,50%, ຈາກປັດຈຸບັນຢູ່ທີ່ 0,00-0,25%, ນອກຈາກນີ້ ໂກແມນ ແຊັກ ຍັງຄາດການວ່າ ເຟດຈະປັບຂຶ້ນອັດຕາດອກເບ້ຍອີກ 3 ຄັ້ງໃນປີໜ້າ ເຊິ່ງຄາດວ່າ ຈະຢູ່ໃນລະດັບ 2,50 ຫາ 2,75% ໃນປີ 2024.