ຄົ້ນພົບສັດ-ພັນພືດສາຍພັນໃໝ່ ກວ່າ 200 ຊະນິດໃນລຸ່ມແມ່ນ້ຳຂອງ

105

ສຳນັກຂ່າວເອເອຟພີລາຍງານໃນວັນທີ 27 ມັງກອນຜ່ານມາວ່າ ອົງການກອງທຶນສັດປ່າໂລກ (WWF) ໄດ້ອອກບົດລາຍງານວ່າ: ນັກວິທະຍາສາດໄດ້ຄົ້ນພົບສັດ-ພືດສາຍພັນໃໝ່ກວ່າ 200 ຊະນິດໃນພູມີພາກລຸ່ມແມ່ນ້ຳຂອງປະກອບດ້ວຍ: ສປປ ລາວ, ໄທ, ຫວຽດນາມ, ມຽນາ ແລະ ກຳປູເຈຍ ເຖິງແມ່ນວ່າ ຈະປະເຊີນກັບການປ່ຽນແປງສະພາບດິນຟ້າອາກາດ, ກິດຈະກຳຕ່າງໆຂອງມະນຸດ ເປັນຕົ້ນແມ່ນ ການຕັດໄມ້ທຳລາຍປ່າ ທີ່ຄຸກຄາມຖິ່ນທີ່ຢູ່ອາໄສຂອງສັດ ແລະ ພັນພືດຕ່າງໆກໍຕາມ. ໂດຍສັດ ແລະ ພັນພືດສາຍພັນໃໝ່ທີ່ຄົ້ນພົບໃນລຸ່ມແມ່ນ້ຳຂອງຄັ້ງນີ້ ມີ 224 ຊະນິດ ມີທັງສັດລ້ຽງລູກດ້ວຍນົມ, ປາ, ງູ ທີ່ມີເກັດບໍ່ຊ້ອນກັນ.

WWF ໄດ້ເຜີຍແຜ່ພາບອອກສູ່ສາທາລະນະ ມີທັງພາບຂອງໂຕຄ່າງສາຍພັນໃໝ່ທີ່ໃສ່ຊື່ວ່າ ສາຍພັນໂພພາແລງເກີ້ ເຊິ່ງຕັ້ງຕາມຊື່ພູໂພພາ ໃນປະເທດມຽນມາ ທີ່ຍັງເປັນແຫຼ່ງທີ່ຢູ່ອາໄສຂອງປະຊາກອນລີງຫຼາຍທີ່ສຸດອີກແຫ່ງ, ສ່ວນທີ່ຫວຽດນາມ ນັກວິໄຈໄດ້ຄົ້ນພົບກົບພູເຂົາ Ky Quan San ຢູ່ເທິງພູດັ່ງກ່າວນີ້ ທີ່ມີລະດັບ ຄວາມສູງກວ່າ 2.000 ແມັດ.

ທັງນີ້ ພູມີພາກລຸ່ມແມ່ນ້ຳຂອງ ຖືວ່າເປັນແຫຼ່ງທີ່ມີຄວາມຫຼາກຫຼາຍຊີວະນານາພັນແຫ່ງໃຫຍ່ ແລະ ສຳຄັນທີ່ສຸດ ແລະ ຍັງເປັນແຫຼ່ງທີ່ອາໄສຂອງສັດປ່າໃກ້ຈະສູນພັນ ເປັນຕົ້ນແມ່ນ ເສືອ, ຊ້າງອາຊີ ແລະ ປາບຶກ.