ກຳປູເຈຍ ສະເໜີ 4 ຂໍ້ໃຫ້ມຽນມາ ເພື່ອແກ້ໄຂສະຖານະການໃນມຽນມາ

127

ກະຊວງການຕ່າງປະເທດຂອງຣາຊະອານາຈັກກຳປູເຈຍໄດ້ອອກຖະແຫຼງການກ່ຽວກັບການປຶກສາຫາລືທາງໄກ ລະຫວ່າງ ສົມເດັດຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍ ແລະ ທ່ານ ພົນເອກອາວຸໂສ ມິນອອງ ລ່າຍ ປະທານສະພາບໍລິຫານແຫ່ງລັດມຽນມາ ໃນວັນທີ 26 ມັງກອນຜ່ານມາ.

ໃນການປຶກສາຫາລືຄັ້ງນີ້ ໄດ້ສົນທະນາເຖິງການສະຖານະການໃນມຽນມາ ຫຼັງນາຍົກລັດຖະມົນຕີກຳປູເຈຍ ເດີນທາງຢ້ຽມຢາມມຽນມາ ແລະ ຈະດຳເນີນຕາມສັນທາມະຕິ 5 ຂໍ້ຂອງຜູ້ນຳອາຊຽນໄດ້ແນວໃດ ລວມທັງປຶກສາຫາລືກ່ຽວກັບຄວາມຈຳເປັນທີ່ຈະຕ້ອງພັດທະນາການສະຖານະການໃນມຽນມາໃຫ້ດີຂຶ້ນ.

ກຳປູເຈຍໃນຖານະປະທານໝູນວຽນອາຊຽນ ໄດ້ແຈ້ງໃຫ້ຝ່າຍມຽນມາຊາບວ່າ ກຳປູເຈຍມີຄວາມກັງວົນເປັນຢ່າງຍິ່ງຕໍ່ຄວາມຮຸນແຮງໃນມຽນມາ, ພ້ອມທັງສະເໜີຂໍ້ຮຽກຮ້ອງໃຫ້ຝ່າຍມຽນມາດັ່ງນີ້:

1) ສັນທາມະຕິ 5 ຂໍ້ຂອງຜູ້ນຳອາຊຽນທີ່ໄດ້ຕົກລົງກັນໃນວັນທີ 24 ເມສາ 2021 ເຊິ່ງມີເປົ້າໝາຍ ເພື່ອເຮັດໃຫ້ສະຖານະການໃນມຽນມາກັບຄືນສູ່ສະພາບປົກະຕິ ຍັງມີຄວາມສຳຄັນສູງສຸດ ແລະ ມຽນມາຈະຕ້ອງມີຄວາມພະຍາຍາມຮ່ວມກັບອາຊຽນເພື່ອດຳເນີນການຕາມທີ່ໄດ້ຕົກລົງກັນໄວ້.

2) ຮຽກຮ້ອງໃຫ້ທາງການມຽນມາອຳນວຍຄວາມສະດວກໃຫ້ຜູ້ແທນພິເສດຂອງປະທານອາຊຽນຢ້ຽມຢາມມຽນມາໃຫ້ໄວທີ່ສຸດເທົ່າທີ່ເປັນໄປໄດ້.

3) ທຸກຝ່າຍທີ່ກ່ຽວຂ້ອງໃນມຽນມາ ລວມທັງສະພາບໍລິຫານແຫ່ງລັດມຽນມາ ຕ້ອງໃຊ້ຄວາມອົດທົນໃຫ້ສູງທີ່ສຸດ ຢຸດຕິການໃຊ້ຄວາມຮຸນແຮງ ແລະ ກ້າວໄປສູ່ການຢຸດຍິງ ເພື່ອເຮັດໃຫ້ຂະບວນການປຶກສາຫາລື ສຳລັບການຫາທາງອອກດ້ວຍສັນຕິວິທີ.

4) ຮຽກຮ້ອງໃຫ້ມີການຂໍການສະໜັບສະໜູນຢ່າງເຕັມທີ່ ສຳລັບຄວາມພະຍາຍາມຂອງອາຊຽນ ໃນການນຳການຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ປະຊາຊົນມຽນມາ ທີ່ມີຄວາມຈຳເປັນຕ້ອງໄດ້ຮັບການຊ່ວຍເຫຼືອ.

ພົນເອກອາວຸໂສ ມິນ ອອງ ລາຍ ໄດ້ຢືນຢັນກັບ ນາຍົກລັດຖະມົນຕີກຳປູເຈຍວ່າ ມຽນມາຈະເຮັດວຽກກັບກຳປູເຈຍໃນຖານະປະທານອາຊຽນ ເພື່ອຮັບປະກັນວ່າ ປີນີ້ ຈະເປັນປີທີ່ປະສົບຜົນສຳເລັດ ໂດຍສອງຝ່າຍ ເຫັນດີຮ່ວມກັນວ່າ ຈະສືບຕໍ່ປຶກສາຫາລືຢ່າງກົງໄປກົງມາ ເພື່ອຜົນປະໂຫຍດຮ່ວມກັນ.