ດ່ວນ! ປັບຂຶ້ນລາຄານໍ້າມັນ ກາຊວນຂຶ້ນຫຼາຍກວ່າໝູ່ 870 ກີບຕໍ່ລິດ

192

ປັບຂຶ້ນລາຄານ້ຳມັນເຊື້ອໄຟ ຄັ້ງທີ 2 ໃນຮອບເດືອນມັງກອນ ເຊິ່ງການປັບຂຶ້ນຄັ້ງນີ້ ນ້ຳມັນແອັດຊັງພິເສດ ປັບຂຶ້ນ 590 ກີບ, ແອັດຊັງທຳມະດາ 710 ກີບ ແລະ ກາຊວນ ປັບຂຶ້ນ 870 ກີບຕໍ່ລິດ.

ອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສະບັບເລກທີ 0094/ອຄ, ລົງວັນທີ 26 ມັງກອນ 2022 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ໂດຍໄດ້ປັບຂຶ້ນນ້ຳມັນເຊື້ອໄຟທຸກຊະນິດຄື ນ້ຳມັນແອັດຊັງພິເສດ ປັບຂຶ້ນ 590 ກີບຕໍ່ລິດ, ນໍ້າມັນແອັດຊັງທຳມະດາ 710 ແລະ ກາຊວນ ປັບຂຶ້ນ 870 ກີບຕໍ່ລິດ ລາຄາປັບໃໝ່ໃຫ້ເລີ່ມປະຕິບັດເວລາ 6:00 ໂມງ ຂອງວັນທີ 28 ມັງກອນ 2022 ເປັນຕົ້ນໄປ.

ລາຍລະອຽດກຳນົດລາຄາການຈຳໜ່າຍໃນແຕ່ລະແຂວງດັ່ງຕາຕະລາງລຸ່ມນີ້

ທັງນີ້, ການປັບລາຄານ້ຳມັນເຊື້ອໄຟໃໝ່ໃນຄັ້ງນີ້ ແມ່ນໄດ້ຫຼຸດຄັງແຮ່ນ້ຳມັນເຊື້ອໄຟທຸກຊະນິດເຫຼືອ 0 ກີບຕໍ່ລິດ, ສ່ວນການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0062/ກຄພນ, ລົງວັນທີ 24 ມັງກອນ 2022 ຈົນກວ່າຈະມີການປ່ຽນແປງ ແລະ ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ ແລະ ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0038/ອຄ, ລົງວັນທີ 13 ມັງກອນ 2022.

ກ່ອນໜ້ານີ້, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ແຈ້ງໃຫ້ຮູ້ວ່າ: ສາເຫດທີ່ພາໃຫ້ລາຄານ້ຳມັນມີການເໜັງຕີງ ເນື່ອງຈາກນັບແຕ່ຕົ້ນປີ 2021 ຫຼາຍປະເທດສາມາດຄວບຄຸມການລະບາດຂອງພະຍາດໂຄວິດ-19 ໄດ້, ເລີ່ມຜ່ອນຄາຍມາດຕະການຕ່າງໆ, ເສດຖະກິດເລີ່ມເປັນປົກກະຕິ, ສາມາດເດີນທາງໄປມາສະດວກຂຶ້ນ ເຮັດໃຫ້ຄວາມຕ້ອງການຊົມໃຊ້ນໍ້າມັນເຊື້ອໄຟເຂົ້າໃນການຜະລິດ ແລະ ຊົມໃຊ້ທົ່ວໄປ ເພີ່ມຂຶ້ນ ແຕ່ບັນປະເທດຜູ້ຜະລິດນ້ຳມັນເຊື້ອໄຟຍັງຄົງຮັກສາກຳລັງການຜະລິດເທົ່າເກົ່າ ໃນສະພາບຄວາມຕ້ອງການເພີ່ມຂຶ້ນເຮັດໃຫ້ລາຄານ້ຳມັນໃນຕະຫຼາດໂລກປັບເພີ່ມຂຶ້ນ.

ພ້ອມດຽວກັນນີ້, ໂຄງສ້າງນ້ຳມັນເຊື້ອໄຟຢູ່ ສປປ ລາວ ແມ່ນມີ 3 ພາກສ່ວນຄື: ລາຄານ້ຳມັນເຊື້ອໄຟທີ່ຕິດພັນກັບຕະຫຼາດໂລກ ກວມເອົາ 48-63%; ພັນທະຕ່າງໆຂອງລັດ (ພາສີຂາເຂົ້າ, ອາກອນຊົມໃຊ້, ອາກອນມູນຄ່າເພີ່ມ, ກອງທຶນທາງ) ກວມ 31-46% ແລະ ຄ່າບໍລິການຂອງທຸລະກິດ. ສະນັ້ນ, ການປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ແມ່ນສາມາດແກ້ໄຂລາຄາສະເພາະແຕ່ການປັບຄັງແຮນ້ຳມັນ ເຊິ່ງປັດຈຸບັນແມ່ນໄດ້ປັບຫຼຸດການເກັບຄັງແຮນ້ຳເຊື້ອໄຟທຸກຊະນິດເຫຼືອ 0 ກີບຕໍ່ລິດ.