ເສດຖະກິດຂອງ ສ ເກົາຫຼີ ຂະຫຍາຍຕົວສູງສຸດໃນຮອບ 11 ປີ

109

ສຳນັກຂ່າວເອເອຟພີລາຍງານວ່າ ທະນາຄານກາງແຫ່ງສາທາລະນະລັດເກົາຫຼີ (BOK) ເປີດເຜີຍວ່າ ໃນປີ 2021 ເສດຖະກິດຂອງ ສ ເກົາຫຼີຂະຫຍາຍຕົວໃນລະດັບ 4% ສູງສຸດໃນຮອບ 11 ປີ ໂດຍໄດ້ແຮງຍູ້ຈາກການສົ່ງອອກ, ໃນຂະນະທີ່ພາກບໍລິການກໍຂະຫຍາຍຕົວຢ່າງແຂງແຮງ.

ໃນຂະນະດຽວກັນອັດຕາເງິນເຟີ້ກໍເພີ່ມຂຶ້ນສູງສຸດໃນຮອບ 10 ປີ ເຮັດໃຫ້ທະນາຄານກາງ ສ ເກົາຫຼີຕ້ອງປັບອັດຕາດອກເບ້ຍຂຶ້ນ 3 ຄັ້ງແລ້ວ, ຫຼ້າສຸດປັບຂຶ້ນຢູ່ລະດັບ 1,25% ແລະ ຄາດວ່າຈະປັບຂຶ້ນອີກໃນປີ 2022 ນີ້.
ສາທາລະນະລັດເກົາຫຼີ ເປັນທີ່ຕັ້ງຂອງບໍລິສັດເຕັກໂນໂລຊີລະດັບໂລກ ໂດຍສະເພາະບໍລິສັດຊຳຊຸງເອເລັກໂຕຣນິກ ຜູ້ຜະລິດສະມາດໂຟນລາຍໃຫຍ່ຂອງໂລກ.

ໃນປີ 2021 ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 10% ເມື່ອທຽບກັບປີ 2020 ທີ່ຫົດຕົວ 1,8%, ສ່ວນການບໍລິໂພກພາຍໃນປະເທດກໍເພີ່ມຂຶ້ນ 3,6% ຈາກທີ່ຫົດຕົວ 5% ໃນປີ 2020, ຂະນະທີ່ການກໍ່ສ້າງຫົດຕົວ 2,2% ເຊິ່ງເປັນການຫົດຕົວມາແຕ່ປີ 2020 ໂດຍໄຕມາດ 4 ຂອງປີ 2021 ເສດຖະກິດຂອງ ສ ເກົາຫຼີ ຂະຫຍາຍຕົວ 4,1% ເມື່ອທຽບກັບໄລຍະດຽວກັນຂອງປີ 2020.