ອັນເຊີນຮູບປັ້ນເໝືອນຍາຄູຂີ້ຫອມຈາກວຽງຈັນສູ່ວິລະບູລີ

194

ປີນີ້ໄດ້ມີການຫຼໍ່ ພະພຸດທະຮູບທອງອົງຕື້”ອຸດຕະມະໂຊກ”ແລະຮູບປັ້ນເຫມືອນພະຄູຂີ້ຫອມ ທີ່ນະຄອນຫຼວງວຽງຈັນ ແລະສົ່ງໄປຍັງແຂວງສະຫວັນນະເຂດບ້ານເກີດ ອົງທີ່ນຳໄປປະດິດສະຖານຢູ່ວິລະບູລີ ແມ່ນຮອດຈຸດໝາຍປາຍທາງ ໃນຕອນເຊົ້າຂອງວັນທີ 20 / 1 / 2022ຜ່ານມາ.

ໃນນັ້ນສະເພາະພະຄູໂພນສະເມັກຫລືພະຄູຂີ້ຫອມ ແມ່ນໄດ້ຫລອມທັງຫມົດ10ອົງ, ຈະສະຖິດຢູ່ເມືອງວິລະບູລີ 5 ອົງແລະອີກ5ອົງຈະເອົາໄປໃຫ້ເມືອງຕ່າງໆທີ່ມີປະຫວັດເພີ່ນໄປແຕ່ລະບ່ອນ ລວມທັງບ້ານດົງກຶມ ອາດສະພັງທອງບ້ານເກີດ.

ສຳລັບປະຫວັດຄວາມເປັນມາຂອງຍາຄູຂີ້ຫອມ ນັ້ນຕາມຕຳນານເກົ່າເລົ່າຂານກັນສືບມາວ່າ: “ຍາຄູຂີ້ຫອມ” ຫຼື ພຣະຣາຊະຄູຫຼວງຍອດແກ້ວໂພນສະເມັກ, ຊື່ເດີມວ່າ: ທ້າວ ລວມ ເກີດປີມະແມ ພສ 2174, ( ຄສ 1631 ), ເປັນບຸດຂອງທ້າວ ທິດເທີ້ມ ແລະ ໝ່ອມນາງທຸມມາ ເກີດທີ່ບ້ານ ດົງກຶມ ເມືອງ ພາງ (ເມືອງອາດສະພັງທອງ ແຂວງ ສະຫວັນນະເຂດ ໃນປະຈຸບັນ).

ມາຮອດປີ ຄສ 1645 ທ້າວ ລວມ ອາຍຸໄດ້ 14 ປີ, ກໍ່ໄດ້ລາພໍ່ແມ່ອອກບວດເປັນສຳມະເນນລວມ ຮຽນໜັງສືຢູ່ວັດດົງກຶມໄດ້ໄລຍະໜຶ່ງກໍ່ໄດ້ໄປຮຽນຢູ່ ວັດລຶມບອງ ເມືອງ ຈໍາພອນ ໃນປັດຈຸບັນ. ຈາກນັ້ນ, ສໍາມະເນນລວມ ກໍ່ອອກເດີນທາງມຸ້ງໜ້າສູ່ວຽງຈັນ ໂດຍໃຊ້ເວລາຍ່າງ 40 – 50 ວັນຈຶ່ງຮອດ. ຍ້ອນສຳມະເນນເປັນຄົນທີ່ຮຽນເກັ່ງ ຈຶ່ງໃຊ້ເວລາບໍ່ດົນກໍ່ສາມາດຮຽນຈົບຫຼັກສູດພະທໍາວິໄນຂອງສົງ ເຖິງ 227 ຂໍ້ກໍ່ຈົ່ມໄດ້ໝົດ.

ດ້ວຍການຮຽນທີ່ເກັ່ງ ແລະ ດຸໝັ່ນຂະຫຍັນພຽນເປັນພິເສດຂອງສຳມະເນນລວມ ໄດ້ຊ່າລືໂດ່ງດັງເຖິງພຣະຣາຊະວັງຫຼວງ ເຊິ່ງເວລານັ້ນ ແມ່ນເຈົ້າສຸລິຍະວົງສາ ທໍາມິກະລາດ ເປັນເຈົ້າແຜ່ນດິນຣາຊະອານາຈັກລ້ານຊ້າງ. ພະອົງໄດ້ຈັດເອົາຜ້າໄຕຣຈີວອນມາຖວາຍ ແລະ ຫົດເປັນລາຊາຈົວ, ຮັບເອົາຢູ່ໃນການອຸປະຖໍາຂອງພຣະອົງ ໃນປີ ຄ.ສ1652. ສໍາມະເນນລວມ ໄດ້ອຸປະສົມບົດເປັນພະພິຂຸຢູ່ສິມທີ່ເຮັດດ້ວຍໄມ້ປ່ອງທີ່ ເຈົ້າສຸລິຍະວົງສາ ເຮັດຂຶ້ນຢູ່ກາງນໍ້າໂດຍມີພຣະສົງສູດເຖິງ 500 ອົງ, ເມື່ອພາດສັງຄາເປັນພຣະໃໝ່ແລ້ວ ພຣະເຈົ້າສຸລິຍະວົງສາ ທໍາມິກະລາດ ກໍ່ໄດ້ນິມົນໄປຈໍາພັນສາຢູ່ວັດໃໝ່ ໂພນສະເມັກ ແລ້ວບັນດາພຣະຣາຊະວົງ, ອຸປະສົກ, ອຸປາສິກາໃຫ້ສາຍາໃໝ່ວ່າ ( ພຣະຄູຍອດແກ້ວໂພນສະເມັກ ).

ຈາກນັ້ນ; ພຣະຄູຂີ້ຫອມກໍ່ໄດ້ສ້າງສາພັດທະນາພຸດທະສາດສະໜາຫຼາຍແຫ່ງ ລວມເຖິງພຣະທາດພະນົມ, ວັດໂພນສະເມັກ. ພະຄູຂີ້ຫອມໄດ້ມໍລະນະພາບໃນວັນພຸດຂຶ້ນ 15 ຄໍ່າ, ເດືອນ 7 ພ.ສ 2263 ຫຼື ຄ.ສ 1720 ທີ່ວັດທາດຈໍາປາສັກ.

ກ່ອນມໍລະນະພາບເພີ່ນໄດ້ສັ່ງໄວ້ນໍາຍາດໂຍມຂອງເພີ່ນວ່າ: ເມື່ອມໍລະນະພາບແລ້ວພະອັດຖິ ( ກະດູກ ) ຂອງເພີ່ນໃຫ້ບັນຈຸໄວ້ 3 ບ່ອນຄື: 1 ຢູ່ຈໍາປາສັກ, 2 ຢູ່ພຣະທາດພະນົມບ່ອນທີ່ເພີ່ນໄດ້ບູລະນະ, 3 ຢູ່ບ້ານດົງກຶມ ເຊິ່ງເປັນບ້ານເກີດຂອງເພິ່ນ.

ພຣະຣາຊະຄູຫຼວງຍອດແກ້ວໂພນສະເມັກ ເປັນຜູ້ທີ່ວິເສດມີມັນສະໝອງດີ, ຮຽນເກັ່ງໄດ້ຮັບຟັງເທື່ອດຽວກໍ່ຈື່ໄດ້ໂລດ ແລະ ອີກອັນໜຶ່ງເວລາເພິ່ນຖ່າຍໃສ່ງ້ຽງອາຈົມຂອງເພີ່ນຈະບໍ່ມີກິ່ນ. ສະນັ້ນ, ບັນດາລູກສິດອອກຕົນຍາດໂຍມທັງຫຼາຍຈຶ່ງກ່າວຂານຕໍ່ກັນມາ ແລະ ໃຫ້ສາຍາເພີ່ນວ່າ: “ພຣະຄູຂີ້ຫອມ”ຕະຫຼອດມາ.