ຜົນການສຶກສາ ຊີ້ ວັກຊີນສະປູດນິກ ວີ ຕ້ານໂອມີຄຣອນດີກວ່າ ຟາຍເຊີ

123

ສຳນັກຂ່າວຣອຍເຕີລາຍງານວ່າ ຜົນການສຶກສາຮ່ວມ ລະຫວ່າງຣັດເຊຍ ກັບອິຕາລີ ເຊິ່ງເປັນການສຶກສາເບື້ອງຕົ້ນຈາກຫ້ອງປະຕິບັດການທີ່ສະໜັບສະໜູໂດຍກອງທຶນການລົງທຶນໂດຍກົງຂອງຣັດເຊຍ (RDIF) ສະແດງໃຫ້ເຫັນວ່າ ລະດັບການປ້ອງກັນພະຍາດໂຄວິດ-19 ສາຍພັນໂອມີຄຣອນຂອງຜູ້ທີ່ໄດ້ຮັບວັກຊີນ ສະປູດນິກ ວີ ຫຼຸດລົງໜ້ອຍ ກວ່າຜູ້ທີ່ໄດ້ຮັບວັກຊີນຟາຍເຊີ.

ການສຶກສາຄັ້ງນີ້ ໄດ້ປຽບທຽບກັບເຊຣຸ່ມເລືອດຂອງຜູ້ທີ່ໄດ້ຮັບວັກຊີນຊະນິດຕ່າງໆ ເຊິ່ງດຳເນີນການສຶກສາໂດຍສະຖາບັນສະປັລລັນຊານີຂອງອິຕາລີ ແລະ ສະຖາບັນກາມາເລຢາຂອງຣັດເຊຍ ເຊິ່ງເປັນຜູ້ພັດທະນາວັກຊີນສະປູດນິກ ວີ.

ນັກວິໄຈລະບຸວ່າ: ຕົວຢ່າງທີ່ໄດ້ມາໃນຊ່ວງ 3-6 ເດືອນ ຫຼັງການສັກວັກຊີນເຂັມທີ 2 ລະດັບແອນຕີບໍດີ ໃນຜູ້ທີ່ໄດ້ຮັບວັກຊີນສະປູດນິກ ວີ 2 ເຂັມ ສາມາດຕ້ານທານກັບເຊື້ອກາຍພັນໂອມີຄຣອນໄດ້ດີກວ່າ ຜູ້ທີ່ໄດ້ຮັບວັກຊີນຟາຍເຊີ 2 ເຂັມ ໂດຍການສຶກສາຄັ້ງນີ້ ໄດ້ເກັບຕົວຢ່າງຈາກຜູ້ທີ່ໄດ້ຮັບວັກຊີນສະປູດນິກ ວີ ຈຳນວນ 51 ຄົນ ແລະ ຜູ້ທີ່ໄດ້ຮັບວັກຊີນຟາຍເຊີ 17 ຄົນ.

ການສຶກສາຄັ້ງນີ້ ໄດ້ຮັບການພິຈາລະນາຈາກຜູ້ຊ່ຽວຊານ ທີ່ສະແດງໃຫ້ເຫັນເຖິງການກວດພົບແອນຕີບໍດີທີ່ຢັບຢັ້ງການເພີ່ມຈຳນວນເຊື້ອໄວຣັສຂອງສາຍພັນໂອມີຄຣອນໃນເຊຣຸ່ມເລືອດຂອງຜູ້ທີ່ສັກວັກຊີນສະປູດນິກ ວີ 74,2% ແລະ 59,6% ຂອງຜູ້ທີ່ສັກວັກຊີນຟາຍເຊີ.