ລາຄານ້ຳມັນໃນຕະຫຼາດໂລກອາດຈຸ 100 ໂດລາຕໍ່ບາເຮລ ໃນປີນີ້

109

Goldman Sach ໄດ້ອອກບົດລາຍງານຄາດການວ່າ: ລາຄານ້ຳມັນດິບເບຣນຈະປັບຂຶ້ນຈຸ 90 ໂດລາສະຫະລັດໃນໄຕມາດທຳອິດຂອງປີນີ້, ກ່ອນຈະປັບຂຶ້ນ 95 ໂດລາໃນໄຕມາດ 2 ແລະ ອາດຈະປັບຂຶ້ນຈຸ 100 ໂດລາໃນໄຕມາດ 3 ຫຼື ໄຕມາດ 4 ຂອງປີນີ້ ແລະ ມີທ່າອ່ຽງວ່າຈະເພີ່ມຂຶ້ນເກີນ 100 ໂດລາຕໍ່ບາເຣລໃນຕົ້ນປີໜ້າ.

ໃນຂະນະທີ່ລາຄານ້ຳມັນດິບເວສເທັກຊັສທີ່ຊື້-ຂາຍໃນຕະຫຼາດອາຊີໃນວັນທີ 18 ມັງກອນຜ່ານມາ ງວດສົ່ງມອບເດືອນກຸມພາຢູ່ທີ່ 85,66 ໂດລາຕໍ່ບາເຣລ ເຊິ່ງເປັນລາຄາສູງທີ່ສຸດໃນຮອບ 7 ປີ, ສ່ວນລາຄານ້ຳມັນເບຣນ ສົ່ງມອບໃນເດືອນມີນາຢູ່ທີ່ 88 ໂດລາຕໍ່ບາເຣລ. ລາຄານ້ຳມັນດິບໃນຕະຫຼາດທັງ 2 ແຫ່ງໄດ້ປັບຂຶ້ນສູງສຸດໃນຮອບ 7 ປີ ເນື່ອງຈາກຄາດການວ່າ ເສດຖະກິດໂລກຈະຟື້ນຕົວດີຂຶ້ນ, ໃນຂະນະທີ່ຄັງນ້ຳມັນສຳຮອງຂອງກຸ່ມປະເທດສະຕ໊ອກນ້ຳມັນ (OECD) ກຳລັງຫຼຸດລົງສູ່ລະດັບຕ່ຳສຸດນັບແຕ່ປີ 2000 ເປັນຕົ້ນມາ.

ສ່ວນກຸ່ມປະເທດຜູ້ຜະລິດນ້ຳມັນ (OPEC) ແລະ ຊາດພັນທະມິດ (OPEC Plus) ຍັງບໍ່ມີທ່າທີວ່າ ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນ ໂດຍຄາດວ່າ ການຜະລິດຂອງກຸ່ມໂອເປັກ ພລັສ ຈະເພີ່ມຂຶ້ນ 2,5 ລ້ານບາເຣລຕໍ່ວັນໃນປີ 2022 ນີ້ ເຊິ່ງສວນທາງກັບຕະຫຼາດໂລກທີ່ມີຄວາມຕ້ອງການ້ຳມັນເພີ່ມຂຶ້ນປະມານ 3,5 ລ້ານບາເຣລຕໍ່ວັນໃນປີນີ້.

ຂະນະດຽວກັນ ຍັງມີຄວາມກັງວົນຈາກປັດໄຈດ້ານຄວາມໝັ້ນຄົງໃນພູມີພາກຕາເວັນອອກກາງ ເມື່ອກຸ່ມຮູຕີ ໃນເຢແມນ ໂຈມຕີນະຄອນຫຼວງຂອງ UAE ສົ່ງຜົນໃຫ້ລົດບັນທຸກນ້ຳມັນ 3 ຄັນລະເບີດຂຶ້ນ ຂະນະທີ່ UAE ກໍປະກາດວ່າຈະຕອບໂຕ້ກຸ່ມກໍ່ການຮ້າຍໃຫ້ເຖິງທີ່ສຸດ, ບວກກັບສະຖານະການ ຄວາມເຄັ່ງຕຶງລະຫວ່າງຣັດເຊຍ ກັບອູແກຣນ ເຊິ່ງເປັນສະມາຊິກໂອເປັກ ພລັສ ໄດ້ສ້າງແຮງກົດດັນໃຫ້ລາຄານ້ຳມັນໃນຕະຫຼາດໂລກເພີ່ມຂຶ້ນ.