ເບີກຈ່າຍເງິນເດືອນຜ່ານ ບໍລິການ u-money ອີກໜຶ່ງຊ່ອງທາງທີ່ສະດວກວ່ອງໄວ

100

ຢູມັນນີ (u-money) ແມ່ນເຄື່ອງໝາຍການຄ້າ ບໍລິການກະເປົາເງິນເອເລັກໂຕຣນິກ ຂອງບໍລິສັດ ສະຕາ ຟີນເທັກ ເຊິ່ງເປັນບໍລິສັດລູກ ຂອງ ບໍລິສັດສະຕາ ໂທລະຄົມ ( ຢູນີເທວ ). ບໍລິການ u-money ເຮັດໃຫ້ຊ່ອງທາງການຈ່າຍເງິນເດືອນສະດວກ ແລະ ໄວຍິ່ງຂຶ້ນ ໂດຍສະເພາະແມ່ນການເບີກຈ່າຍເງິນເດືອນແກ່ພະນັກງານ ລັດຖະກອນ, ລັດວິສາຫະກິດ ແລະ ອື່ນໆ ທັງຢູ່ເຂດຕົວເມືອງ ແລະ ບັນດາແຂວງທີ່ຫ່າງໄກສອກຫລີກ ສາມາດການເຮັດທຸລະກໍາທາງການເງິນ ບໍ່ວ່າຈະເປັນການຈ່າຍ-ຮັບເງິນເດືອນ ມີຄວາມປອດໄພ, ສະດວກ, ວ່ອງໄວ ທັງຜູ້ຮັບເງິນເດືອນ ແລະ ຜູ້ເບີກຈ່າຍເງິນເດືອນ.

u-money ເປັນເຄື່ອງໝາຍການຄ້າໃນການດໍາເນີນທຸລະກິດ ຂອງບໍລິສັດ ສະຕາ ຟີນເທັກຈໍາກັດຜູ້ດຽວ ທີ່ຂຶ້ນກັບ ບໍລິສັດ ສະຕາ ໂທລະຄົມ ( ຢູນີເທວ ).

ບໍລິສັດ ສະຕາ ຟີນເທັກ ຈໍາກັດ ໄດ້ຮັບອະນຸຍາດຢ່າງເປັນທາງການໃນການສະໜອງບໍລິການດ້ານກະເປົາເງິນເອເລັກໂຕຣນິກ ຈາກທະນາຄານແຫ່ງ ສປປ ລາວ. u-money ໄດ້ພັດທະນາການເຊື່ອມຕໍ່ກັບບັນດາທະນາຄານໃນລາວ, ບໍລິສັດ ປະກັນໄພ, ການຊໍາລະນ້ໍາປະປາ, ການຊໍາລະບໍລິການດ້ານໂທລະຄົມຕ່າງໆ, ການຊໍາລະຜ່ານ QR code ຢູ່ບັນດາຮ້ານຄ້າຕ່າງໆ, ການຂະຫຍາຍຮ້ານຕົວແທນບໍລິການ ລົງສູ່ຊຸມຊົນທັງເຂດເທດສະບານ ແລະ ເຂດຫ່າງໄກ  ເຊິ່ງຈະຊ່ວຍໃຫ້ປະຊາຊົນມີໂອກາດເຂົ້າເຖິງ ບໍລິການດ້ານການເງິນ, ການທະນາຄານໄດ້ຢ່າງງ່າຍດາຍ.

ດ້ວຍຄຸນສົມບັດ ຂອງການບໍລິການ, ດ້ວຍປະສົບການໃນການເບີກຈ່າຍເງິນເດືອນໃຫ້ແກ່ພາກລັດ, ການເບີກຈ່າຍເງິນອຸດໝູນຕ່າງໆ  u-money ມີຄວາມເໝາະສົມ ທີ່ນຳໃຊ້ເຂົ້າໃນການເບີກຈ່າຍເງິນ ເດືອນ ຢ່າງມີປະສິດທິພາບ, ລູກຄ້າສາມາດຖອນ/ໂອນໄດ້ທຸກທີ່ ທຸກເວລາ. ປັດຈຸບັນ  u-money ມີຈຸດໃຫ້ບໍລິການກວ່າ 10 ພັນກວ່າຮ້ານທົ່ວປະເທດ, ເຄົາເຕີບໍລິການຢູນີເທວ 146 ແຫ່ງ ແລະ ບັນດາຮ້ານຊຳລະຜ່ານ       QR Code ສະນັ້ນ, ສາມາດຕອບສະໜອງດ້ານການ ໂອນ – ຖອນເງິນ ຂອງລູກຄ້າໄດ້ດ້ວຍຄວາມສະດວກປອດໄພ.

ไม่มีคำอธิบาย

ປັດຈຸບັນ u-money ພວມເບີກຈ່າຍເງິນເດືອນ – ເງິນອຸດໜູນຕ່າງໆ ໃຫ້ແກ່ພະນັກງານລັດຖະກອນໃນ 9  ເມືອງທີ່ບໍ່ມີໜ່ວຍບໍລິການ ດ້ານທະນາຄານ ຂອງຄັງເງິນແຫ່ງຊາດ ກະຊວງການເງິນ ເຊິ່ງເປັນປີທີ ສອງ ໃນການດຳເນີນການເບີກຈ່າຍ. ຈາກຜົນການຈັດຕັ້ງປະຕິບັດໄດ້ຮັບການຕີລາຄາສູງ ຈາກຄັງເງິນແຫ່ງຊາດ. ນອກນັ້ນ ການເບີກຈ່າຍເງິນເດືອນ ໃຫ້ແກ່ນາຍບ້ານຢູ່ບັນດາເມືອງ ເກືອບທັງໝົດທົ່ວປະເທດ, ເບີກຈ່າຍເງິນເດືອນໃຫ້ແກ່ ບໍລິສັດ ເອກະສາຊົນຕ່າງໆ ເຊັ່ນ: ໂຮງຮຽນ ຫວງຽນຢູ , ໂຮງໝໍ ຮ່າໂນ້ຍ ວຽງຈັນ, ບໍລິສັດ Quasa Geruco ແຂວງສະຫວັນນະເຂດ ແລະ ອື່ນໆ. ເບີກຈ່າຍເງິນຊ່ວຍເຫຼືອຕ່າງໆໃຫ້ແກ່ປະຊາຊົນເຂດຫ່າງໄກ ເປັນຕົ້ນການເບີກຈ່າຍເງິນຊ່ວຍເຫຼືອຂອງໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ ຂອງກະຊວງ ກະສິກຳ ແລະ ປ່າໄມ້ ຈຳນວນ 42.000 ຄົນໃນ 4 ແຂວງ ພາກເໜືອ: ແຂວງຜົ້ງສາລີ, ຫົວພັນ, ອຸດົມໄຊ ແລະ ຊຽງຂວາງ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍນຳໃຊ້ u-money ເພື່ອເບີກຈ່າຍເງິນອຸດໜູນ ໃຫ້ແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ (ອາຍຸຕ່ຳກວ່າ 6 ເດືອນ) ຈຳນວນ 1.400 ຄົນໃນໄລຍະເວລາ 18 ເດືອນ,  ຢູ່ເມືອງສະໜາມໄຊ ແຂວງອັດຕະປື ແລະ ເມືອງນອງ ແຂວງສະຫວັນນະເຂດ.

ໃນປີ 2020 ຢູນີເທວ ໄດ້ຊ່ວຍເຫລືອໄພນໍ້າຖ້ວມ ທີ່ແຂວງສະຫວັນ ມູນຄ່າ 500 ລ້ານກີບ  ກໍໄດ້ນຳໃຊ້ u-money ເຂົ້າໃນການເບີກຈ່າຍໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບເຊັ່ນດຽວກັນ, ເຊິ່ງສາມາດຕອບສະໜອງຄວາມຕ້ອງການຂອງພະນັກງານ, ພໍ່ແມ່ ປະຊາຊົນ ທີ່ຢູ່ເຂດຫ່າງໄກໄດ້ ເປັນຢ່າງດີ ໂດຍສະເພາະການເບີກ-ຖອນທີ່ສາມາດເຮັດທຸລະກຳໄດ້ ເຖິງຂັ້ນເມືອງ, ບ້ານ ເນື່ອງຈາກສາມາດຖອນເງິນໄດ້ທີ່ຮ້ານຕົວແທນບໍລິການ ຫຼື ຫ້ອງການເຄົາເຕີ ຢູນີເທວ ທຸກແຂວງ ທົ່ວປະເທດ.