WHO ເຕືອນ ໂຄວິດ ຍັງບໍ່ມີທ່າທີວ່າຈະຈົບລົງງ່າຍໆ

117

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ດຣ. ທີໂດຣສ ອັດຮານອມ ກິບຣີເຢຊູສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ກ່າວວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງບໍ່ມີທ່າທີວ່າ ຈະຈົບລົງງ່າຍໆ ພ້ອມທັງຕັ້ງຂໍ້ສົງໄສກັບຂໍ້ສະຫຼຸບທີ່ວ່າ ໄວຣັສກາຍພັນໂອມີຄຣອນບໍ່ຮຸນແຮງ ແລະ ຈະຊ່ວຍກຳຈັດໄພຄຸກຄາມຈາກໂຄວິດໄດ້.

ຜູ້ອຳນວຍການໃຫຍ່ WHO ກ່າວອີກວ່າ: ເຊື້ອໂອມີຄຣອນເປັນສາເຫດເຮັດໃຫ້ມີຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນເຖິງ 18 ລ້ານຄົນໃນ 1 ອາທິດຜ່ານມາ ແລະ ເຖິງວ່າມັນຈະເຮັດໃຫ້ຜູ້ຕິດເຊື້ອບໍ່ມີອາການຮຸນແຮງເທົ່າສາຍພັນອື່ນໆ ແຕ່ການບອກເລົ່າໃນທຳນອງທີ່ວ່າ ມັນເປັນພະຍາດທີ່ບໍ່ຮຸນແຮງນັ້ນ ເປັນການເຂົ້າໃຈຜິດ. “ຢ່າເຂົ້າໃຈຜິດ ເພາະໂອມີຄຣອນຍັງເຮັດໃຫ້ມີຜູ້ເຂົ້າປິ່ນປົວຢູ່ໂຮງໝໍເປັນຈຳນວນຫຼວງຫຼາຍ, ນອກຈາກນີ້ ຍັງເຮັດໃຫ້ມີຜູ້ເສຍຊີວິດ ເຖິງແມ່ນວ່າ ມັນຈະບໍ່ມີອາການຮຸນແຮງເທົ່າສາຍພັນອື່ນໆທີ່ລະບາດຜ່ານມາ ແຕ່ມັນໄດ້ສ້າງແຮງກົດດັນໃຫ້ແກ່ລະບົບສາທາລະນະສຸກ ທີ່ຜູ້ຜູ້ປ່ວຍຈົນລົ້ນໂຮງໝໍ”.

ຜູ້ອຳນວຍການໃຫຍ່ WHO ຍັງສະແດງຄວາມກັງວົນວ່າ ມາຮອດປັດຈຸບັນ ຍັງມີອີກຫຼາຍປະເທດທີ່ມີອັດຕາການສັກວັກຊີນຕ່ຳ ເຊິ່ງຈະເປັນກຸ່ມສ່ຽງສູງມີອາການຮຸນແຮງ ແລະ ເສຍຊີວິດເພີ່ມຂຶ້ນຫຼາຍເທົ່າ ຫາກບໍ່ໄດ້ຮັບການສັກວັກຊີນ.