ປະທານປະເທດຈີນ ເຕືອນ ການປະເຊີນໜ້າກັນຂອງ ມະຫາອຳນາດ ອາດເກີດຫາຍະນະ

115

ສຳນັກຂ່າວເອເອຟພີລາຍງານວ່າ ທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ກ່າວຕໍ່ກອງປະຊຸມ ສຸດຍອດຜູ້ນຳ ເວທີ World Economic Forum ແບບທາງໄກ ຈັດຂຶ້ນທີ່ສະວິດເຊີແລນ ວ່າ ການປະເຊີນໜ້າກັນລະ ຫວ່າງປະເທດມະຫາອຳນາດໂລກ ອາດນຳໄປສູ່ຄວາມເສຍຫາຍຢ່າງຮ້າຍແຮງ.

ທ່ານ ສີ ຈິ້ນຜິງ ກ່າວວ່າ: ຈີນປະສົບຜົນສຳເລັດຫຼາຍດ້ານ ທັງການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ເປັນເສດຖະກິດແຫ່ງດຽວທີ່ຂະຫຍາຍຕົວຢ່າງແຂງແຮງ, ນອກຈາກນີ້ ປະທານປະເທດຈີນ ຍັງລະບຸວ່າ ຈີນເປັນຜູ້ພິທັກການເຮັດວຽກແບບພະຫຸພາຄີ ແລະ ຕົນເອງສົ່ງສານທີ່ເປັນຄຳເຕືອນ ຫາກຄວາມສຳພັນລະຫວ່າງປະເທດມະຫາອຳນາດຕ້ອງທົດຖອຍລົງໃນອະນາຄົດ. “ໂລກຂອງພວກເຮົາທຸກວັນນີ້ ຍັງຫ່າງໄກຈາກຄຳວ່າ ສະຫງົບສຸກ, ວາທະກຳທີ່ກະຕຸ້ນຄວາມກຽດຊັງ ແລະ ຄວາມຄິດອັກຄະຕິຍັງມີໃຫ້ເຫັນເປັນປະຈຳ, ປະຫວັດສາດໄດ້ພິສູດຜ່ານການເວລາ ແລະ ອີກຄັ້ງ ການປະເຊີນໜ້າບໍ່ແມ່ນການແກ້ໄຂບັນຫາ ແຕ່ຍິ່ງຈະເກີດຜົນຮ້າຍລະດັບຫາຍະນະຕາມມາ”.

ປະທານປະເທດຈີນ ກ່າວອີກວ່າ: ໃນຊ່ວງເກີດການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຫ່ວງໂສ້ອຸປະທານຂອງໂລກຖືກຂັດຂວາງ ລາຄາສິນຄ້າອຸປະໂພກ-ບໍລິໂພກທີ່ເພີ່ມສູງຂຶ້ນ, ໃນຂະນະທີ່ແຫຼ່ງພະລັງງານຍັງມີຈຳກັດ ເຊິ່ງຈີນພ້ອມຈະໃຊ້ ຄວາມພະຍາຍາມໃນການອຳນວຍຄວາມສະດວກແກ່ການຂົນສົ່ງສິນຄ້າຂ້າມແດນ, ການໄປມາຫາສູ່ລະຫວ່າງປະຊາຊົນກັບປະຊາຊົນ ເພື່ອຮັກສາຫ່ວງໂສ້ອຸປະທານ, ພ້ອມທັງສະໜັບສະໜູນການຟື້ນຕົວຂອງເສດຖະກິດໂລກຢ່າງມີສະຖຽນລະພາບ ແລະ ໝັ້ນຄົງ.