ຄາດ ອຸດສາຫະກຳການທ່ອງທ່ຽວໂລກຈະກັບມາສູ່ປົກກະຕິໃນປີ 2024

137

ອົງການທ່ອງທ່ຽວໂລກປະເມີນວ່າ: ການເດີນທາງທ່ອງທ່ຽວທົ່ວໂລກ ຈະກັບມາສູ່ສະພາບປົກກະຕິຄືກັນກັບກ່ອນເກີດການລະບາດຂອງພະຍາດໂຄວິດ-19 ໃນປີ 2024 ຫຼື ອີກ 2 ປີຂ້າງໜ້າ.

ທັງນີ້ ອົງການທ່ອງທ່ຽວໂລກປະເມີນວ່າ ການແຜ່ລະບາດຂອງເຊື້ອກາຍພັນໂອມີຄຣອນ ເຖິງວ່າຈະບໍ່ເຮັດໃຫ້ຜູ້ຕິດເຊື້ອມີອາການຮຸນແຮງ ແຕ່ກໍຍັງສົ່ງຜົນກະທົບຕໍ່ອຸດສາຫະກຳການທ່ອງທ່ຽວໃນປີ 2022, ຫຼັງຈາກທີ່ປີ 2021 ຜ່ານມາ ການທ່ອງທ່ຽວໂລກຂະຫຍາຍຕົວ 4% ເມື່ອທຽບໃສ່ປີ 2020, ຂະນະທີ່ລາຍໄດ້ຈາກການທ່ອງທ່ຽວໃນປີ 2020 ຫຼຸດລົງເຖິງ 72% ເມື່ອທຽບໃສ່ກ່ອນເກີດການລະບາດຂອງພະຍາດໂຄວິດ-19.

ອົງການທ່ອງທ່ຽວໂລກຊີ້ວ່າ ການຟື້ນຕົວຂອງອຸດສາຫະກຳການທ່ອງທ່ຽວໂລກຍັງເປັນໄປຢ່າງຊ້າໆ ແລະ ບໍ່ສະໝ່ຳສະເໝີ ໃນພູມີພາກຕ່າງໆໃນທົ່ວໂລກ ເນື່ອງຈາກຂໍ້ຈຳກັດດ້ານການເດີນທາງ, ອັດຕາການສັກວັກຊີນປ້ອງກັນໂຄວິດ ແລະ ຄວາມໝັ້ນໃຈຂອງນັກເດີນທາງ ໂດຍໃນທະວີບເອີຣົບ ແລະ ອາເມຣິກາ ນັກທ່ອງທ່ຽວເພີ່ມຂຶ້ນ 19% ແລະ 17% ຕາມລຳດັບໃນປີ 2021 ເມື່ອທຽບໃສ່ປີ 2020, ຂະນະທີ່ພູມີພາກຕາເວັນອອກກາງ ນັກທ່ອງທ່ຽວຫຼຸດລົງ 24% ໃນປີ 2021, ສ່ວນພູມີພາກອາຊີ-ປາຊີຟິກ ນັກທ່ອງທ່ຽວຫຼຸດລົງ 65% ເມື່ອທຽບໃສ່ປີ 2020 ແລະ ຫຼຸດລົງ 94% ເມື່ອທຽບໃສ່ກ່ອນເກີດການລະບາດຂອງພະຍາດໂຄວິດ-19.

ຂະນະທີ່ລາຍໄດ້ທາງເສດຖະກິດທີ່ມາຈາກອຸດສາຫະກຳການທ່ອງທ່ຽວໃນປີ 2021 ເຊິ່ງເປັນການວັດຕົວເລກລາຍໄດ້ ຈີດີພີ ທີ່ມາຈາກອຸດສາຫະກຳການທ່ອງທ່ຽວໂດຍກົງຢູ່ທີ່ປະມານ 1,9 ລ້ານລ້ານໂດລາສະຫະລັດ, ຫຼາຍກວ່າປີ 2020 ຢູ່ທີ່ 1,6 ລ້ານລ້ານໂດລາສະຫະລັດ ແຕ່ຍັງຕ່ຳກວ່າຊ່ວງກ່ອນເກີດການລະບາດຂອງພະຍາດໂຄວິດ-19 ປະມານ 3,5 ລ້ານລ້ານໂດລາສະຫະລັດ.
ແນວໃດກໍຕາມອົງການທ່ອງທ່ຽວໂລກຄາດການວ່າໃນປີ 2022 ນັກທ່ອງທ່ຽວຕ່າງປະເທດຈະເພີ່ມຂຶ້ນ 30-78% ແຕ່ຍັງຢູ່ໃນລະດັບຕ່ຳກວ່າກ່ອນເກີດການລະບາດຂອງພະຍາດໂຄວິດ-19.