ເປັນຂ່າວດີສຸດມື້ນີ້ ຜູ້ຕິດເຊື້ອຫຼຸດພັນ, ປົວຫາຍດີ 1.639 ຄົນ

323

ຜ່ານການເກັບຕົວຢ່າງໝົດ 3.458 ຕົວຢ່າງ ໃນຂອບເຂດທົ່ວປະເທດມາກວດໃນວັນທີ 25 ທັນວາ 2021 ພົບເຊື້ອ ທັງໝົດ 851 ຄົນເປັນການຕິດເຊື້ອພາຍໃນທັງໝົດ ແລະ ມີລາຍງານຜູ້ຕິດເຊື້ອເສຍຊີວິດໃໝ່ ຈຳນວນ 8 ຄົນ, ສຳລັບແຂວງທີ່ມີການຕິດເຊື້ຫຼາຍກວ່າໝູ່ຍັງແມ່ນນະຄອນຫຼວງວຽງຈັນ 323 ຄົນ, ອຸດົມໄຊ 97 ຄົນ, ຫຼວງນໍ້າທາ 92 ຄົນ, ຊຽງຂວາງ 65 ຄົນ, ບໍ່ແກ້ວ 62 ຄົນ, ແຂວງວຽງຈັນ 38 ຄົນ, ຫຼວງພະບາງ 37 ຄົນ.


ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໄດ້ໄກ່າວໃນຖະແຫຼງຂ່າວປະຈຸບັນວ່າ: ມາຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 106.231 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 1.639 ຄົນ, ກໍາລັງປິ່ນປົວ 9.873 ຄົນ ແລະ ເສຍຊີວິດສະສົມທັງໝົດ 325ຄົນ (ເສຍຊີວິດໃໝ່ 8 ຄົນ). ວັນທີ 25 ທັນວາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1.800 ຄົນໄດ້ເຂົ້າຈຳກັດບໍລິເວນຕາມລະບຽບການ.


ສຳລັບ ສະພາບລວມທັງທ່າອ່ຽງຂອງພະຍາດແມ່ນທ່ານຫົວໜ້າກົມກ່າວວ່າ ຍັງບໍ່ທັນເປັນໜ້າໄວ້ວາງໃຈເທື່ອ ເພາະເປັນພຽງການຫຼຸດລົງພຽງມື້ດຽວ ປະຈຸບັນຫຼາຍປະເທດແມ່ນຢູ່ໃນລະດູໜາວ ລວມສປປ ລາວນຳ, ໃນຫຼາຍໆປະເທດໃນຢູໂຣບ ແພດໄດ້ອອກມາເຕືອນວ່າປະຊາຊົນຜູ້ໃດຫາກມີອາການຄ້າຍຄືເປັນໄຂ້ຫວັດລະດູການ, ເຊັ່ນມີອາການເຈັບຄໍ, ນ້ຳມູກໄຫຼ ແລະ ເຈັບຫົວ ໂອກາດທີ່ບຸກຄົນເຫລົ່ານັ້ນຕິດເຊື້ອແມ່ນມີໂອກາດສູງເຖີງ 50%.