ພົບຜູ້ຕິດເຊື້ອໂຄວິດ 19 ໃໝ່ ສູງອີກແລ້ວ 1.471 ຄົນ, ນະຄອນຫຼວງ 737 ຄົນ

132

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 23 ທັນວາ ປີ 2021 ວ່າ ວັນທີ 22 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.953 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1471 ຄົນ (ຕິດເຊື້ອພາຍໃນ ມີ 1.469 ຄົນ ແລະ ຕິດເຊື້ອນໍາເຂົ້າ 02 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.469 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້ ນະຄອນຫຼວງ 737 ຄົນ, ບໍ່ແກ້ວ 184 ຄົນ


ອຸດົມໄຊ 122 ຄົນ, ຫຼວງພະບາງ 78 ຄົນ, ໄຊສົມບູນ 59 ຄົນ, ຫຼວງນໍ້າທາ 52 ຄົນ, ບໍລິຄໍາໄຊ 46 ຄົນ, ວຽງຈັນ 42 ຄົນ, ຊຽງຂວາງ 37 ຄົນ, ສະຫັວນນະເຂດ 30 ຄົນ

ຜົ້ງສາລີ 21 ຄົນ, ໄຊຍະບູລີ 18 ຄົນ, ຄໍາມ່ວນ 12 ຄົນ, ຈໍາປາສັກ 11 ຄົນ, ສາລະວັນ 6 ຄົນ, ອັດຕະປື 6 ຄົນ, ຫົວພັນ 5ຄົນ, ເຊກອງ 3 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 2 ຄົນ ຈາກ ແຂວງຈໍາປາສັກ

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 103.336 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 708 ຄົນ, ກໍາລັງປິ່ນປົວ 11.521 ຄົນ ແລະ ເສຍຊີວິດສະສົມທັງໝົດ 299 ຄົນ (ໃໝ່ 11 ຄົນ).