ຟາຍເຊີ ຊີ້ ຢາແພັກໂລວິດ ຊ່ວຍຫຼຸດຄວາມສ່ຽງການເສຍຊີວິດເກືອບ 90%

219

ບໍ​ລິ​ສັດ​ຟາຍ​ເຊີ (Pfizer) ເປີດ​ເຜີຍ​ວ່າ ຜົນ​ການ​ທົດ​ລອງ​ທາງ​ຄ​ລີ​ນິກ ຢາ​ເມັດ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ​ທີ່​ມີ​ຊື່​ວ່າ ຢາ​ແພັກ​ໂລ​ວິດ (Paxlovid) ສາ​ມາດ​ຕ້ານ​ທານ​ກັບ​ເຊື້ອ​ໄວ​ຣັ​ສ​ກາຍ​ພັນ​ໂອ​ໄມ​ຄ​ຣອນ ຊ່ວຍຫຼຸດ​ອັດ​ຕາ​ການ​ເຂົ້າ​ປິ່ນ​ປົວ​ຢູ່​ໂຮງ​ໝໍ ແລະ ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຕໍ່​ການ​ເສຍ​ຊີ​ວິດ​ຂອງ​ຜູ້​ຕິດ​ເຊື້ອ​ທີ່​ມີ​ພະ​ຍາດ​ປະ​ຈຳ​ຕົວ​ລົງ​ເກືອບ 90%.

ການ​ທົດ​ລອງ​ຄັ້ງ​ນີ້ ໄດ້​ມີ​ອາ​ສາ​ສະ​ໝັກຫຼາຍກວ່າ 2.200 ຄົນ ເຊິ່ງ​ບໍ​ລິ​ສັດ​ຟາຍ​ເຊີ​ລະ​ບຸ​ວ່າ ການ​ປິ່ນ​ປົວ​ຜູ້​ຕິດ​ເຊື້ອ​ທີ່​ນຳ​ໃຊ້​ຢາ Paxlovid ເຊິ່ງ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ນຳ​ໃຊ້ ແຕ່​ຜົນ​ການ​ທົດ​ລອງ​ອອກ​ມາ ສະ​ແດງ​ໃຫ້​ເຫັນ​ວາ ຢາ​ດັ່ງ​ກ່າວ​ສາ​ມາດ​ຮັບ​ມື​ກັບ​ເຊື້ອ​ກາຍ​ພັນ​ໂອ​ໄມ​ຄ​ຣອນ​ໄດ້.

ຫຼັງ​ຈາກ​ຂໍ້​ມູນຜົນ​ການ​ທົດ​ລອງ​ອອກ​ມາ, ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ໄດ້​ອອກ​ມາ​ກ່າວ​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ຜົນ​ການ​ທົດ​ລອງ​​ທາງ​ຄ​ລີ​ນິກຂອງ​ບໍ​ລິ​ສັດ​ຟາຍ​ເຊີ ແລະ ຮູ້​ສຶກ​ດີ​ໃຈ​ເປັນ​ຢ່າງ​ຍິ່ງ ເຊິ່ງ​ຜົນ​ການ​ທົດ​ລອງ​ດັ່ງ​ກ່າວ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຢາ​ດັ່ງ​ກ່າວ ມີ​ປະ​ສິດ​ທິ​ພາບ​ໃນ​ການ​ຕ້ານ​ກັບ​ໄວ​ຣັ​ສ, ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ການ​ເຈັບ​ປ່ວຍ​ຮຸນ​ແຮງ​ຂອງ​ຜູ້​ຕິດ​ເຊື້ອ​ໂຄວິດ-19 ລວມ​ທັງ​ໄວ​ຣັ​ສ​ກາຍ​ພັນ​ໂອ​ໄມ​ຄ​ຣອນ ຖື​ວ່າ​ເປັນ​ເຄື່ອງ​ມື​ທີ່​ຊົງ​ພະ​ລັງ​ອີກ​ຊະ​ນິດ​ໜຶ່ງ​ໃນ​ການ​ຕໍ່​ສູ້​ກັບ​ໂຄວິດ-19.

ທັງ​ນີ້ ບໍ​ລິ​ສັດ​ຟາຍ​ເຊີ​ຄາດ​ວ່າ ຢາ​ດັ່ງ​ກ່າວ​ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ນຳ​ໃຊ້​ສຸກ​ເສີນ​ຈາກ​ຄະ​ນະ​ກຳ​ມະ​ການ​ອາ​ຫານ ແລະ ຢາ​ຂອງ​ສະ​ຫະ​ລັດ​ພາຍ​ໃນ​ເດືອນ​ທັນ​ວາ​ນີ້.