ຮ່ວມສົ່ງກຳລັງໃຈໃຫ້ ເຈນນີ້ ຕົ້ນຄໍາ ໃນຄໍ່າຄືນຂອງມື້ນີ້ກັບຮອບຊຸດປະຈໍາຊາດ

308

ວັນເວລາແຫ່ງການໄປໂດດເດັ່ນເທິງເວທີຈັກກະວານກໍ່ມາເຖິງແລ້ວ ເຊີນຊວນແຟນໆນາງງາມລາວທຸກຄົນ ສົ່ງກໍາລັງໃຈ ແລະ ແຮງເຊຍໃຫ້ເຕັມທີ່ ສົ່ງໃຫ້ກັບສາວງາມ ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ  Miss Universe Laos 2021 ກັບການຂຶ້ນໂຊເທິງເວທີມື້ທໍາອິດ ຫລັງຈາກທີ່ເດີນທາງໄປຮ່ວມເກັບຕົວທີ່ປະເທດ ອິດສະລາເອວ ຕັ້ງແຕ່ວັນທີ 26 ພະຈິກຜ່ານມາ ແລະ ວັນເວລາທີ່ທຸກຄົນຄອຍຖ້າກໍ່ມາເຖິງ ມື້ນີ້ແມ່ນຮອບ Preliminary Competition ແລະ ຮອບຊຸດປະຈໍາຊາດ ຮ່ວມໃຈກັນອວຍໃຫ້ສຸດຢຸດທີ່ຈັກກະວານໄປພ້ອມກັນ.

ເຮົາມາຈັບຕາເບິ່ງໄປພ້ອມກັນ ວ່າໃນຮອບ Preliminary Competition ເຈນນີ້ ຈະເຮັດຜົນງານໄດ້ໂດດເດັ່ນພຽງໃດ ແຕ່ສິ່ງສໍາຄັນຄືກໍາລັງໃຈເປັນສິ່ງສໍາຄັນທີ່ສຸດ ສະນັ້ນ, ແຟນໆກໍ່ຢ່າລືມສົ່ງແຮງເຊຍແຮງໃຈໃຫ້ແມ່ຍິງລາວຄົນນີ້ ທີ່ມາພ້ອມຄວາມແຂງແກ່ນ, ບໍ່ເຄີຍຍອມແພ້ ແລະ ສູ້ມາໂດຍຕະຫລອດ ໃນການແບກຄວາມຝັນຂອງຕົນເອງ ແລະ ຄວາມຫວັງຂອງຊາວລາວ ເພື່ອທີ່ຈະນໍາເອົາຄວາມສໍາເລັດ ແລະ ນໍາຄວາມພາກພູມໃຈມາໃຫ້ຊາວລາວໄດ້ຊື່ນໃຈ.

ສໍາລັບຊຸດປະຈໍາຊາດຂອງ Miss Universe Lao 2021 ທີ່ຈະສວມໃສ່ ໃນເວທີ Miss Universe ໃນປີນີ້ ກໍຖືໄດ້ວ່າງົດງາມ ແລະ ປະສົມປະສານດ້ວຍເອກະລັກສະເພາະຂອງຄວາມເປັນລາວ ຢ່າງຄົບຖ້ວນ ແລະ ສິ່ງສໍາຄັນຄື ຊຸດປະຈໍາຊາດໃນປີນີ້ໄດ້ຮັບການອອກແບບ ແລະ ຕັດຫຍິບຈາກ ນັກສິລະປະຂອງລາວເອງ ທັງຫມົດເລີຍ ດັ່ງນັ້ນຈຶ່ງບໍ່ແປກໃຈເລີຍວ່າ ຊຸດທີ່ໄດ້ອອກມາແມ່ນໄດ້ກິ່ນອາຍຂອງຄວາມເປັນລາວຢ່າງແທ້ຈິງ

ໃນຮອບຊຸດປະຈໍາຊາດທີ່ ເຈນນີ້ ຕົ້ນຄໍາ Miss Universe Lao ຈະສວມໃສ່ໃນຄໍາຄືນນີ້ແມ່ນມີຊື່ວ່າ “ຜືນແຜ່ນດິນຄຳ ສຽງແຄນ ແຫ່ງແດນຈຳປາ” ມີຄວາມຫມາຍທີ່ນຳສະເຫນີເອກະລັກສະເພາະຂອງຊາດ ແລະ ປະສົມປະສານຄວາມຄິດສ້າງສັນ ທີ່ນຳສະເຫນີໃຫ້ເກີດຄວາມໂດດເດັ່ນ ໃນເວທີ ນາງງາມ ຈັກກະວານ

ສ່ວນປະກອບຂອງຊຸດ”ຜືນແຜ່ນດິນຄໍາ ສຽງແຄນແຫ່ງແດນຈຳປາ” ລາຍລະອຽດຂອງໂຕຊຸດແມ່ນນຳເອົາ ຜ້າໄຫມລາວສີແດງສົດ ທອງຄຳປີວແທ້ແຕ້ມລວດລາຍເອກະລັກສະເພາະຂອງລາວເຊັ່ນ: ພະທາດຫລວງວຽງຈັນ, ລາຍພະຍານາກຕາມວັດວາອາຮາມ, ລາຍສະເພາະທີ່ມີຢູ່ວັດຊຽງທອງ ແຂວງຫລວງພະບາງ ພ້ອມດ້ວຍແຄນລາວ ເຊິ່ງໄດ້ຖືກຈັດໃຫ້ເປັນມໍລະດົກໂລກ ແລະ ເປັນຄວາມພາກພູມໃຈຂອງຄົນລາວ ໃນນັ້ນຍັງປະກອບມີ ດອກຈຳປາ ເຊິ່ງເປັນດອກໄມ້ປະຈຳຊາດ ແລະ ປະດັບດ້ວຍເມັດຄຣີສຕໍ ບົ່ງບອກເຖິງຄວາມສີວິໄລຂອງເມືອງລາວ ແລະ ກະໂຈມຫົວ ແມ່ນຮູບຊົງຂອງພະທາດຫລວງ ເຊີ່ງເປັນມິ່ງຂວັນຂອງຊາວລາວ ເປັນສ່ວນປະກອບດີທີງາມ ແລະ ລົງຕົວທີ່ສຸດທີ່ປະກອບຢູ່ໃນຊຸດນີ້.

ຮູ້ຈັກປະຫວັດຄວາມເປັນມາ ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ ແມ່ນຜູ້ເປັນເຈົ້າຂອງມົງກຸດຄົນທີ 5 ຂອງເວທີນາງງາມຈັກກະວານລາວ ມີດີກຣີກໍບໍ່ທໍາມະດາເລີຍ ເຄີຍເປັນເຈົ້າຂອງມົງກຸດອັນຊົງຄຸນຄ່າ ຈາກເວທີ Miss World Laos 2017ມາແລ້ວ ເປັນອີກຫນຶ່ງຄົນທີ່ແຟນໆເຊຍມາໂດຍຕະຫລອດ ເພາະເປັນຜູ້ທີ່ມີໄຫວພິບ ແລະ ຕອບຄຳຖາມດີ, ຄ່ອງແຄ້ວ, ຄວາມສາມາດຮອບດ້ານ ປັດຈຸບັນ ເຈນນີ້ ຕົ້ນຄຳ ພົນຈັນເຮືອງ ອາຍຸ 26ປີ, ສ່ວນສູງ 176cm, ນ້ຳຫນັກ 55kg, ສັດສ່ວນ 33-26-35 ,ລະດັບການສຶກສາ ປະລິນຍາຕີ ທີ່ວິທະຍາໄລນາໆຊາດ.

ສາວງາມຄົນນີ້ບໍ່ໄດ້ມີດີງາມທີ່ໜ້າຕາເທົ່ານັ້ນ ແຕ່ພຽບພ້ອມດ້ວຍຄວາມສາມາດ ແລະ ຍັງເປັນ CEO Of Tonkham Modeling Agency ແລະ 2017 The 1st Miss Word Laos. ມີຜົນງານໃນວົງການບັນເທີງຫລາຍຢ່າງເລີຍບໍ່ວ່າຈະເປັນນາງແບບ, MC, ພຣີເຊັນເຕີ, ຖ່າຍແບບ, ຖ່າຍໂຄສະນາ ແລະ ເປັນຜູ້ຫນຶ່ງທີ່ພັກດັນນ້ອງໆໃນສັງກັດໃຫ້ກ້າວເຂົ້າສູ່ວົງການບັນເທີງຢ່າງມີປະສິດທິພາບ.

ສຸດທ້າຍນີ້ ທີມຂ່າວຂໍຝາກທຸກຄົນຊ່ວຍເຊຍ ແລະ ເປັນກໍາລັງໃຈໃຫ້ການສະຫນັບສະຫນູນ ຕົວແທນຂອງສາວງາມລາວຄົນນີ້ໃນເວທີແຫ່ງຈັກກະວານດ້ວຍ ເພື່ອໃຫ້ຕົວແທນນາງງາມສາຍສະພາຍລາວໄດ້ປະສົບຄວາມສຳເລັດ ແລະ ນໍາຄວາມພາກພູມໃຈມາໃຫ້ຄົນລາວ ວັນເວລາໃນການປະກວດຮອບແມ່ນ ເວລາ 24:00 ໂມງ(ລາວ) ວັນນີ້ ສຸກ ວັນທີ 10 ທັນວາ.

ຮູບ: Miss Universe Laos