ຟາຍເຊີ ຊີ້ສັກເຂັມກະຕຸ້ນ ສາມາດປ້ອງກັນໂອໄມຄຣອນໄດ້

172

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ບໍ​ລິ​ສັດ​ຟາຍ​ເຊີ ໄດ້​ອອກ​ມາ​ເປີດ​ເຜີຍ​ວ່າ ຖ້າ​ຜູ້​ໃດ​ສັກ​ວັກ​ຊີນ​ປ້ອງ​ກັນ​ໂຄວິດ-19 ຂອງ​ຟາຍ​ເຊີ 3 ເຂັມ​ຈະ​ສາ​ມາດ​​ມີ​ພູມ​ຄຸ້ມ​ກັນ​ເຊື້ອ​ໄວ​ຣັ​ສ​ກາຍ​ພັນ​ໂອ​ໄມ​ຄ​ຣອນ​ໄດ້, ສ່ວນ​ຜູ້​ທີ່​ສັກ 2 ເຂັມ ຈະ​ມີ​ພູມ​ຄຸ້ມ​​ກັນ​ໂຄວິດ-19 ສາຍ​ພັນ​ອື່ນໆ​ໄດ້.

ຖະ​ແຫຼງ​ການ​ຂອງ​ຟາຍ​ເຊີ​ລະ​ບຸ​ວ່າ: ການ​ຕ້ານ​ທານ​ໄວ​ຣັ​ສ​ໂອ​ໄມ​ຄ​ຣອນ ຈະ​ເພີ່ມ​ຂຶ້ນ​ດ້ວຍ​ການ​ສັກ​ເຂັມ​ກະ​ຕຸ້ນ (ເຂັມ​ທີ 3), ພ້ອມ​ລະ​ບຸ​ວ່າ ການ​ສັກ​ວັກ​ຊີນໃຫ້​ຄົບ 2 ໂດ​ສ ໃຫ້​ຄອບ​ຄຸມຫຼາຍ​ທີ່​ສຸດ ເທົ່າ​ທີ່​ຈະຫຼາຍ​ໄດ້ ​ລວມ​ທັງ​ສັກ​ເຂັມ​ກະ​ຕຸ້ນ ເປັນວິ​ທີ​ທາງ​ທີ່​ດີ​ທີ່​ສຸດ​ໃນ​ການ​ຢັບ​ຢັ້ງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ແນວ​ໃດ​ກໍ​ຕາມ ຟາຍ​ເຊີ/ໄບ​ອອນ​ເທັກ ລະ​ບຸ​ວ່າ: ຜົນ​ການ​ສຶກ​ສາ​ດັ່ງ​ກ່າວ ເປັນ​ພຽງ​ຜົນ​ເບື້ອງ​ຕົ້ນ ແລະ ຍັງ​ມີ​ການ​ເກັບ​ກຳ ລວບ​ລວມ​ຂໍ້​ມູນ​ອີກ​ຕໍ່​ໄປ ເພື່ອ​ປະ​ເມີນ​ປະ​ສິດ​ທິ​ພາບ​ຕາມ​ຄວາມ​ເປັນ​ຈິງ ແລະ ຂະ​ນະ​ນີ້ ບໍ​ລິ​ສັດ​ກຳ​ລັງ​ພັດ​ທະ​ນາ​ວັກ​ຊີນ ເພື່ອ​ຮັບ​ມື​ກັບ​ໂອ​ໄມ​ຄ​ຣອນ​ໂດຍ​ສະ​ເພາະ ເຊິ່ງ​ໜ້າ​ຈະ​ພ້ອມ​ສົ່ງ​ມອບ​ພາຍ​ໃນ 100 ວັນ​ຂ້າງ​ໜ້າ ຖ້າ​ໜ່ວຍ​ງານ​ກ່ຽວ​ຂ້ອງ​ຮັບ​ຮອງ​ໃຫ້​ນຳ​ໃຊ້​ສຸກ​ເສີນ​ທັນ​ທີ​ທີ່​ທົດ​ລອງ​ຄັ້ງ​ສຸດ​ທ້າຍ​ແລ້ວ.