“ຄວາມສຳເລັດບໍ່ແມ່ນຂອງຄົນຍ່າງໄວສະເຫມີ ແຕ່ອາດເປັນຂອງຄົນທີ່ບໍ່ຢຸດຍ່າງຕ່າງຫາກ” ວິມາລາ ໄຊຍະຈັກ ML28

739

ສາວງາມຜູ້ທີ່ມີຮອຍຍິ້ມອັນສົດໃສ ເຮັດໃຫ້ຫລາຍໆຄົນປະທັບໃຈ ໂຕເຕັງອີກຫນຶ່ງຄົນໃນເວທີປະກວດ ນາງສາວລາວ 2021 ແລະ ປີນີ້ມາພ້ອມກັບຄວາມຝັນ ແລະ ຄວາມຫວັງ ສົ່ງກຳລັງໃຈໃຫ້ນ້ອງໄດ້ໃນເວທທີ Miss Laos 2021.

ມື້ນີ້ທີມຂ່າວບັນຈະພາທທຸກທ່ານມາທຳຄວາມຮູ້ຈັກກັບນ້ອງຄົນນີ້ໃຫ້ຫລາຍຂຶ້ນ ວິມາລາ ໄຊຍະຈັກ ປັດຈຸບັນອາຍຸ23ປີ ຜູ້ເຂົ້າປະກວດນາງສາວລາວປີ2021 ໝາຍເລກML28 ຕົວແທນສາວງາມຈາກແຂວງ ຫຼວງນ້ຳທາ  ຈົບການສຶກສາມາຈາກ ສປ.ຈີນ ແຂວງກຸຍໂຈ ມະຫາວິທະຍາໄລທົງເລີນ  ສາຂາບັນຊີ ການເງີນການທະນາຄານ ແລະ ປັດຈຸບັນນີ້ ຍັງໄດ້ປະກອບອາຊີບ ເປັນພະນັກງານບໍລິການ ທະນາຄານແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ແລະ ປະກອບອາຊີບເຮັດທຸລະກິດນ້ອຍໆອີກດ້ວຍ.

ນ້ອງໄດ້ໃຫ້ສຳພາດກັບທີມຂ່າວບັນເທີງວ່າ: ສ່ວນຕົວແລ້ວ ນ້ອງເຄີຍປະກວດນາງສາວລາວປີ 2019 ແລະ ໄດ້ເຂົ້າຮອບ 15ຄົນສຸດທ້າຍ ນ້ອງມີຄວາມຝັນຢາກເປັນນາງງາມ ເພື່ອເປັນກະບອກສຽງ ສົ່ງເສີມທາງດ້ານການສຶກສາ  ເພາະການທີ່ປະເທດຊາດຈະພັດທະນາໄດ້ນັ້ນ ພື້ນຖານຫຼັກກໍຄືການສຶກສາຢູ່ພາຍໃນປະເທດນັ້ນເອງ.

ສໍາລັບດ້ານວົງການບັນເທີງນ້ອງມັກຫຼາຍດ້ານ ບໍ່ວ່າຈະເປັນມັກທາງດ້ານການເດີນ ແບບ, ຖ່າຍແບບໂຄສະນາຕ່າງໆ ເພາະສ່ວນຕົວກໍມັກຮັກໃນທາງດ້ານນີ້ຢູ່ແລ້ວ. ສໍາລັບຄະຕິປະຈຳໃຈຂອງນ້ອງແມ່ນ “ຄວາມສຳເລັດບໍແມ່ນຂອງຄົນຍ່າງໄວສະເຫມີໄປ ແຕ່ອາດເປັນຂອງຄົນທີ່ບໍ່ຫຍຸດຍ່າງຕ່າງຫາກ” ແລະ ສໍາລັບເຫດຜົນຫລັກໆເລີຍທີ່ນ້ອງເຂົ້າຮ່ວມປະກວດໃນເວທີນີ້ ເພາະນີ້ເປັນເວທີອັນຊົງກຽດ ແລະ ກຽດຕິຍົດ ເປັນເວທີທີ່ແມ່ຍີງລາວທຸກຄົນໃຝ່ຝັນ ໄດ້ສະແດງເຖີງຈຸດຢືນຂອງຕົນເອງ ແລະ ການເຜີຍແຜ່ວັດທະນະທຳອັນດີງາມຂອງຊາດລາວໃຫ້ຄົນລາວທົ່ວປະເທດ ຊາວຕ່າງຊາດໃດ້ຮັບຮູ້ ວ່າປະເທດລາວຂອງເຮົາມີວັດທະນະທຳ ຮີດຄອງປະເພນີ ແລະ ທຳມະຊາດທີ່ງົດງາມພຽງໃດ

ໃນສິ່ງທີ່ເປັນຄວາມສາມາດຂອງຕົນເອງທີ່ມີ ສໍາລັບນ້ອງແມ່ນ ການຟ້ອນ, ການຮ້ອງເພງ, ການລຳຖວາຍ ຫລື ເລົ່າການທ່ອງທ່ຽວເປັນພາຈີນໂດຍແປເປັນພາສາລາວ

ຄິດວ່າຕົນເອງມີຈຸດເດັ່ນຢູ່ທີ່ ຮອຍຍີ້ມ, ບຸກຂະລິກະພາບ, ພິບໄຫວ, ຄວາມຮູ້ທີ່ຮຽນມາ ບວກກັບພາສາຈີນທີ່ຮຽນມາເຊັ່ນດຽວກັນ ແລະ ສາຍຕາທີ່ບົ່ງບອກຄວາມກ້າຫານໃນໂຕນ້ອງເອງ ແລະນ້ອງຄິດວ່າສິ່ງນີ້ແລະ ຈະເອົາຊະນະໃຈຄະນະກຳມະການໄດ້

ສ່ວນການກຽມຄວາມພ້ອມແມ່ນ ຄວາມຮູ້ຄວາມສາມາດ ແລະປະສົບການຜ່ານມາ ປັບຈຸດບົກພ່ອງ ໃຫ້ດີຂື້ນກວ່າເກົ່າ ເຊິ່ງການພັດທະນາຕົວເອງຢູ່ສະເຫມີ ຈະເຮັດໃຫ້ເຮົາມີໄຫວພິບກັບທຸກສະຖານະການທີ່ເກີດຂື້ນ ນອກນີ້ ນ້ອງຢາກເຜີຍແຜ່ວັດທະນາທຳອັນດີງາມຂອງລາວເຮົາ ສູ່ສາຍຕາອາຊີ ແລະ ສາກົນ.

ຖ້າໄດ້ຕຳແຫນ່ງນ້ອງຢາກປະກອບສ່ວນ ເພື່ອຊ່ວຍເຫລືອ ແລະ ສົ່ງເສີມ ດ້ານການຮຽນ ການສຶກສາ ເຊັ່ນວ່າ ສຳລັບເດັກນ້ອຍທີ່ບໍ່ມີໂອກາດໄດ້ເຂົ້າເຖິງ ຫລື ຮຽນພາສາຕ່າງປະເທດເລີຍ ໃຫ້ນ້ອງໄດ້ຮູ້ ແລະ ເຫັນຄວາມສຳຄັນ ສົ່ງເສີມໃຫ້ຮັກການຮຽນການສຶກສາ ເພາະປັດຈຸບັນນີ້ ແລະ ອະນາຄົດທາງຫນ້າ  ພາສາເປັນສິ່ງທີ່ຈຳເປັນຫລາຍໃນການດຳລົງຊີວິດ ຫລືໃນສາຍອາຊີບໃດໆກໍ່ຕາມ.

ຜົນງານຜ່ານມາຂອງນ້ອງກໍຈະມີ ຖ່າຍແບບ, MVເພງ, ໂຄສະນາຕ່າງໆ ແລະ ຜ່ານມາເຄີຍເຂົ້າຮ່ວມການແຂ່ງຂັນພາສາຈີນຂອງອາຊຽນກ່ຽວກັບຄວາມສາມາດ ແລະ ແຫລ່ງທ່ອງທ່ຽວມີນັກສືກສາຕ່າງປະເທດເຂົ້າຮ່ວມ 32 ຄົນ ແລະ ນ້ອງເອງຍາດມາໄດ້ລາງວັນທີ 1 ທ້າຍນີ້ຂໍຟາກແຟນນາງາມຂ່ວຍເຊຍຊ່ວຍໂຫວດໃຫ້ນ້ອງML28 ຕົວແທນແຂວງຫລວງນ້ຳທາແນ່ເດີ້ 请大家为我鼓励,加油.. ML28…ຊ່ອງທາງການຕິດຕາມ ViVimala Xych.

ຂ່າວ: ຈັນນະພາ

ຮູບ: ViVimala Xych.