ຈາກໄປຍ້ອນໂຄວິດອີກ 3 ກໍລະນີ, ເສຍຜູ້ຊີວິດສະສົມ 210 ຄົນ

171

ມາຮອດວັນທີ 06 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 80.722 ຄົນ, ເສຍຊີວິດສະສົມ 210 ຄົນ (ໃໝ່ 03), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 839 ຄົນ, ກໍາລັງປິ່ນປົວ 12.088 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້


1 ເພດຊາຍ, ອາຍຸ 77 ປີ, ບ້ານໄຊອຸດົມ, ເມືອງອຸທຸມພອນ, ແຂວງສະຫັວນນະເຂດ
ພະຍາດປະຈໍາຕົວ: ອຳມະພາດ ເປັນມາໄດ້ 04 ປີແລ້ວ ກິນຢາປະຈໍາ, ບໍ່ໄດ້ຮັບການສັກຢາກັນພະຍາດໂຄວິດ-19
ເວລາ 19:30 ໂມງຂອງວັນທີ 27 ພະຈິກ 2021: ໄດ້ໄປກວດຢູ່ໂຮງໝໍແຂວງສະຫັວນນະເຂດ ດ້ວຍອາການໄຂ້, ໄອແຫ້ງໆ, ຫາຍໃຈຝຶດແໜ້ນໜ້າເອິກ, ອີດເມື່ອຍມາໄດ້ 02ມື້, ຜົນກວດອອກມາພົບເຊື້ອໂຄວິດ-19.
ໄດ້ປີ່ນປົວແຕ່ວັນທີ 27 ພະຈິກ – 04 ທັນວາ 2021 ລວມເປັນເວລາ 08 ວັນ
ຮອດເວລາ 18:45 ນາທີ ຂອງວັນທີ 4 ທັນວາ 2021: ຄົນເຈັບໄດ້ເສຍຊີວິດ


2 ເພດຍິງ, ອາຍຸ 38 ປີ, ບ້ານ ດົງໜໍ່ ເມືອງຊະນະຄາມ ແຂວງວຽງຈັນ (ນັບເປັນຄົນເຈັບນະຄອນຫລວງວຽງຈັນ)
ພະຍາດຜ່ານມາ ພູມຄຸ້ມກັນບົກພ່ອງ ແລະ ຜູ້ກ່ຽວເປັນຄົນພິການແຕ່ກໍາເນີດ
ບໍ່ໄດ້ຮັບການສັກຢາກັນພະຍາດໂຄວິດ-19
ເຂົ້າມາໂຮງໝໍມິດຕະພາບ ວັນທີ່ 03 ທັນວາ 2021, ອາການເບື້ອງຕົ້ນ: ໄອ ຫາຍໃຈຝືດ ຫາຍໃຈມີສຽງດັງ ມີອາການແໜ້ນເອິກ ຮາກຫຼາຍເທື່ອ,ອາການຊີວິດບໍ່ດີ.
ເວລາ 12:00 ນາທີ ຂອງວັນທີ 05 ທັນວາ 2021 ຄົນເຈັບອິດເມືອຍຫຼາຍ ແລະ ເສຍຊີວິດ


3 ເພດຍິງ, ອາຍຸ 71 ປີ, ບ້ານໂນນສະຫວັນ, ເມືອງໄຊເສດຖາ, ນະຄອນຫລວງ.
ພະຍາດປະຈຳໂຕ ຄວາມດັນເລືອດສູງ, ເບົາຫວານ(ບໍ່ໄດ້ຕິດຕາມ) ບໍ່ໄດ້ຮັບການສັກຢາກັນພະຍາດໂຄວິດ-19 ກ່ອນໜ້ານີ້ ໄຂ້,ໄອ,ຫາຍໃຈຝືດມາໄດ້1ອາທິດ
ເວລາ 14:00 ໂມງ ຂອງວັນທີ 01 ທັນວາ 2021 ຄົນເຈັບເຂົ້າມາປີ່ນປົວຢູ່ໂຮງໝໍດ້ວຍອາການອິດເມື່ອຍ,ຈືດມ້ານ,ຖ່າຍເປັນເລືອດສີແດງສົດ ກວດພົບເຊື້ອພະຍາດໂຄວິດ-19


ເວລາ 01:30 ນາທີ ຂອງວັນທີ 05 ທັນວາ 2021: ຄົນເຈັບມີອາການກະວົນກະວາຍ,ຫາຍໃຈຝືດ, ຫາຍໃຈຫອບ ແລະ ນອນພຽງບໍ່ໄດ້, ຄົນເຈັບ ໄດ້ເສຍຊີວິດ.
ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບໃນຄອບຄົວ ມານະທີ່ນີ້ດ້ວຍ