ຂົວມິດຕະພາບແຫ່ງທີ 5 ປາກຊັນ-ບຶງການ ຄືບໜ້າ 23% ຄາດ 2024 ໄດ້ນໍາໃຊ້

499

ທ່າມກາງວິກິດໂຄວິດ-19 ການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ສາມາດປະຕິບັດເປັນໄປຕາມແຜນ ພາຍໃຕ້ມາດຕະການປ້ອງກັນການແຜ່ລະບາດຂອງພະຍາດຢ່າງເຂັ້ມງວດ, ລົງມືປະຕິບັດໂຄງການໄລຍະ 11 ເດືອນບັນລຸໄດ້ 23%.


ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ 5 (ປາກຊັນ-ບຶງການ) ໄດ້ໃຫ້ສໍາພາດເມື່ອທ້າຍເດືຶອນພະຈິກວ່າ: ການຈັດຕັ້ງປະຕິບັດໂຄງການເລີ່ມແຕ່ເດືອນມັງກອນ 2021 ມາຮອດປັດຈຸບັນ (ທ້າຍເດືອນ 11) ມີຄວາມຄືບໜ້າຄື: ສັນຍາ 1 ປະຕິບັດໄດ້ 18% ລື່ນແຜນ 5,5% ສ່ວນສັນຍາທີ 2 ປະຕິບັດໄດ້ 24% ລື່ນແຜນ 2,35%.ສະເລ່ຍຄວາມຄືບໜ້າທັງ 2 ສັນຍາ 23,62% ລື່ນແຜນ 3,42% ໃນນັ້ນ.

ສັນຍາທີ 1 ແມ່ນການສ້າງຂົວກາງນໍ້າ ເຊິ່ງແບ່ງກັນຝ່າຍລະເຄິ່ງ ປັດຈຸບັນກໍາລັງຂຸ້ນຂ້ຽວເທເສົາເບຕົງທັງໝົດ ແລະ ກະກຽມສ້າງໂຄງການອື່ນຕໍ່ໄປ.

ສັນຍາທີ 2 ແມ່ນທາງເຂົ້າຂົວເລີ່ມຈາກເສັ້ນທາງເລກທີ 13 ເຂົ້າຫາຂົວທັງໝົດ 2.860 ແມັດ ແລະ ຫຼັງຈາກນັ້ນແມນການກໍ່ສ້າງອາຄານຜູ້ໂດຍສານ ແລະ ອາຄານສິນຄ້າ.


ພາຍຫຼັງສໍາເລັດຄາດວ່າ ຂົວແຫ່ງທີ 5 ນີ້ຈະອໍານວຍຄວາມສະດວກຫຼາຍຢ່າງໃຫ້ກັບປະຊາຊົນ 2 ປະເທດ ໃນການໄປມາຫາສູ່ກັນ ລວມທັງການຈໍລະຈອນສິນຄ້າ, ສ້າງເງື່ອນໄຂເຊື່ອມໂຍງພາກພື້ນ, ເປັນແລວເສດຖະກິດທີ່ສໍາຄັນ, ເປັນໄລຍະທາງທີ່ໃກ້ທີ່ສຸດກັບທ່າເຮືອແຫຼມສະບັງຂອງໄທ ແລະ ທ່າເຮືອຫວຸ້ງອ່າງຢູ່ປະເທດຫວຽດນາມແບບທີ່ບໍ່ເຄີຍມີມາກ່ອນ.


ທ່ານ ຫົວໜ້າໂຄງການຍອມຮັບວ່າ: ຕະຫຼອດໄລຍະ 11 ເດືອນໃນການລົງມືປະຕິບັດໂຄງການ ແມ່ນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງສ້າງຄວາມຫຍຸ້ງຍາກໃນການໄປ-ມາຂອງນັກວິຊາການ ແລະ ການຂົນສົ່ງວັດສະດຸຕ່າງໆ ແຕ່ກໍພະຍາຍາມທຸກວິທີທາງເພື່ອສາມາດປະຕິບັດວຽກງານໃຫ້ເປັນປົກກະຕິ ໂດຍກໍານົດນະໂຍບາຍໃຫ້ນັກວິຊາການທຸກທ່ານທີ່ເຂົ້າມາຕ້ອງສັກວັກຊິນ ແລະ ຕ້ອງກວດເຊື້ອພາຍໃນ 72 ຊົ່ວໂມງ ນອກຈາກນັ້ນແມ່ນການຮັກສາມາດຕະການເລື່ອງໄລຍະຫ່າງ ແລະ ການໃສ່ໜ້າກາກອະນາໄມຢ່າງເຂັ້ມງວດ.


ທ່ານ ໄລທອງ ພົມມະວົງ ຍັງໃຫ້ຮູ້ກ່ຽວກັບໄລຍະຂອງສັນຍາວ່າ: ສັນຍາທີ 1 ແມ່ນມີທັງໝົດ 36 ເດືອນ ຄາດວ່າ ຈະສໍາເລັດໃນທ້າຍເດືອນ 12 ປີ 2023 ສ່ວນສັນຍາທີ 2 ຄາດວ່າຈະສໍາເລັດໃນເດືອນ 7 ປີ 2023 ຖ້າບໍ່ມີຫຍັງຊັກຊ້າແກ່ຍາວຈະສາມາດດໍາເນີນສໍາເລັດຕາມແຜນຄືສໍາເລັດໃນທ້າຍປີ 2023 ແລະ ໃນປີ 2024 ມີການນໍາໃຊ້ເປັນປົກກະຕິ.


ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ຕັ້ງຢູ່ເຂດບ້ານກ້ວຍອຸດົມ ເມືອງປາກຊັນ, ແຂວງບໍລິຄໍາໄຊ ໂດຍຫ່າງຈາກເທດສະບານເມືອງປາກຊັນ ໄປທາງທິດເໜືອຕາມທາງເລກ 13 ໃຕ້ ປະມານ 10 ກິໂລແມັດ ແລະ ຫ່າງຈາກທາງເລກ 13 ໃຕ້ເຂົ້າໄປຫານໍ້າຂອງ 2.860 ແມັດ.


ໂຄງສ້າງຂົວຊ່ວງກາງນ້ໍາເປັນລັກສະນະຂົວແຂວນ (Extradoses) ແບ່ງອອກເປັນຫຼາຍຊ່ວງທີ່ແຕກຕ່າງກັນໃນນັ້ນຊ່ວງຂົວກາງນໍ້າທີ່ຮັບຜິດຊອບຮ່ວມກັນລວມມີ 9 ຊ່ວງ ມີລວງຍາວທັງໝົດ 810 ແມັດ, ຂົວເຊື່ອມຕໍ່ມີລວງຍາວ 540 ແມັດ ໂຄງສ້າງ ແລະ ຮູບຊົງ ເສົາຄຶງສາຍກາບຢູ່ກາງນໍ້າເປັນຮູບແຄນຄູ່ຢູ່ເສົາກາງນໍ້າ 4 ເສົາ ມູນຄ່າການກໍ່ສ້າງລວມສະເພາະເບື້ອງລາວ 1.380.067.000 ບາດ(ສະກຸນເງິນໄທ)